ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 22:07:08    
ກອງ​ປະຊຸມສຳ​ມະ​ນາ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຊູ​ນາ​ມີຈີນ-ອາ​ຊຽນອັດ​ລົງ​ຢູ່​ປັກ​ກິ່ງ

cri Author: zl
ຕາມ​ຂ່າວCRI: ກອງ​ປະຊຸມສຳ​ມະ​ນາ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຊູ​ນາ​ມີຈີນ-ອາ​ຊຽນທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ເປັນ​ເວລາ​ສອງ​ມື້​ນັ້ນໄດ້ອັດ​ລົງ​​ແລ້ວ​ໃນ​ວັນ​ທີ 26 ມັງກອນ.

ກອງ​ປະຊຸມ​ໄດ້​ຜ່ານ​​ແຜນປະຕິບັດ​ງານ​ກ່ຽວ​ກັບ​ການ​ສ້າງຕັ້ງ​ແທ່ນ​ເຕັກນິກ​ລະບົບ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຊູ​ນາ​ມີ,ວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​​ເຂດ​ມະຫາ​ສະໝຸດ​ອິນ​​​ເດຍແລະ​ອາຊີ​ອາຄະ​ເນ ສ້າງສະຖານີ​ແລະ​ລະບົບຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ເຂດ​ອາຊີ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ເຕັກນິກ​ແລະຊົມ​ໃຊ້ຂໍ້​ມູນ​ຂ່າວສານນຳ​ກັນ​ເປັນຕົ້ນ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວຫຼັງກອງ​ປະຊຸມ​ສຳ​ມະ​ນາ,ຜູ້​ຮັບຜິດຊອບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ເວົ້າວ່າ,ຈີນ​ຈະ​ສະໜອງ​ຕົວ​ເລກ​ຂໍ້​ມູນ​ຂອງ​ສະຖານີ​ແລະ​ລະບົບຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ຈີນກ່ຽວ​ກັບ​ໄພແຜ່ນດິນ​ໄຫວ​ຢູ່​ອາ​ຊຽນ​ແລະ​ເຂດ​ອາຊີ​ອາຄະ​ເນນັ້ນ​ໃຫ້ປະ​ເທດ​​ແລະ​ອົງການ​ຈັດຕັ້ງທີ່​ສົນ​ໃຈ​ນຳ.