ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 23:51:30    
ເລື່ອງ​ສຸຍ​ຫູ​(ສຽງ)

cri

ປະຫວັດ"ສຸຍ​ຫູ" ​ແມ່ນ​ນະວະ​ນິຍາຍ​ພິສະ​ດານ​ທີ່​ແຕ່ງ​ດ້ວຍ​ພາສາປະຈຸບັນ​ໂດຍ​ແບ່ງ​ເປັນ​ຫຼາຍ​ພາກສ່ວນ.​ເມື່ອ​ມີ​"ປະຫວັດ​ສຸຍຫູ" ຈີນ​ຈິ່ງມີ​ນະວະນິຍາຍ​ພິສະ​ດານ​ທີ່​ແຕ່ງ​ດ້ວຍ​ພາສາ​ປະຈຸ​ບັນ​ເຫັ້ຼມທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ."ປະຫວັດ​ສຸຍ​ຫູ​"ມີ​ຄວາມ​ໝາຍ​ທີ່​ເປັນ​ສັນຍະລັກ​ໃນ​ປະຫວັດ​ວິວັດທະນາ​ການ​ວັນນະຄະດີ​ພາສາ​ປະຈຸ​ບັນ​ຂອງ​ຈີນ.​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ພາສາ​ປະຈຸ​ບັນ​ທີ່​ມີ​ປະຫວັດ​ມາ​ຫຼາຍ​ຮ້ອຍ​ປີ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ສຸກ​ງອມ​ແລ້ວ.


ທ່ານ​ຊື​ໄນ​ອານ ນັກ​ປະພັນ​ແມ່ນ​ຄົນ​ໃນ​ທ້າຍ​ລາຊະວົງ​ຢວນ​ຕົ້ນ​ລາຊະວົງ​ມີງ."ປະຫວັດ​ສຸຍ​ຫູ​"ແຕ່ງ​ຕາມ​ນິທານ​ປະຫວັດ​ຂອງ 36​ຄົນ​ຄື​ທ່ານ​ຊົ້ງ​ຈ່ຽງ​ເປັນ​ຕົ້ນ​ໃນ​ເຂດ​ຮວຍ​ນານ​ທ້າຍ​ລາຊະວົງ​ຊົ້ງ.ສາມາດ​ເວົ້າ​ໄດ້​ວ່າ "ປະຫວັດ​ສຸຍ​ຫູ"​ແມ່ນ​ໜັງ​ສື​"ປະຫຼາດ​"ເຫັ້ຼມນຶ່ງ,ຄຳວ່າ​"ປະຫຼາດ​"ນັ້ນ ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ບຸ​ກ​ຄົນ​ໃນ​ໜັງສື​ເຫັ້ຼມນີ້​ເປັນ​ໂຕ​ຢົ້ງໆ ມ່ວນ​ກໍ່ມ່ວນ​ແລະສະ​ແດງ​ໃຫ້​ເຫັນ​ວັນນະຄະດີ​ອັນດີ​ເລີດ​ທໍ່​ນັ້ນ ຫາກ​ຍັງຍ້ອນ​ວ່າ ນັກ​ປະພັນ​ໄດ້​ເລືອກ​ເອົາ​ເນື້ອ​ຫາ​ອັນດີ​ເດັ່ນ. ​ໃນ​ນະວະນິຍາຍ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​​ແລະ​ຕ່າງ​ປະ​ເທດ​​ແຕ່​ສະ​ໄໝ​ບູຮານ​ຮອດ​ປະຈຸ​ບັນ,ມີ​​ແຕ່​"ປະຫວັດ​ສຸຍ​ຫູ​​"ເຫັ້ຼນນີ້​ທໍ່ນັ້ນ ​ເອົາ​ອັນ​ທີ່​ວ່າ ກອງ​ປຸ້ນ ພວກ​ໂຈນ​ແລະ​ພວກ​ຄົນເຖື່ອນ​ເປັນຕົວ​ເອກ, ​ແລ້ວ​​ສໍລະ​ເສີນ​ພວກ​ເຂົາ​ເຈົ້າ​ເປັນ​ບຸກຄົນ​ແຖວ​ໜ້າ​ຝ່າຍ​ສິນ​ທຳ​ທີ່​ຈົງ​ຮັກ​ພັກດີ."ປະຫວັດ​ສຸຍ​ຫູ​"ໄດ້​ວາດ​ພາບ​ບູລຸດ​108ຄົນ​ຂອງ​ພູ​ລຽງ​ຊານ,​ເຊິ່ງ​ເປັນ​ເລື່ອງ​ທີ່​ຊາວຈີນ​ທັງຫຼາຍ​ບໍ່ວ່າ​ຍິງຊາຍ​ນ້ອຍໃຫຍ່​ກໍ່​ຮູ້ຈັກ​ເກືອບ​ສູ່ຄົນ

"ປະຫວັດ​ສຸຍ​ຫູ"​ໄດ້​ເລົ່າການ​ກຳ​ເນີດ ພັດທະນາ​ແລະ​ຄວາມເສຍ​ໄຊ​ຂອງ​ການ​ລຸກ​ຮື​ຂຶ້ນ​ສູ້​ຂອງ​ຊາວ​ກະສິກອນ​ໃນ​ສັງຄົມ​ສັກດິນາ​ຈີນ​ດ້ວຍ​ສີລະປະ​ການແຕ່ງ​ອັນ​ດີ​ເລີດ​ດ້ານ​ສິລະ​ປະ,​ໄດ້​ເຜີຍ​ໃຫ້​ເຫັນ​ຄວາມ​ມືດ​ມົນ​ແລະ​ຄວາມ​ຊຸດ​ໂຊມ​ເປ່ືອຍ​ເຍື່ອຍ​ຂອງ​ສັງຄົມ​ສັກດິນາ​ແລະ​ຄວາມ​ຊົ່ວຊ້າ​ຂອງ​ຊົນ​ຊັ້ນ​ປົກຄອງ​ຢ່າງ​ເລິກ​ເຊິ່ງ,ສະ​ແດງ​ໃຫ້​ເຫັນ​ວ່າ ມູນ​ເຫດ​ກົກ​ຮາກ​ທີ່​ພາ​ໃຫ້​ຊາວ​ກະສິກອນ​ກໍ່​​ການ​ລຸກຮື​ຂຶ້ນ​ສູ້ນັ້ນ​ແມ່ນ​ຍ້ອນ​ເຈົ້າ​ນາຍ​ກົດ​ຂີ່ຈູດຮີດ​ເລີຍ​ເຮັດ​ໃຫ້​ປະຊາຊົນ​ກໍ່​ການ​ກະບົດ​.


" ປະຫວັດ​ສຸຍ​ຫູ"ວາດ​ພາບ​ໃຫ້​ເຫັນ​ພວກ​ວິລະ​ຊົນ​ເດີນ​ໄປ​ຕາມ​ເສັ້ນທາງ​ຕໍ່ຕ້ານ​ນັ້ນ ຕ່າງ​ມີ​ມູນ​ເຫດ​ແລະ​ສະພາບ​ຕ່າງ​ກັນ.​ແຕ່​ວ່າ ຂຶ້ນ​ພູ​ລຽງ​ຊ່ານ ​ແມ່ນ​​ເສັ້ນທາງ​ຮ່ວມ​ກັນ.ຕົວຢ່າງ​ຄືສາມ​ອ້າຍ​ນ້ອງ​ນາມສະກຸນ​ຫງວຽນກໍ່​ການ​ກະບົດ​ນັ້ນ ​ແມ່ນ​ຍ້ອນ​ພວກ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຕ່ໍ​ໄປ​ບໍ່​ໄດ້,ພວກ​ເຂົາ​ເຈົ້າ​ບໍ່ພໍ​ໃຈ​ນຳ​ການ​ຂູດ​ຮີດ​ຂອງ​ເຈົ້າ​ນາຍ,ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປຸ້ນ​​ເອົາ​ຊັບສິນ​ທີ່​ຖະຫວາຍ​ແດ່​ເຈົ້າ​ຊີວິດ​,​ແລ້ວ​ກາຍ​ເປັນ​ນັກ​ໂທດທີ່ ຖືກ​ຝ່າຍ​ປົກຄອງ​ປະກາດ​ຈັບຕົວ,​ເລີຍ​ຈຳ​ເປັນ​ຫນີ​ຂຶ້ນ​ພູ​ລຽງ​ຊ່ານ. ທ່ານ​ລີ​ນຊົງ​ ແມ່ນ​ນາຍ​ທະຫານ​ຂອງ​ກອງ​ທະຫານ​ຮັກສາ​ນະຄອນ​ຫຼວງ 8​ແສນ​ຄົນ,​ແມ່ນ​ບຸກຄົນ​ທີ່​ມີ​ຖານະ​ສູງ,ຄອບຄົວ​ແລະ​ຊີວິດການ​ເປັນ​ຢູ່​ເປັນ​ເຈົ້າ​ເປັນ​ນາຍ ​ເຮັດ​ໃຫ້​ທ່ານ​ຮູ້​ໂຄລົບ​ກົດໝາຍ​ລະບຽບ​ວິ​ໄນ ​ແລະມີ​ນິດ​ໄສ​ຮຽກຮ້ອງ​ຕົນ​ເອງ​ຢ່າງ​ເຄ່ັງ​ຄັດ. ​ແຕ່​ໃນ​ທີ່ສຸດ​ກໍຖື​ບຽດບຽນ​ຈົນ​ຈຳເປັນ​ຕ້ອງ​ຫນີ​ຂື້ນພູ​ລຽງ​ຊ່ານ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃຕ້​ສະພາບ​ການ​ທີ່​ຄວາມ​ຂັດ​ແຍ່ງ​ທາງ​ຊົນ​ຊັ້ນ​ຂະຫຍາຍ​ເຖິງ​ສະພາບ ຫນ້າ​ສິ່ວ​ຫນ້າ​ຂວານ​ແລະ​ການ​ເມືອງ​ກໍ​ມືດມົນ​ທີ່​ສຸດ​ນັ້ນ ພາຍ​ໃນ​ຊົນ​ຊັ້ນການ​ປົກຄອງ ກໍ​ຈະ​ເກີດ​ມີ​ການແຕກ​ແຍກ​ຢ່າງ​​ແນ່​ນອນ,​ໃນ​ນັ້ນ ມີ​ຄົນ​ສ່ວນ​ນື່ງ ຍ້ອນ​ຖືກ​ຜູ່​ກຳອຳ​ນາດ​ປັດ​ເຂ່ຍ​ບຽດ​ບຽນ,​ແລ້ວກໍ​ຂື້ນ​ມາ​ຕ້ານ​ຢັນ, ກໍ​ຈະ​ເຂົ້າ​ຮວ່ມກະ​ແສ​ຟອງ​ແຫ່ງ​ການ​ລຸກ​ຮື​ຂຶ້ນ​ສູ້​ຂອງ​ຊາວ​ກະສິກອນ.

ກ່ຽວກັບບຸກຄົນວິລະຊົນເຫຼົ່ານີ້,ທ່ານຊືໄນອານ ນັກປະພັນຂອງປະຫວັດສຸຍຫູໄດ້ຢືນ
ຢັນຢ່າງເຕັມສ່ວນແລະສັນລະເສີນດ້ວຍ ຄວາມອົບອຸ່ນ,ຍ້ອງຍໍສັນລະເສີນຈິດໃຈຕໍ່
ຕ້ານແລະການກະທຳອັນເປັນທຳຂອງບຸກຄົນເຫຼົ່ານີ້,ກໍ່ຍ້ອງຍໍສັນລະເສີນວິທະຍາ
ຍຸດທີ່ພົ້ນ ເດັ່ນແລະຄຸນສົມບັດອັນສູງສົ່ງຂອງພວກເຂົາເຈົ້າ,ບຸກຄົນວິລະຊົນທີ່ມາ
ຈາກສັງຄົມຊັ້ນຕ່ຳຈຳນວນຫນຶ່ງ ຕົວຢ່າງຄືທ່ານຫຼີຄຸຍ,ສາມອ້າຍນ້ອງນາມສະກຸນ
ຫງວນ ທ່ານອູຊົງແລະທ່ານສີຊິວເປັນຕົ້ນໄດ້ສຳນຶກຮູ້ຢ່າງເລິກເຊິ່ງທີ່ສຸດຕໍ່ການກົດ
ຂີ່ຂູດຮີດຂອງຊົນຊັ້ນການ ປົກຄອງ,ສະນັ້ນ,ເມື່ອພວກເຂົາເຈົ້າກໍ່ການກະບົດ,ການ
ຕໍ່ຕ້ານຂອງພວກເຂົາເຈົ້າກໍຮຸນແຮງກວ່າຫມູ່,ກົດຂໍ້ກຳນົດກົດຫມາຍຂອງ ຊົນຊັ້ນ
ການປົກຄອງບໍ່ສາມາດຈຳກັດພວກເຂົາເຈົ້າຈັກເມັດ,ຄືທ່ານຫຼີຄຸຍຈົນວ່າບໍ່ເອົາຫົວ
ຊານຳເຈົ້າຊີວິດຈັກດີ້,ເພື່ອພາລະກິດອັນເປັນ ທຳແຫ່ງການລຸກຮືຂຶ້ນສູ້,ພວກເຂົາ
ເຈົ້າກ້າຕໍ່ສູ້ຢ່າງອົງອາດກ້າຫານໂດຍບໍ່ຢ້ານຫຍັງຫມົດ ນັກປະພັນຍ້ອງຍໍບຸກຄົນ
ວິລະຊົນ ເຫຼົ່ານີ້ແມ່ນຍ້ອນຮັກແພງພວກເຂົາເຈົ້າດ້ວຍຄວາມຈິງໃຈ,ແຕ່ກົງກັນ
ຂ້າມນັກປະພັນໄດ້ວາດພາບບຸກຄົນຂອງຊົນຊັ້ນປົກຄອງເປັນຄົນຊົ່ວມັນເປັນການ
ປຽບທຽບຢ່າງເດັ່ນຊັດກັບວິລະຊົນພູລຽງຊານບອກສອນໃຫ້ຄົນທັງຫຼາຍຮູ້ວ່າ,ຄວນ
ຮັກຄົນແນວ ໃດແລະຄວນຊັງຄົນແນວໃດ

ນັກປະພັນຂອງປະຫວັດສຸຍຫູໄດ້ບັນລະຍາຍນິທານທີ່ຈັບຈິດຈັບໃຈຄົນຫຼາຍໄດ້ສ້າງ
ຮູບໂສມວິລະຊົນຫຼາຍໆຄົນ ທີ່ມີບຸກຄະລິກລັກສະນະອັນແຈ່ມແຈ້ງ ແລະຫນ້າຮັກ
ດ້ວຍ ການສະແດງສິລະປະໃນລະດັບສູງແລະພາສາວັນນະຄະດີທີ່ມີຊີວິດຊີວາແລະ
ອຸດົມສົມບູນ,ປະຫວັດສຸຍຫູໄດ້ສືບທອດແລະຂະຫຍາຍສີສັນພິເສດດັ້ງເດີມຂອງສະ
ວະນິຍາຍພິສະດານສະໄຫມຈີນບູຮານແລະພາສາ ປະຈຸບັນຂອງຈີນ