ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-27 11:31:04    
ທ່ານ​ອັບ​ບາສ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ອິສ​ຣາ​ແອນ​ຢ່າ​ທຳ​ລາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ປາ​ເລັສ​ຕິນ​​​ເພື່ອ​ບັນ​ລຸ​ການ​ຢຸດ​ຍິງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ26​ມັງກອນ,ຢູ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ,ຮຽກ​ຮ້ອງ​ໃຫ້​ອິສຣາ​ແອນ​ປະສານ​ສົມທົບ​ກັບ​ຄວາມ​ພະຍາຍາມ​ຂອງຝ່າຍ​ປາ​ເລັສຕິນ, ເພື່ອ​ບັນລຸການ​ຢຸດ​ຍິງ,​ແລະ​ຕອບ​ສະໜອງ​ກັບຄວາມ​ຮຽກຮ້ອງ​ຂອງ​ຝ່າຍ​ປາ​ເລັສຕິນກ່ຽວ​ກັບ​ການ​ປ່ອຍຕົວ​ນັກໂທດ​ປາ​ເລັສຕິນທີ່​ຖືກ​ກັກ​ຂັງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ,ທ່ານ​ອັບ​ບາສ​ໄດ້​ເຕືອນ​ໃຫ້​ກອງ​ທະຫານອິສຣາ​ແອນ​ຢ່າງ​ໃຊ້​ກຳລັງ​ອາວຸດ​ທົ່ວທີບ,ຢ່າ​ທຳລາຍ​ສະ​ຖາ​ນະ​ການ​ພາກ​ພື້ນ​ທີ່​ພວມ​ຄ່ອຍໆ​ດີ​ຂຶ້ນ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ26​ມັງກອນ,ກອງ​ທະຫານ​ອິສຣາ​ແອນ​ໄດ້​ກໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ລຽນຕິດ​ຢູ່​ແຖບ​ກາຊາ​ແລະ​ຕົວ​ເມືອງ​ຂອງ​ປາ​ເລັສ​ຕິນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,​​ເຮັດ​ໃຫ້​ຊາວ​ປາ​ເລັສຕິນ3ຄົນ​ເສຍ​ຊີວິດ.