ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-27 14:42:22    
ເພື່ອ​ຮັບປະກັນ​ໃຫ້ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈັດ​ຂຶ້ນ​ຢ່າງ​ສະດວກ, ອີຣັກ​ເພື່ມທະວີ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ26​ມັງກອນ, ລັດ​ຖະບານ​ຊົ່ວຄາວ​ອີຣັກປະກາດ​ວ່າ, ​ເພື່ອ​ຮັບ​ປະກັນ​ໃຫ້ການ​ເລືອກ​ຕັ້ງ​ທົ່ວ​ໄປ​​ໃນ​ວັນ​ທີ30​ມັງກອນ​ຈັດ​ຂຶ້ນ​ຢ່າງ​ສະດວກ, ລັດຖະບານ​ຊົ່ວຄາວ​ຕົກລົງ​ເພີ່ມ​ທະວີ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ກ່ອນ​ແລະຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

ວັນ​ທີ26​ມັງກອນ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ​ຕໍ່​ຫຼັກ​ໝັ້ນ​ອັນ​ເດັດດ່ຽວ​ຂອງທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີລັດ​ຖະບາ​ນຊົ່ວຄາວ​ອີຣັກ​ໃນ​ບັນຫາຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຕາມ​ເວລາ​ກຳນົດ, ​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ບັນຫາ​ອີຣັກ.

ປະຈຸ​ບັນ, ຊາວ​ອີຣັກຕ່າງ​ດ້າວ​ທີ່​ມີ​ສິດ​ເລືອກ​ຕັ້ງ​ທີ່​ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໄດ້​ລື່ນ​ກາຍ2​ແສນ8​ໝື່ນ​ຄົນ, ​ໄດ້​ກວມ​ປະມານ1​ສ່ວນ4​ຂອງ​ຍອດ​ຈຳນວນ​ຊາວ​ອີຣັກຕ່າງ​ດ້າວ​ທີ່​ມີ​ສິດ​ເລືອກ​ຕັ້ງ.