|
ຕາມຂ່າວສານຊິນຮວາ: ວັນທີ 26 ມັງກອນ, ທ່ານເສີນສິໝິງ ເລຂາທິການໃຫຍ່ສະພາກາແດງຮົງກົງເຜີຍໃຫ້ຮູ້ວ່າ, ກອງປະຊຸມກ່ຽວກັບການສ້າງສາຄືນໃໝ່ຫຼັງໄພຄື້ນຊູນາມີມະຫາສະໝຸດອິນເດຍຂອງສະພາກາແດງສາກົນຈະຈັດຂຶ້ນຢູ່ຮົງກົງໃນຕົ້ນເດືອນມີນາ, ເວລານັ້ນ ຜູ່ແທນຂອງປະເທດປະສົບໄພແລະສະພາກາແດງຕ່າງໆທີ່ຕັ້ງໜ້າເຂົ້າຮ່ວມການສົງເຄາະແລະກອບກູ້ເກືອບ 50 ອົງການຈະເຂົ້າຮ່ວມກອງປະຊຸມ.
ປະຈຸບັນ, ໜ່ວຍຕີລາຄາການສ້າງສາຄືນໃໝ່ທີ່ປະກອບດ້ວຍຜູ່ຊ່ຽວຊານພວມຕີລາຄາຢູ່ປະເທດປະສົບໄພ, ສະເໜີຄວາມເຫັນທີ່ມີລັກສະນະສ້າງສັນແລະຂຽນບົດລາຍງານກ່ຽວກັບການສ້າງສາພື້ນຖານໂຄງລ່າງຄືສາທາລະນະສຸກ ສິ່ງກໍ່ສ້າງແລະນ້ຳກິນນ້ຳໃຊ້ເປັນຕົ້ນ, ບົດລາຍງານເຫຼົ່ານີ້ຈະຫາລືກັນໃນກອງປະຊຸມສ້າງສາຄືນໃໝ່ຫຼັງໄພພິບັດທີ່ຈະຈັດຂຶ້ນຢູ່ຮົງກົງ.
|