|
ຕາມຂ່າວCRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 27 ມັງກອນ, ທ່ານຂົງສວນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ກອງປະຊຸມສຳມະນາການເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີຈີນອາຊຽນທີ່ອັດລົງໃນວັນທີ 26 ມັງກອນແມ່ນກອງປະຊຸມສຳເລັດຜົນເທື່ອໜຶ່ງ.
ທ່ານຂົງສວນເວົ້າວ່າ, "ແຜນປະຕິບັດງານກ່ຽວກັບການສ້າງຕັ້ງແທ່ນເຕັກນິກລະບົບເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີ" ທີ່ປະກາດໃນກອງປະຊຸມເທື່ອນີ້, ໄດ້ມີເນື້ອໃນກ່ຽວກັບການສ້າງຕັ້ງເຄືອຂ່າຍສະຖານີແຜ່ນດິນໄຫວພາກພື້ນອາຊີ ເລັ່ງບາດກ້າວແລກປ່ຽນເຕັກນິກແລະຂໍ້ມູນຂ່າວສານລະຫວ່າງຊາດແລະອື່ນໆ.
ຈີນຈະທຳຄວາມພະຍາຍາມແລະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ, ໃຫ້ການສະໜັບສະໜູນດ້ານເຕັກນິກ ການອົບຮົມບຸກຄະລາກອນແລະສະໜອງຂໍ້ມູນຂ່າວສານເປັນຕົ້ນ.
|