ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-27 20:05:41    
ທ່ານ​ບຸ​ສກ່າວ​ວ່າ,ອາດ​ຈະ​ບໍ່​ຕ້ອງ​ການ​ເວລາ 4 ປີ​ ກໍ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ໄດ້

cri Author: zl
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 26 ມັງກອນ,​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງໂທລະທັດ​ອາ​ລັບ​ແຫ່ງ​ໜຶ່ງ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ເວົ້າວ່າ,ຄຽງ​ຄູ່​ກັບ​ທ່ານ​ອັບ​ບາສ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ແລະ​ການ​ພົວພັນ​ປາ​ເລັສຕີນ​ອິສຣາ​ແອນ​ປະກົດ​ມີ​ທ່ວງທ່າ​ອັນຕັ້ງໜ້າ​ໃນ​ຫວ່າງ​ມໍ່​ໆ​ນີ້,ປະ​ເທດ​ປາ​ເລັສຕີນ​ເອກະລາດ​ອາດ​ຈະ​ບໍ່​ຕ້ອງການ​ເວລາ 4 ປີ ກໍຈະ​ຮັບ​ການສ້າງຕັ້ງຂຶ້ນ​ໄດ້.

​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້,ພາຍຫຼັງ​ເຈລະຈາ​ກັບ​ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດ​ແລ້​ວ,ທ່ານ​ບຸ​ສ​ເຄີຍ​ເວົ້າວ່າ,ການ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ​ໂລກ.