ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-27 20:13:29    
ທະນາ​ຄານ​ພັດ​ທະນາ​ອາຊີ​ເຫັນ​ວ່າ, ຜົນ​ກະທົບ​ທາງ​ລົບ​ຈາກ​ຄື້ນ​ຊູ​ນາມີ​ຕໍ່​ເສດ​ຖະ​ກິດ​ພາກ​ພື້ນ​ມີ​ຄວາມ​ຈຳກັດ

cri Author: zl
ວັນ​ທີ 26 ທັນວາ​ປີ 2004,ຢູ່​ມະຫາ​ສະໝຸດ​ອິນ​ເດຍ​ໄດ້​ເກີດແຜ່ນດິນ​ໄຫວ ທັງ​ພາ​ໃຫ້​​ເກີດຄື້ນ​ຊູ​ນາ​ມີອັນ​ຮ້າຍ​ແຮງ,​ເຮັດ​ໃຫ້ປະ​ເທດ​ອາຊີ​ປະສົບຄວາມ​ເສຍ​ຫາຍ​ທາງ​ຊີວິດ​ແລະ​ຊັບ​ສິນຢ່າງ​ໜັກໜ່ວງ.​ແຕ່​ທະນາຄານ​ພັດທະນາ​ອາຊີ​ເຫັນ​ວ່າ,​ຜົນ​ສະທ້ອນ​ຈາກໄພ​ພິ​ບັດ​ຕໍ່​ການ​ພັດທະນາ​ເສດຖະກິດ​ກວມລວມຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ປະສົບ​​ໄພ​ເທື່ອ​ນີ້​ມີ​ຄວາມ​ຈຳ​ກັດ.

​ຫວ່າງ​ມໍ່ໆ​ນີ້,ໃນ​ເວລາ​ຕ້ອນ​ຮັບ​ການ​ເຂົ້າສຳ​ພາດ​ຂອງ​ນັກ​ຂ່າວ​ຊິນ​ຮວາ​,ທ່ານ​ຊີ​ໂນ ທາດາ​ໂອ ຜູ້​ວ່າການ​ທະນາ​ຄານ​ພັດ​ທະນາ​ອາຊີ​ເວົ້າ​ວ່າ,ຍ້ອນ​ວ່າ ສະພາບ​ການ​ພັດທະນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່ປະ​ສົບ​ໄພ​ຕ່າງ​ກັນ,ຜົນສະ​ທ້ອນ​ຈາກ​ໄພ​ຄື້ນຊູ​ນາ​ມີ​ທີ່​ມີ​ຕໍ່​ເສດຖະກິດ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ກໍ​ຕ່າງ​ກັນ.​ທ່ານ​ເຫັນ​ວ່າ,​ໄພ​ພິບັດ​ເທື່ອ​ນີ້​ຕົ້ນຕໍ​ໄດ້​ກະໜ່ຳກ​ານ​ທ່ອງທ່​ຽວ ການ​ປະມົງ​ແລະ​ກະສິກຳ​ຂອງ​ປະ​ເທດທີ່​ປະສົບ​ໄພ,ບໍ່​ໄດ້ກະ​ທົບກະ​ເທືອ​ນ​ເຖິງ​ເສດຖະກິດ​ກວມລວມ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ຫຼາຍ​ປານ​​ໃດ.

ທ່ານ​ຊີ​ໂນ ທາດາ​ໂອ​ເວົ້າວ່າ,​ໃນ​ບັນດາ​ປະ​​ເທດ​ທີ່ປະສົບ​ໄພ,ຄາດ​ຄະ​ເນ​ວ່າ,ອັດຕາ​ເຕີບ​ໂຕ​GDPຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ​ນີ້​ແລະ​ປີໜ້າຈະ​ຫຼຸດລົງ 0,2 ຈຸດ; ລັດຖະບານ​ໄທ​ກໍ​ຄາດ​ຄະ​ເນ​ວ່າ,ອັດຕາ​ເຕີບ​ໂຕ​GDPຂອງ​ໄທ​ໃນ​ປີ 2005 ຈະ​ຫຼຸດ​ຈາກ 7% ກ່ອນ​ເກີດ​ໄພພິບັດ ລົງ​​ເຖິງ5,7%. ມານ​ດິວ​ແລະ​ສິລັງກາມີ​ດິນ​ແດນ​ໜ້ອຍ,ສະນັ້ນ,ການທ່ອງທ່ຽວ​ແລະ​ກະສິກຳ​ກວມ​ສ່ວນ​ຫຼາຍໃນ​ອົງ​ປະກອບ​ເສດຖະກິດ,ຂຸມ​ການ​ເງິນ​​ເລິກ,ດັ່ງນັ້ນ,​ເສດ​ຖະກິດຂອງ​ສອງ​ປະ​ເທດ​ດັ່ງກ່າວ​ຈຶ່ງ​ຈະ​ຖືກ​ກະທົບກະ​ເທືອນ​ຫຼາຍ.

ສຳລັບ​ຜົນ​ກະທົບ​ທາງ​ລົບຈາກ​ແຜ່ນດິນ​ໄຫວ​ແລະ​ຄື້ນຊູ​ນາ​ມີ​ທີ່​ມີ​ຕໍ່​ເສດຖະກິດ​ແລະ​ສັງຄົມ​ຂອງພາກ​ພື້ນ​ແຫ່ງ​ນີ້,ທ່ານ​ຊີ​​ໂນ ທາດາ​ໂອ​ເຫັນ​ວ່າ,​ໄພພິບັດ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ມີ​ຜູ້​ທຸກ​ຍາກ​ເພີ່ມ​ຕື່ມ 2 ລ້ານ​ຄົນ,​ນີ້​ເປັນ​ການ​ໂຈມ​ຕີ​ຢ່າງ​ໜັກ​ໜ່ວງ​​ຕໍ່​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ອາຊີ. ມັນ​ອາດ​ຈະ​​ເຮັດ​ໃຫ້​ຄວາມທຸກ​ຍາກ​ແລະ​ຄວາມ​ຮັ່ງມີ​ພົ້ນ​ເດັ່ນ​ຂຶ້ນ​ກວ່າ​ເກົ່າ,ລະດັບ​ສຸຂະ​ພາບ​ຂອງ​ປະຊາ​ຊົນ​ຕ່ຳ​ລົງ ສະ​ພາບ​ແວດ​ລ້ອມ​ສັງຄົມ​ຊຸດ​ຮ້າຍ​ລົງ​.ສະນັ້ນ,​ທ່ານ​ເຫັນ​ວ່າ,ປະ​ເທດ​ທີ່ປະສົບ​ໄພ​ແລະ​ປະຊາ​ຄົມ​ໂລກ​ຄວນ​ເພີ່ມ​ຄວາມ​ແຮງ​ເຂົ້າ​ໃນ​ການ​ບຳບັດ​ຄວາມ​ທຸກ​ຍາກ,ຫຼີກ​ເວັ້ນບໍ່​ໃຫ້​ຜົນ​ກະທົບ​ທາງ​ລົບ​ຈາກ​ຄື້ນຊູ​ນາ​ມີ​ເພີ່ມ​ທະວີ​ຂຶ້ນຕື່ມ​ອີກ.

ນັກ​ເສດຖະສາດ​ຂອງ​ທະນາຄານ​ພັດທະນາ​ອາຊີ​ເຫັນ​ວ່າ,​ເຂດ​ປະສົບ​ໄພ​ເທື່ອ​ນີ້​ຕົ້ນຕໍ​ແມ່ນຢູ່​ເຂດ​ແຄມ​ທະ​ເລ,ຫາກ​ບໍ່​ແມ່ນ​ເຂດເສດຖະກິດ​ແລະ​ອຸດສາຫະກຳ​ຢູ່​ໜາ​ແໜ້ນ.​ເຊັ່ນ​ແຂວງ​ອາ​ເຈະ​ອິນ​ໂດ​ເນ​ເຊຍ​ທີ່​ປະສົບ​ໄພ​ຮ້າຍ​ແຮງ​ທີ່​ສຸດ​ກວມ​ແຕ່ 2% ຂອງGDP ທົ່ວ​ປະ​ເທດ,ຊັບພະຍາກອນ​ຂອງ​ມັນຕົ້ນຕໍ​ແມ່ນ​ມາ​ຈາກ​ອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຍັງ​ບໍ່​ທັນ​​ພັດທະນາ,ບໍ່ຫ່ອນ​ຖືກ​ກະທົບ​ຈາກ​ໄພພິບັດ​ເທື່ອນີ້.ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ 6 ​ເມືອງ​​ແຄມ​ທະ​ເລ​ທາງ​ພາກ​ໃຕ້ທີ່​ປະສົບ​ໄພ​ຂອງ​ໄທ​ມີ 2 ຕື້​ໂດ​ລາ​ສະຫະລັດທໍ່​ນັ້ນ,ພຽງກວມ​ 1,3%ຂອງ GDP ທົ່ວ​ປະ​ເທດ.

ນັກ​ເສດຖະສາດ​ຍັງ​ເຫັນ​ວ່າ,ຫຼັງ​ຈາກ​ໄພພິບັດ,ການທ່ອງທ່ຽວ​ຂອງ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ຈະ​ຕົກຕ່ຳຢູ່​ໃນ​ໄລຍະ​ສັ້ນ,​ແຕ່​ບໍ່ຫ່ອນຫຼົ້ມ​ເຫຼວຕະຫຼອດ​ໄປ.ນອກ​ຈາກ​ເຂດ​ແຄມ​ທະ​ເລ​ແລະ​ເກາະ​ທີ່​ປະສົບ​ໄພ​ແລ້ວ,ຊັບພະຍາກອນທ່ອງທ່ຽວ​ສ່ວນ​ຫຼາຍ​ຢູ່​ເຂດ​ນີ້​ຍັງ​ມີ​ຢູ່​ຄື​ເກົ່າ,ຄາດ​ຄະ​ເນ​ວ່າ ຍອດ​ຈຳນວນ​ຜູ້​ທ່ອງ​ທ່ຽວ​ບໍ່ຫ່ອນ​ຫຼຸດ​ໜ້ອຍ​ຢ່າງ​ຫຼວງ​ຫຼາຍ,ພຽງ​ແຕ່​ປ່ຽນ​​ປາຍທາງ​ການທ່ອງທ່ຽວທໍ່ນັ້ນ.ຢູ່​ເຂດ​ປະສົບ​ໄພ,ການ​ບໍລິການແລະ​ສິ່ງ​ກໍ່ສ້າງ​ການ​ທ່ອງ​ທ່ຽວ​ກໍມີ​ຫວັງ​ຈະ​ໄດ້​ຮັບ​ການ​ສ້າງ​ສາ​ຄືນ​ໃໝ່.ນອກ​ນີ້,​ແຜ່ນ​ດິນ​ໄຫວ ຄື້ນຊູ​ນາ​ມີ​ຕ່າງ​ກັບ​ພະຍາດ​ລະບາດ​​ເຊັ່ນ​ພະຍາດ​ຊາສ໌​ທີ່ເກີດ​ມີ​ຜົນ​ກະທົບ​ຍາວ​ນານ​,​ແຕ່​ບໍ່ຫ່ອນ​ມີປັດ​ໄຈ​ທີ່​ບໍ່​ດີ​ຍືດ​ເຍືອ​ໄປ,​ເວັ້ນ​ແຕ່​ມີ​ພະຍາດ​ລະ​ບາດ​ກຳ​ເນີ​ດຂຶ້ນ​ຢູ່​ເຂດ​ປະສົບ​ໄພ.ສະນັ້ນ,​ຖ້າ​ວ່າປະ​ສານ​ສົມ​ທົບ​ໃຊ້​ມາດ​ຕະ​ການ​ສ້າງ​ສາ​ຄືນ​ໃໝ່​ແລະ​ໂຄ​ສະນາ​ຢ່າງ​ບັງ​ເກີດ​ຜົນ,​ແຂກ​ທ່ອງ​ທ່ຽວກໍ​ຈະ​ຟື້ນ​ຟູ​ມີຄວາມ​ເຊື່ອ​ໃຈ​ໃນຂ້າງ​ໜ້າ​ບໍ່​ດົນນີ້.

ຜູ້​ຊ່ຽວຊານ​ຂອງ​ທະນາຄານ​ພັດທະນາ​ອາຊີ​ຍັງ​ຊີ້​ອອກ​ວ່າ,​ໃນ 3 ປີຜ່ານມາ,​ເສດຖະກິດ​ຂອງອິນ​​ເດຍ ​​ອິນ​ໂດ​ເນ​ເຊຍແລະໄທທີ່​ປະສົບ​ໄພ​ເທື່ອ​ນີ້​ລ້ວນ​ແຕ່​ຮັກສາ​ທ່ວງທ່າ​ເຕີບ​ໂຕ​​ເປັນ​ຢ່າງ​ດີ,ສະພາບ​ການ​ເງິນກໍ​ໄດ້​​ດີ​ຂຶ້ນ,​ເງິນ​ຄັງ​ສຳຮອງ​ທີ່​ເປັນເງິນ​ຕ່າງປະ​​ເທດ​ກໍ​ພຽງພໍ​,ມີ​ຄວາມ​ສາມາດ​ຕ້ານ​ການ​ກະ​ໜ່ຳຕໍ່​ເສດຖະກິດ​ຈາກ​ໄພພິບັດ.ນອກ​ນີ້,​ເງິນ​ບໍລິຈາກກ່ຽວ​ກັບ​ການ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ທີ່​ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນສັນຍາ​ໄດ້​ລື່ນ​ກາຍ 5 ຕື້​ໂດ​ລາ​ສະຫະລັດ,​ແລະ​ສົ່ງ​ໄປ​ຮອດ​ເກືອບ 1 ຕື້​ໂດ​ລາ​ສະຫະລັດ​ແລ້ວ,​ໂຄງການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ​ກໍ​ຈະ​ນຳ​​ໃຊ້ທຶນ​ຕ່າງປະ​ເທດ,ນີ້​ຈະ​ຊັກ​ນຳ​ການ​ເຕີບ​ໂຕ​ຂອງ​ອຸດສາຫະກຳ​​ແລະ​ຕະຫຼາດກໍ່ສ້າງ​ໃນ​ແຫ່ງ​ນັ້ນ​ໃນ​ລະດັບ​ຕ່າງ​ກັນອີກ​ດ້ວຍ.