ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-27 21:06:04    
ເຈົ້າໜ້າ​ທີ່​ສະຫະ​ປະຊາ​ຊາດຕິ​ຕຽນ​ອາ​ເມ​ລິ​ກາ​​ເຂົ້າແຊກ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກຫຼາຍ​ໂພດ

cri Author: zl
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 26 ມັງກອນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກ​ງານ​ໃຫຍ່​​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ,​ທ່ານ​ນາງ​ກາຣີນາ ​ເປ​ເຣລີ ຜູ້​ຮັບຜິດ​ຊອບ​ກົມ​ຊ່ອຍ​ເຫຼືອ​ການ​ເລືອກ​ຕັ້ງ​ສະຫະ​ປະຊາ​ຊາດ​ໄດ້ຕິ​ຕຽນທະ​ຫານ​ອາ​ເມ​ລິ​ກາປະຈຳ​ອີຣັກ​​ເຂົ້າ​ແຊກ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ​ຫຼາຍ​ໂພດ.

ທ່ານນາງ​ເປ​ເຣລີ​ເວົ້າວ່າ,​ເຖິງ​ວ່າຜູ້​ຊ່ຽວຊານ​ການ​ເລືອກຕັ້ງຂອງ​ສະຫະ​ປະຊາ​ຊາດ​ທວງ​ຫຼາຍ​​ເທື່ອ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຢ່າ​​ເຂົ້າ​ແຊກ​ແຊງ​ເລືອກ​ຕັ້ງ,​ແຕ່​ກອງທະ​ຫານ​ອາ​ເມ​ລິ​ກາ​ພັດ​ພະຍາ​ຍາມ​ເຜີຍ​ແຜ່​ຂ່າວ​ຄາວ​ກ່ຽວກັບ​ການ​​ເລືອກ​ຕັ້ງຢູ່​ອີຣັກ​ໂດຍ​ຕະ​ຫຼອດ,​ຈົນກະ​ທັ້ງ​ແຕ່ງ​ກອງ​ລາດຕະ​ເວນ​ໂຄ​ສະນາ​ການ​ໄດ້​ການ​ເສຍ​ແຫ່ງ​ການ​​ເລືອກ​ຕັ້ງຕໍ່​ຊາວ​ອີຣັກ.

ທ່ານນາງ​ເປ​ເຣລີ​ເວົ້າວ່າ,ວຽກ​ງານ​ກະກຽມທາງ​ເຕັກນິກ​ແຫ່ງ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ​ໄດ້​​ເຮັດສຳ​ເລັດ​ໝົດ​ແລ້ວ.​ເຖິງ​ວ່າ​ປະຈຸ​ບັນ ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກຍັງ​ປັ່ນ​ປ່ວນ​ຢູ່,​ແຕ່​ການ​ເລືອກ​ຕັ້ງຈະ​ຈັດ​ຂຶ້ນ​ຕາມ​ເວລາ​ກຳນົດ​ຢ່າງ​​ແນ່ນອນ.