|
ຕາມຂ່າວສານຊິນຮວາ: ໜ່ວຍສຳຫຼວດວິຊາການໜ່ວຍທຳອິດຂອງຈີນໄດ້ສຳເລັດວຽກງານຕີລາຄາໄພຄື້ນຊູນາມີແລະການສຳຫຼວດກ່ຽວກັບການສ້າງສາຄືນໃໝ່ຫຼັງຄື້ນຊູນາມີຢູ່ສີລັງກາແລະມານດິວ, ແລ້ວເດີນທາງອອກຈາກໂກລົມໂບໃນວັນທີ 27 ມັງກອນ.
ໃນໄລຍະສຳຫຼວດ, ໜ່ວຍສຳຫຼວດໄດ້ເຈລະຈາສອງຕໍ່ສອງກັບເຈົ້າໜ້າທີ່ຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານສອງປະເທດ, ແລະໄປເຂດປະສົບໄພສຳຫຼວດສະພາບການປະສົບໄພແລະຄວາມຕ້ອງການໃນການສ້າງສາຄືນໃໝ່, ໂດຍສະເພາະແມ່ນໄດ້ສຳຫຼວດສະພາບໂຄງການທີ່ຝ່າຍຈີນຈະຊ່ອຍກໍ່ສ້າງ. ການສຳຫຼວດເທື່ອນີ້ຈະສະໜອງຂໍ້ມູນຂ່າວສານໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງຈີນຊ່ອຍປະຕິບັດໂຄງການໃນບາດກ້າວຕໍ່ໄປ.
|