ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-28 09:18:55    
ບັນຫາ​ທີ່​ຜູ້​ເປັນ​ພະ​ຍາດ​ເລືອດ​ດັນ​ສູງ​ຕ້ອງ​ລະ​ວັງ​(ສຽງ)

cri Author: li

ພະຍາດ​ເລືອດ​ດັນ​ສູງ​ແມ່ນ​ພະຍາດ​ທີ່​ມີ​ຄົນ​ເປັນຫຼາຍ,ທັງພາ​ໃຫ້​​ເປັນ​ພະຍາດ​ອື່ນຫຼາຍ​ຢ່າງແລະ​ອັດ​ຕາ​ພາ​ໃຫ້​ພິການຍ້ອນ​ກໍ​ສູງ,ມັນ​ໄດ້​ຂົ່ມ​ຂູ່​ສຸຂະພາບ​ແລະ​ຄຸນ​ນະພາ​ບ​ຊີວິດ​ຂອງ​ຄົນ​ທັງຫຼາຍ​ຢ່າງຮ້າຍ​ແຮງ. ການ​ຄວບ​ຄຸມ​ເລື​ອດດັນ​ສູງ​ເປັນ​ຢ່າງ​ດີ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍຕໍ່​ການ​ຫຼຸດຜ່ອນ​ຫຼື​ຫຼົບຫຼີກ​ຜົນ​ຮ້າຍຂອງ​ມັນ​ທີ່​ມີ​ຕໍ່​ອະ​ໄວ​ຍະ​ວະ​ສຳຄັນ​ຂອງ​ຄົນ​ເຈັບ​. ​ແຕ່​ວ່າ,ຄົນ​ເຈັບບໍ່​ໜ້ອຍ​ຍັງ​ມີ​ຄວາມ​ຮັບ​ຮູ້​ແລະ​ການ​ກະທຳ​ທີ່ບໍ່​ຖືກຕ້ອງ​​ໃນ​ເວລາ​ປິ່ນປົວ​ພະຍາດ​ດັ່ງກ່າວ,​ສະນັ້ນ ຈຶ່ງ​ໄດ້​ກະທົບກະ​ເທືອ​ນ​ເຖິງ​ຜົນຂອງ​ການ​ປິ່ນປົວ.

ບາງ​ຄົນ​ທີ່​ເປັນ​ເລືອດ​ດັນ​ສູງ​ມັກກະ​ຄວາມ​ດັນຂອງ​ເລືອດ​​ສູງ​ຫຼືຕ່ຳ​ຕາມ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ. ​ເຮັດ​ແນວ​ນີ້​ແມ່ນ​ບໍ່​ຖືກຕ້ອງ,​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເປັນ​ເລືອດ​ດັນ​ສູງ​ມາ​ຍາວ​ນານ,ຍ້ອນ​ວ່າ​ລື້ງ​ເຄີຍ​ແລ້ວ,ສະນັ້ນ ​ເຖິງ​ວ່າຄວາມ​ດັນ​ເລືອດຈະ​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ,ກໍ​ບໍ່​ມີ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃດໆ. ຖ້າອີງ​ຕາມ​ຄວາມ​ຮູ້ສຶກ​ຂອງ​ຕົນ​ມາ​ກຳນົດ​ຈະ​ກິນ​ຢາ​ຫຼື​ບໍ່ນັ້ນ,ຈະ​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງຫຼາຍ​ທີ່​ສຸດ. ວິທີ​ທີ່​ຖືກຕ້ອງ​ແມ່ນ,ຄົນ​ເຈັບ​ຄວນ​ແທກ​ຄວາມດັນ​ຂອງ​ເລືອດ​ເປັນ​ປະຈຳ,ຢ່າງ​ໜ້ອຍ​ອາທິດ​ລະ​ເທື່ອ.

ຄົນ​ເຈັບ​ບາງ​ຄົນ​ບໍ່​ສາມາດ​ຍຶດໝັ້ນ​ກິນ​ຢາຕາມ​ໝໍ​ສັ່ງ,ບາງທີ​ກິນ,ບາງທີ​ບໍ່​ກິນ,ພາ​ໃຫ້​ຄວາມດັນ​ເລືອດ​ບໍ່ໝັ້ນທ່ຽງ,​ເຮັດ​ແນວ​ນີ້​ຈະ​ພາ​ໃຫ້​ອະ​ໄວ​ຍະ​ວະ​ສຳຄັນ​ເຊັ່ນ​ໝາກ​ຫົວ​ໃຈ,ສະໝອງ​ແລະ​ໝາກ​ໄຂ່ຫຼັງ​ຖືກ​ຜົນ​ຮ້າຍ​ຍາວ​ນານ.

ບາງ​ຄົນ​ເມື່ອ​ເຫັນ​ຄວາມດັນ​ເລືອດ​ເປັນ​ປົກກະຕິ​ແລ້ວ,ກໍ​ເຊົາ​ກິນ​ຢາ​ໂລດ,ນີ້​ກໍ​ແມ່ນ​ວິທີ​ທີ່ບໍ່​ຖືກຕ້ອງ. ​ເຮັດ​​ແນວ​ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້ການ​ປິ່ນປົວບໍ່​ໄດ້ຜົນ​ທໍ່​ນັ້ນ ຫາກ​ຍັງ​ຈະ​ພາ​ໃຫ້​ໝາກ​ຫົວ​ໃຈ,ສະໝອງ​ແລະ​ໝາກ​ໄຂ່ຫຼັງ​​ເປັນ​ພະຍາດ​ຢ່າງ​ໜັກໜ່ວງ​ເຊັ່ນ​ສາຍ​ເລືອດ​ສະໝອງ​ແຕກ​ເປັນຕົ້ນຍ້ອນ​ຄວາມດັນ​ເລືອດ​ຂຶ້ນໆ​ລົງໆຫຼາຍ​. ວິທີ​ທີ່​ຖືກຕ້ອງ​ແມ່ນ,​ຫຼັງຈາກ​ກິນ​ຢາ​ແລ້ວ,ຄວາມດັນ​ເລືອດ​ຕ່ຳລົງ,ຈາກ​ນັ້ນ ຍັງ​ຕ້ອງກິນ​ຢາ​ຕໍ່​​ໄປ​ໃນ​ປະລິມານ​ຮັກສາ​ຄວາມດັນ​ເລືອດ,​ຢາ​ໃຫ້​ໜ້ອຍ​ລົງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນາຍ​ໝໍ,​ເຊັ່ນ​ເພີ່ມ​ຫຼື​ຫຼຸດ​ຊະນິດ​ຢາ​ຫຼື​ປະລິມານ​ຢາ,​ແຕ່ບໍ່​ຄວນ​ເຊົາບໍ່​ກິນ​ຢາ​​ເລີຍ.

ຄົນ​ເຈັບ​ບາງ​ຄົນ​ກິນ​​ແຕ່ຢາ​ເປັນ​ເວລາ​ຍາວ​ນານ,​ບໍ່​ໄປ​ກວດ​ຢູ່​ໂຮງໝໍ​ຕາມ​ເວລາ​ກຳນົດ,​ເຮັດ​ແນວ​ນີ້​ມັກ​​ເຮັດ​ໃຫ້​ຢາ​ເກີດ​ມີ​ບົດບາດ​ຂ້າງຄຽງ​ຫຼື​ລື້ງຢາ. ​ເພາະວ່າ​ຄົນ​ເຈັບ​ຕ່າງ​ກັນ​ຄວນ​ອີງ​ຕາມ​ສະພາບ​ຕ່າງກັນ​ຂອງ​ຄົນ​ເຈັບ​ເຊັ່ນ​ໄລຍະ​ເວລາ​ເປັນ​ພະຍາດ,ອາຍຸ,ຄວາມ​ຕ່າງ​ກັນ​ຂອງ​ຄົນ​ແລະ​ສັບພະ​ຄຸນ​ຂອງ​ອະ​ໄວ​ຍະ​ວະ​ເປັນຕົ້ນ,​ເລືອກ​ເອົາ​ຢາ​ທີ່​ເໝາະ​ສົມ​ແລະ​ປະລິມານ​ຢາ​ທີ່​ເໝາະ​ສົມ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນາຍ​ໝໍ.

ພະຍາດ​ເລືອດ​ດັນ​ສູງ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຫຼາຍ​ປັດ​ໄຈ,ສະນັ້ນ ໃນ​​ເວລາ​ປິ່ນປົວ ກໍ​ຕ້ອງປົວ​ແບບ​ສັງ​ລວມ,ຖ້າ​ບໍ່​ດັ່ງນັ້ນ,ກໍ​ບໍ່​ອາດ​ຈະ​ໄດ້​ຮັບ​ຜົນ​ທີ່​ດີ​ຕາມ​ຄາດ​ຫວັງ. ​ໃນ​ເວລາ​ປິ່ນປົວ,ນອກຈາກ​ເລືອກ​ເອົາ​ຢາ​ທີ່​ເໝາະ​ສົມ​ແລ້ວ,ຍັງ​ຕ້ອງ​ລະວັງ​​ເຮັດ​ວຽກ​ແລະ​ພັກຜ່ອນ​ສົມ​ທົບກັນຢ່າງ​ເໝາະ​ສົມ,ຄວນ​ກິນ​ອາຫານ​ຈາງ​ແດ່,ຢ່າ​ກິນ​ເຄັມຫຼາຍ,​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ລື້ນ​ເລີງ​ແລະ​ຫັດກາຍ​ຢ່າງ​ເໝາະ​ສົມ​ແລະ​ລົດ​ນ້ຳໜັກ​ເປັນຕົ້ນ.

​ໃນ​ຈຳນວນ​ຜູ້​ເປັນ​ພະຍາດ​ເລືອດ​ດັນ​ສູງນັ້ນ,ຄົນ​ເຈັບ 80% ຂຶ້ນ​ໄປ​ເປັນ​ເລືອດ​ດັນ​ສູງ​​ໂດຍ​ບໍ່​ຮູ້​ມູນ​ເຫດ​,ຕ້ອງ​ກິນ​ຢາ​​ເພື່ອ​ຄວບ​ຄຸມ​ຄວາມ​ດັນ​ເລືອດ,​ເພື່ອຫຼຸດ​ແລະ​ເລື່ອນ​ເວລາ​​ອະ​ໄວ​ອະວະ​ຖືກ​ທຳລາຍ​ແລະ​ເພື່ອ​ຕໍ່​ອາຍຸ​ໃຫ້ຍືນ​ແດ່. ສະນັ້ນ ວິທີ​ທີ່​ຖືກຕ້ອງ​ແມ່ນ,​ໃຫ້​ຮູ້ຈັກ​ຄວາມ​ສຳຄັນ​ຂອງ​ການ​ເຮັດ​ໃຫ້​ຄວາມດັນ​ເລືອດ​ຕ່ຳລົງ,ຄວບ​ຄຸມ​ຄວາມດັນ​ເລືອດ​ຢ່າງ​ເຄັ່ງ​ຄັດ. ວິທີ​ທີ່​ຖືກຕ້ອງ​ແມ່ນສັບ​ຊ້ອນ​ຢາ​ທີ່​ກິນ​ໃຫ້​ທັນ​​ຄວາມ​ຕ້ອງການ​ຂອງ​ອາການ​ພະຍາດ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນາຍ​ໝໍ.

ທຳ​ມະ​ດາ​ແລ້ວ,ຖ້າ​ຄວາມດັນ​ເລືອດ​ຂອງ​ຜູ້​ໃຫຍ່​ສູງ​ກວ່າ 140/85,ກໍ​ຖື​ວ່າ​ເປັນ​ພະຍາດ​ເລືອດ​ດັນ​ສູງ​ແລ້ວ. ​ແຕ່​ຜູ້​ເປັນ​ເລືອດ​ດັນ​ສູງ​ໄລຍະ​ຕົ້ນບາງ​ຄົນ,ຄວາມດັນ​​ເລືອດ​ຂອງຜູ້ກ່ຽວ​ຢູ່​ໃກ້​ແຕ່​ບໍ່​ຮອດ​ມາດຖານ​ດັ່ງກ່າວ,ສະນັ້ນ ຈຶ່ງ​ບໍ່​ເອົາ​ໃຈ​ໃສ່. ​ເລື່ອງ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມດັນ​ເລືອດ​ລະດັບ​ນີ້​ກໍຈະ​ທຳລາຍ​ຮ່າງກາຍ​ເຊັ່ນ​ດຽວ​ກັນ.

ນອກ​ນີ້,​ຄົນໄວ​ຊະລາ(ໝາຍ​ເຖິງ​ອາຍຸ​ 60 ປີຂຶ້ນ​ໄປ)ລ້ວນ​ແຕ່​ມີ​ອາການ​ສາຍ​ເລືອດ​ແດງ​ແຂງ​​ໃນ​ລະດັບ​ຕ່າງ​ກັນ,ສຳຄັນ​ໝາຍ​ເຖິງ​ສາຍ​ເລືອດ​ແດງ​ໃນ​ໝາກ​ຫົວ​ໃຈ,ສະໝອງ​ແລະ​ໝາກ​ໄຂ່ຫຼັງ,ຖ້າ​ຄວາມດັນ​ເລືອດ​ສູງ​ໜ້ອຍ​ໜຶ່ງ,ຈະ​ມີ​ຜົນ​ດີ​ຕໍ່​ການ​ສະໜອງ​ເລືອດ​ໃຫ້​ອະ​ໄວ​ຍະ​ວະ,ຖ້າ​ບໍ່​ເອົາ​ຫົວຊາ​ນຳ​ອາຍຸ​ແລະ​ສະພາບ​ຮ່າງກາຍ​ຂອງ​ຄົນ​ເຈັບ,​ແລ້ວ​ຫຼຸດ​ຄວາມດັນ​ເລືອດ​ໃຫ້​ຕ່ຳ​ເຖິງ​ລະດັບ​ປົກກະຕິ​,ພັດ​ບໍ່​ດີຊ້ຳ. ຄວາມດັນ​ເລືອດ​ຈະຫຼຸດລົງ​ລະດັບ​ໃດ​ຈຶ່ງ​ເໝາະ​ສົມ,​ແມ່ນ​​ແລ້ວ​ແຕ່​ສະພາບ​ຂອງ​ແຕ່ລະ​ຄົນ,ຕີ​ລວາດ​ກວາດ​ພຽງ​ໃຫ້​ທໍ່​ກັນ​ໝົດ​ກໍ​ບໍ່​ດີ.