|
|
(GMT+08:00)
2005-01-28 15:59:11
|
|
ຄື້ນຊູນາມີບໍ່ໄດ້ເຮັດໃຫ້ເສດຖະກິດຂອງປະເທດປະສົບໄພເສຍຫາຍເຖິງຂັ້ນຫຼົ້ມແຫຼວ
cri
Author: li
ຕາມຂ່າວ CRI: ວັນທີ 27 ມັງກອນ ຢູ່ທີ່ປັກກິ່ງໄດ້ໄຂ"ກອງປະຊຸມສຳມະນາການວິເຄາະສະຖານະການເສດຖະກິດແລະການຮ່ວມມືລະຫວ່າງຊາດ"ຫຼັງໄພຄື້ນຊູນາມີ,ຜູ້ແທນຂອງເວທີປາໄສອາຊີໂປອາວ,ສະພາກາແດງຈີນ,ສະພາກາແດງສາກົນແລະອົງການທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດພ້ອມດ້ວຍຜູ້ຊ່ຽວຊານແລະນັກປາດໃນຂົງເຂດເສດຖະກິດແລະການທະນາຄານຂອງໂລກໄດ້ເຂົ້າຮ່ວມກອງປະຊຸມ,ປະເມີນສະຖານະການເສດຖະກິດຂອງປະເທດອາຊີອາຄະເນຫຼັງຈາກປະສົບໄພ,ແລະໄດ້ລົງເລິກຫາລືບັນຫາຕ່າງໆເຊັ່ນເຮັດແນວໃດເພີ່ມທະວີການຮ່ວມມືລະຫວ່າງຊາດຕື່ມອີກໃນການສ້າງສາຄືນໃໝ່ຫຼັງໄພພິບັດ.
ມະຫັນຕະໄພແຜ່ນດິນໄຫວແລະຄື້ນຊູນາມີຢູ່ມະຫາສະໝຸດອິນເດຍໃນວັນທີ 26 ທັນວາປີ 2004 ໄດ້ເຮັດໃຫ້ປະເທດແຄມທະເລອາຊີອາຄະເນແລະອາຊີໃຕ້ມີຄົນເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍແລະສ້າງຄວາມເສຍຫາຍທາງເສດຖະກິດຢ່າງບໍ່ສາມາດຄັນນະນາໄດ້. ເພື່ອກອບກູ້ເຂດປະສົບໄພດີກວ່າເກົ່າແລະຄາດຄະເນໂອກາດສ້າງບ້ານແປງເມືອງຄືນໃໝ່,ເວທີປາໄສອາຊີໂປອາວແລະສະພາກາແດງຈີນໄດ້ໄຂກອງປະຊຸມສຳມະນາວິເຄາະສະຖານະການເສດຖະກິດແລະການຮ່ວມມືລະຫວ່າງຊາດຫຼັງໄພພິບັດຢູ່ທີ່ປັກກິ່ງ. ໃນກອງປະຊຸມ,ທ່ານລົງຢົງທູ ເລຂາທິການໃຫຍ່ເວທີປາໄສອາຊີໂປອາວໄດ້ກ່າວຄຳປາໄສວ່າ:
"ກະແສສູງຂອງການກູ້ໄພໄດ້ຜ່ານໄປແລ້ວ,ການສ້າງບ້ານແປງເມືອງຄືນໃໝ່ແມ່ນບັນຫາທີ່ສຳຄັນຫຼາຍທີ່ວາງຢູ່ຕໍ່ໜ້າພວກເຮົາ,ສະນັ້ນ ຜ່ານກອງປະຊຸມເທື່ອນີ້ພວກເຮົາເພີ່ມທະວີຄວາມໝັ້ນໃຈກວມລວມຕໍ່ການພັດທະນາເສດຖະກິດຂອງເຂດປະສົບໄພ."
ໃນເວລາປະເມີນສະຖານະການເສດຖະກິດຫຼັງໄພພິບັດ,ຜູ້ແທນບາງຄົນທີ່ຮ່ວມປະຊຸມໄດ້ໃຊ້ຕົວເລກມາສະແດງໃຫ້ເຫັນວ່າ,ຄື້ນຊູນາມີບໍ່ໄດ້ເຮັດໃຫ້ເສດຖະກິດຂອງປະເທດປະສົບໄພເສຍຫາຍເຖິງຂັ້ນຫຼົ້ມແຫຼວ. ທ່ານນາງຈັງເສຍຊູນ ນັກເສດຖະສາດອາວຸດໂສຂອງທະນາຄານພັດທະນາອາຊີເຫັນວ່າ,ຄື້ນທະເລຊູນາມີມີຜົນສະທ້ອນໄລຍະສັ້ນໃນລະດັບໃດໜຶ່ງຕໍ່ເສດຖະກິດຂອງປະເທດທີ່ກ່ຽວຂ້ອງ,ແຕ່ເມື່ອສັງເກດຈາກໄລຍະຍາວໄກແລ້ວເຫັນວ່າ,ຜົນກະທົບບໍ່ແຮງປານໃດ. ຜູ້ແທນຂອງທະນາຄານໂລກກໍເຫັນວ່າ,ທີ່ຈິງແລ້ວ,ຄວາມເສຍຫາຍດ້ານບຸກຄົນໃນຄື້ນຊູນາມີເທື່ອນີ້ຫຼາຍກວ່າຄວາມເສຍຫາຍໃນດ້ານເສດຖະກິດ. ໃນເວລາທ່ານເບີດ ຮົຟມານ ນັກເສດຖະສາດຜູ້ທີໜຶ່ງຂອງທະນາຄານໂລກປະຈຳຈີນໄດ້ສະເໜີວ່າ:
"ກ່ຽວກັບບັນຫາສ້າງສາຄືນໃໝ່,ພວກເຮົາຕ້ອງໃຊ້ມາດຕະການໂດຍແບ່ງເປັນໄລຍະ,ກ່ອນອື່ນແມ່ນໄລຍະກອບກູ້ດ່ວນ,ຂໍ້ນີ້ ພວກເຮົາໄດ້ເຮັດແລ້ວ. ໄລຍະທີສອງແມ່ນໃຫ້ປະຊາຊົນຟື້ນຟູຊີວິດການເປັນຢູ່ອັນເປັນປົກກະຕິ,ສ້າງບ່ອນຢູ່ຊົ່ວຄາວໃຫ້ພວກເຂົາເຈົ້າ,ສະໜອງເຄື່ອງກິນຂອງໃຊ້ແລະເງິນໃຊ້ຈ່າຍຈຳນວນໜຶ່ງໃຫ້ພວກເຂົາເຈົ້າເພື່ອດຳລົງຊີວິດຂອງຕົນຄືນໃໝ່. ໄລຍະທີສາມແມ່ນໄລຍະສ້າງສາຄືນໃໝ່. ໄລຍະທີສີ່ແມ່ນການສ້າງກົນໄກເຕືອນໄພ,ເພື່ອປ້ອງກັນໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ."
ໃນສະເພາະໜ້ານີ້,ປະຊາຄົມໂລກທີ່ມີອົງການສະຫະປະຊາຊາດເປັນສູນປະສານງານລວມທັງມີລັດຖະບານບັນດາປະເທດແລະສະພາກາແດງສາກົນພວມດຳເນີນການຮ່ວມມືຢ່າງບັງເກີດຜົນໃນດ້ານຊ່ອຍເຫຼືອດ່ວນແລະສ້າງສາຄືນໃໝ່,ໄດ້ເສີມຂະຫຍາຍບົດບາດອັນສຳຄັນ.
ພາຍຫຼັງເກີດໄພແຜ່ນດິນໄຫວແລະຄື້ນຊູນາມີມະຫາສະໝຸດອິນເດຍແລ້ວ,ຈີນກໍໄດ້ໄປຊ່ອຍເຫຼືອໂດຍດ່ວນ,ໃຫ້ການຊ່ອຍເຫຼືອຢ່າງຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ,ໄດ້ສົ່ງກອງປິ່ນປົວແລະກອບກູ້ຫຼາຍກອງໄປເຂດປະສົບໄພ,ຈີນໄດ້ຊ່ອຍເຫຼືອແລ້ວຫຼືຮັບຈະໃຫ້ການຊ່ອຍເຫຼືອອີກທີ່ມີມູນຄ່າເກີນ 1 ຕື້ຢວນໃຫ້ເຂດປະສົບໄພ. ຫວ່າງກ່ອນນີ້ບໍ່ດົນ,ກະຊວງການຄ້າຈີນປະກາດວ່າ,ຈີນພວມຊ່ອຍປະເທດປະສົບໄພສ້າງສາຄືນໃໝ່ຢ່າງຮອບດ້ານ.ຈີນຍັງໄດ້ລິເລີ່ມແລະຈັດກອງປະຊຸມສຳມະນາກ່ຽວກັບການເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີຈີນອາຊຽນ,ຕັ້ງໜ້າສົ່ງເສີມໃຫ້ສ້າງກົນໄກເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີ. ການກະທຳເຫຼົ່ານີ້ຂອງຈີນໄດ້ຮັບຄວາມຊົມເຊີຍຢ່າງເຕັມສ່ວນຈາກປະຊາຄົມໂລກ. ທ່ານ ນູເລັດດິນ ໂມນາ ເຈົ້າໜ້າທີ່ອົງການຟາວສະຫະປະຊາຊາດເວົ້າວ່າ:
"ພາຍຫຼັງເກີດໄພຄື້ນຊູນາມີແລ້ວ,ລັດຖະບານຈີນໄດ້ມີປະຕິກິລິຍາຢ່າງວ່ອງໄວ. ບົດບາດສຳຄັນຂອງຈີນໄດ້ຮັບການຍ້ອງຍໍຈາກປະຊາຊົນປະເທດແລະພາກພື້ນປະສົບໄພ. ໃນໄລຍະມໍ່ໆນີ້,ອົງການຟາວຍັງໄດ້ຮັບຄຳໝັ້ນສັນຍາຈາກກະຊວງກະສິກຳຈີນວ່າຈະສະໜອງທຶນຊ່ອຍສ້າງສາຄືນໃໝ່ແກ່ເຂດປະສົບໄພ,ທັງນີ້ສະແດງໃຫ້ເຫັນວ່າ,ລັດຖະບານຈີນບໍ່ພຽງແຕ່ເອົາໃຈໃສ່ນຳການຊ່ອຍເຫຼືອແບບມະນຸດສະທຳດ່ວນຫຼັງໄພພິບັດທໍ່ນັ້ນ ແລະຍັງໄດ້ເອົາໃຈໃສ່ນຳວຽກງານສ້າງສາຄືນໃໝ່ຫຼັງໄພພິບັດນຳອີກ."
|
|
|