ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-28 17:20:49    
ອາ​ເມ​ລິ​ກາປະ​ຕິບັດ​ນະ​ໂຍ​ບາຍ​ພິ​ເສດ​ຕໍ່​ລາວ

cri Author: zl
ຕາມ​ໜັງ​ສືພິມ​ວຽງ​ຈັນ​​ທາມ​ສ໌ລາຍ​ງານ​ວ່າ:​ຫວ່າງ​ມໍ່ໆ​ນີ້,​ລັດຖະ​ສະພາ​ ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ມະຕິ​ປະ​ຕິບັດ​ນະ​ໂຍບາຍ​ພິ​ເສດຕໍ່​ລາວ,​ລັດຖະ​ບານ​ລາວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະ​ບານ​ແລະ​ປະຊາ​ຊົນ​ອາ​ເມ​ລິ​ກາ.

​ໃນ​ຈົດໝາຍ​ທີ່​ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ສົ່ງໄປ​ຍັງ​ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາຍົກ​ລັດຖະ​ມົນຕີ​ລາວ,​ໂດຍ​ຂຽນ​ວ່າ,ອາ​ເມ​ລິ​ກາ​ແລະ​ລາວ​ສ້າງ​ການ​ພົວ​ພັນໝູ່​ຄູ່​ການ​ຄ້າ,​ແມ່ນ​ມີ​ບົດ​ບາດ​ອັນຕັ້ງ​ໜ້າ ​ຊຸກຍູ້​​ການ​ພັດ​ທະນາ​ຂອງ​ລາວ,​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ລາວ​ແລະ​ການ​ລົງທຶນ​ຈາກ​ພາຍ​ໃນ​ແລະ​ຕ່າງປະ​ເທດ,ມັນ​ສາມາດ​ຊ່ອຍ​ເຫຼືອ​ປະ​ເທດ​ລາວ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ,​ແກ້​ໄຂ​ສະ​ພາບ​ປະຈຸ​ບັນ​ທີ່​ເສດ​ຖະກິດ​ສັງ​ຄົມ​ພັດ​ທະນາ​ຢ່າງ​ຊັກ​ຊ້າ​ຫຼ້າ​ຫຼັງ,ຍົກ​ສູງ​ຖານະ​ສາກົນ​ຂອງ​ລາວຕື່ມ​ອີກ.

ເຫດ​ການ​ຫຼັກ​ໝາຍ​ທາງ​ດັ່ງ​ກ່າວ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລາວ​ແລະ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ແລະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ໃນ​ຂົງ​ເຂດ​ການ​ຄ້າ ການ​ລົງ​ທຶນ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະຊາ​ຊົນ​ລະ​ຫວ່າງ​ສອງ​ຊາດ,​ທັງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ໄກ​ຢ່າງ​ຕັ້ງ​ໜ້າ​ຕໍ່​ອາ​ຊຽນ​ແລະ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ພົວ​ພັນ​ໝູ່​ຄູ່​ການ​ຄ້າ​ຕື່ມ​ອີກ.