ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-28 17:27:11    
ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ຈັດ​ວາງ​ລະ​ບົບ​ເຕືອນ​ໄພ​ຄື້ນ​ຊູ​ນາ​ມີ​ໄດ້​ໄຂ​ຂຶ້ນ​ຢູ່​ເກາະ​ພູ​ເກັດ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 28 ມັງກອນ​, ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາ​ວຸ​ໂສ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ຈັດ​ວາງ​ລະບົບ​​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ໄດ້​ໄຂ​ຂຶ້ນຢູ່​ເກາະ​ພູ​ເກັດ ທາງ​ພາກ​ໃຕ້​ປະ​ເທດ​ໄທ.

ກອງ​ປະຊຸມ​ນີ້​ແມ່ນ​ທຳ​ການ​ກະກຽມ​ໃຫ້​ແກ່ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ຈັດ​ວາງ​ລະບົບ​ເຕືອນ​ໄພ​ຄື້ນຊູນ​າມີ​ທີ່​ຈະໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້ນີ້, ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ຜູ່​ຮ່ວມ​ປະຊຸມຈະ​ຄົນຄວ້າ​ຂໍ້​ສະ​ເໜີ​ແລະ​ໝາກຜົນ​ຂອງ​ກອງ​ປະຊຸມ​ຫຼຸດ​ໄພ​ທົ່ວ​ໂລກ​ສະ​ຫະ​ປະ​ຊາ​ຊາດ​ແລະ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນ​ຊູ​ນາ​ມີ​ຈີນ​ອາຊ​ຽນຕື່ມ​ອີກ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ໃນດ້ານ​ນະ​ໂຍບາຍ​ແລະດ້ານ​ເຕັກນິກ, ຫາລື​ບັນຫາ​ສ້າງ​ສູນ​ເຕືອນ​ໄພ​ຄື້ນ​ຊູ​ນາ​ມີ​ພາກ​ພື້ນ​ແລະ​ສ້າງຕັ້ງມູນ​ນິທິ​ລະບົບ​ເຕືອນ​ໄພ​ຄື້ນ​ຊູ​ນາ​ມີ.