ເຈົ້າຊີວິດຊອກດານີກ່າວວ່າ ທ່ານອັບບາສແມ່ນຜູ້ຫ້າວຫັນທີ່ເຂົ້າຮ່ວມຂະບວນ ວິວັດສັນຕິພາບຕາເວັນອອກກາງ
cri
Author: zl
ຕາມຂ່າວສານຊິນຮວາ:ວັນທີ 27 ມັງກອນ,ໃນເວລາຕ້ອນຮັບການເຂົ້າ ສຳພາດຂອງສື່ມວນຊົນຕ່າງປະເທດ,ສົມເດັດອັບດູລາ ລາຊະການທີ 2 ເຈົ້າຊີວິດຊອກດານີເວົ້າວ່າ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນມີຄວາມສາມາດກາຍເປັນຜູ້ຫ້າວຫັນແລະມີກຳລັງທີ່ເຂົ້າຮ່ວມຂະບວນວິວັດສັນຕິພາບຕາເວັນອອກກາງ,ແລະສາມາດຜ່ານຜ່າຄວາມຫຍຸ້ງຍາກນານາປະການທີ່ປະເຊີນໃນປະຈຸບັນ.
ສົມເດັດອັບດູລາເວົ້າວ່າ,ຊອກດານີຈະສືບຕໍ່ຫາລືກັນຢ່າງໃກ້ຊິດກັບຝ່າຍປາເລັສຕີນ,ສະໜອງການສະໜັບສະໜູນຊ່ອຍເຫຼືອທີ່ເປັນໄປໄດ້ແກ່ຝ່າຍປາເລັສຕີນ,ຊ່ອຍປາເລັສຕີນບູລະນະລະບອບການເມືອງແລະຊຸກຍູ້ໃຫ້ປາເລັສຕີນອິສຣາແອນຟື້ນຟູການເຈລະຈາສັນຕິພາບ,ຊ່ອຍປາເລັສຕີນຟື້ນຟູສິດອຳນາດແຫ່ງຊາດທີ່ຊອບກົດໝາຍເຊິ່ງລວມທັງການສ້າງຕັ້ງປະເທດເອກະລາດ.
|
|