ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-29 17:24:44    
ທ່ານ​ອັບ​ບາສ​ເດີນທາງ​ໄປ​ຮອດ​ເລີ​ແກ​ເລີ່​ມຢ້ຽມຢາມ​ເອຢິບ

cri Author: zl
ຕາມ​ຂ່າວ​CRI:​ວັນ​ທີ 28 ມັງ​ກອນ,​ ທ່ານ​ອັບ​ບາສ ປະທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ໄດ້​ເດີນ​ທາງ​ໄປ​ຮອດ​ເລີ​ແກ​ນະຄອນ​ຫຼວງ​ເອຢິບ​,ເລີ່ມ​ຢ້ຽມ​ຢາມ​ເອຢິບ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ​ສອງ​ມື້.

ຢູ່​ເລີ​ແກ,ທ່ານ​ອັບ​ບາສ​ເວົ້າ​ວ່າ,ອົງ​ການ​ອຳນາດ​ແຫ່ງ​ຊາດປາ​ເລັສຕີນ​ຈະ​ທຳ​ຄວາມ​ພະຍາ​ຍາມ​ສຸດ​ຂີດ​ຄວບ​ຄຸມ​ສະຖານະ​ການ​ຄວາ​ມປອດ​ໄພ​ປາ​ເລັສ​ຕີນ,ທັງ​​ໄດ້ກຽມ​​ພ້ອມເປັນ​ຢ່າງດີ ຄຸ້ມ​ຄອງ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ເຂດປາ​ເລັສ​ຕີນ​ທັງ​ໝົດ​ຫຼັງ​ອິສຣາ​ແອນ​ຖອນ​ອອກ​ໄປ​ແລ້ວ.​ທ່ານ​ຍັງ​ເວົ້າວ່າ,​ທ່ານ​ຄອງ​ຄອຍ​ພົບ​ປະ​ກັບ​ທ່ານ​ຊາ​ລົງ ນາຍົກ​ລັດ​ຖະມົນ​ຕີອິສຣາ​ແອນ.

ທ່ານ​ຊາ​ອາສ໌ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດຖະ​ບານ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​ທີ່​​ເປັນ​ເພື່ອນ​ທ່ານ​ອັບ​ບາສ​ໄປ​ຢ້ຽມ​ຢາມ​ນັ້ນ ​ໄດ້​ເວົ້າ​ວ່າ​,ການ​ຢ້ຽມ​ຢາມ​ຂອງ​ທ່ານ​ອັບ​ບາສ​ເທື່ອ​ນີ້​ແມ່ນ​ໝາຍ​ຈະ​ພ້ອມ​ກັນ​ກັບ​ຝ່າຍ​​ເອຢິບ​ຊອກ​ຄົ້ນ​ການ​ເຄື່ອນ​ໄຫວ​ບາດ​ໜ້າທີ່​ຈັດຂະ​ບວນ​ວິວັດ​ສັນຕິ​ພາບ​ປາ​ເລັສ​ຕີນ​ອີສຣາ​ແອນ​ຄືນ​ໃໝ່.