ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-29 18:04:08    
ການ​ຮ່ວມ​ມື​ສາກົນ​ແລະ​ພາກ​ພື້ນທີ່​ສ້າງ​ກົນ​ໄກ​ເຕືອນ​ໄພ​ພາກພື້ນທີ່​ບັງ​ເກີດ​ຜົນ​ນັ້ນ​ແມ່ນ​ວຽກ​ງານ​ອັນ​ຮີບ​ດ່ວນ

cri
ຕາມ​ຂ່າວcri: ວັນ​ທີ 29 ມັງກອນ,ຢູ່​​ເກາະພູ​ເກັດ ພາກ​ໃຕ້​ຂອງ​ໄທ,ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ບັນຫາ​ໄພພິບັດ​ສຳຄັນ​ເຊັ່ນ​ແຜ່ນ​ດີ​ນ​ໄຫວ​ແລະ​ຄຶ້ນ​ຊູ​ນາ​ມີ​ເປັນ​ຕົ້ນ,ການ​ຮ່ວມ​ມື​ສາກົນ​ແລະ​ພາກພື້ນທີ່​ສ້າງ​ກົນ​ໄກ​ເຕືອນ​ໄພ​ພາກພື້ນ ທີ່​ບັງ​ເກີດ​ຜົນ​ນັ້ນ​ແມ່ນ​ວຽກ​ງານ​ອັນ​ຮີບ​ດ່ວນ.

ທ່ານ​ລີ​ຈ້າວ​ຊິງ​ແມ່ນ​ສະ​ແດງ​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມການ​ຮ່ວມ​ມືພາກ​ພື້ນ​ຂັ້ນ ລັດຖະມົນຕີ​ກ່ຽວກັບ​ການຈັດ​ວາງ​ການ​ເຕືອນ​ໄພ​ຄຶ້ນ​ຊູ​ນາ​ມີ​ໃນ​ວັນ​ທີ 29 ມັງກອນ. ທ່ານ​ລີ​ຈ້າວ​ຊິງ​ເວົ້າວ່າ,ການ​ສ້າງ​ກົນ​​ໄກ​ເຕືອນ​ໄພ​ຄຶ້ນ​ຊູ​ນາ​ມີ​ທີ່​ບັງ​ເກີດ​ຜົນ​ຢູ່​ມະຫາ​ສະຫມຸດ​ອິນ​ເດຍຄວນ​ສືບຕໍ່ສົ່ງ​ເສີມບົດບາດນຳ​ພາ​ແລະ​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ,ຖື​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ​ຂອງ​ພາກພຶ້ນຕົນ​ເປັນ​ພື້ນຖານ,ສະຫນັບສະຫນູນ​ອາຊ​ຽນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ຢູ່​ພາກພື້ນ​ແຫ່ງ​ນີ້.

ທ່ານ​ລີ​ຂ້າວ​ຊິງ​ຍັງ​ກ່າວ​ວ່າ,ຄຳ​ຫມັ້ນ​ສັນຍາ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີ ຈີນ​ໃນ​ກອງ​ປະຊຸມ​ຢາ​ກາ​ຕາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ຫລັງ​ໄພ​ຄຶ້ນ​ຊູ​ນາ​ມີນັ້ນຈະ​ປະກົດ​ເປັນ​ຈິງ​ຕາມ​ເວລາ​ກຳນົດ.