|
|
 |
| (GMT+08:00)
2005-01-29 18:06:56
|
|
ທ່ານອານນານຮຽກຮ້ອງໃຫ້ສ້າງລະບົບເຕືອນໄພຄຶ້ນຊູນາມີມະຫາສະຫມຸດອິນເດຍໂດຍໄວ
cri
ຕາມຂ່າວCRI: ວັນທີ 28 ມັງກອນ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ສ້າງລະບົບເຕືອນໄພຄຶ້ນຊູນາມີມະຫາສະຫມຸດອິນເດຍໂດຍໄວ,ແລະໃຫ້ສະຫະປະຊາຊາດມາປະສານວຽກງານທີ່ກ່ຽວຂ້ອງ.
ທ່ານອານນານແມ່ນສະແດງທັດສະນະດັ່ງກ່າວໃນເວລາກ່າວຄຳປາໄສໃນກອງປະຊຸມການຮ່ວມມືພາກພື້ນຂັ້ນລັດຖະມົນຕີກ່ຽວກັບການຈັດວາງການເຕືອນໄພຄຶ້ນຊູນາມີທີ່ຈັດຂຶ້ນຢູ່ເກາະພູເກັດຂອງໄທໃນວັນທີ 29 ມັງກອນ.ທ່ານຍັງຊີ້ອອກວ່າ,ຕ້ອງເອົາການສ້າງລະບົບເຕືອນໄພກັບວຽກງານປ້ອງກັນໄພ ຫລຸດໄພແລະຕ້ານໄພປະສານສົມທົບກັນ.
ລັດຖະມົນຕີຫລືເຈົ້າຫນ້າທີ່ຊັ້ນສູງຂອງ 40 ກວ່າປະເທດແລະເຂດແຄ້ວນລວມທັງປະເທດອາຊີອາຄະເນພ້ອມດ້ວຍຜູ້ແທນຂອງ 10 ກວ່າອົງການສາກົນເຊັ່ນສະຫະປະຊາຊາດ ທະນາຄານພັດທະນາອາຊີແລະສູນປ້ອງກັນໄພອາຊີເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມທີ່ໄຂເປັນເວລາສອງມື້ຄັ້ງນີ້.
|
|
|