ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-29 18:13:30    
ຊາວ​ອີຣັກຕ່າງ​ດ້າວ​ເລີ່​ມ​ເຂົ້າຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ

cri
ຕາມ​ຂ່າວcri: ວັນ​ທີ 28 ມັງກອນ,ຢູ່​ເຊີແນວ,ອົງການ​ຊາວ​ຍົກຍ້າຍ​ສາກົນ​ເວົ້າວ່າ,ມື້​ດຽວກັນ,ຊາວ​ອີຣັກຕ່າງ​ດ້າວ​ໄດ້​ເລີ່​ມ​ເຂົ້າຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​,ທ່ານ​ໂຊ​ຊີ ​ໂຄສົກ​ອົງການ​ດັ່ງກ່າວ​ເວົ້າວ່າ,ຊາວ​ອີຣັກຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່ 14 ປະ​ເທດ​ເອີ​ລົບ ອາ​ເມ​ລິ​ກາ​ເຫນືອ​ແລະ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໄດ້​ເລີ່​ມ ປ່ອນ​ບັດ​ໃນ​ວັນ​ທີ 28 ມັງກອນ​ ​ເວລາ​ທ້ອງ​ຖິ່ນ,ນັບ​ມາ​ຮອດ​ປະຈຸບັນ,ວຽກ​ງານ​ປ່ອນ​ບັດ​ເປັນ​ປົກກະຕິ.

ເນື່ອງ​ໃນ​ໂອກາດ​ຈະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ,​ເຫດການ​ຫລອນ​ໂຈມ​ຕີ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກຍັງ​ເກີດ​ຂຶ້ນ​ເລື້ອຍໆ.ວັນ​ທີ 28 ມັງກອນ,ຢູ່​​ແບກ​ແດດ ນະຄອນຫລວງ​ອີຣັກ​ໄດ້​ເກີດ​ເຫດ​ການ​ຫລອນ​ໂຈມ​ຕີ​ຫລາຍ​ລາຍ​ອີກ,ພາ​ໃຫ້ຢ່າງ​ຫນ້ອຍ 6 ຄົນ​ເສຍ​ຊີວິດ.