|
|
 |
| (GMT+08:00)
2005-01-29 20:38:39
|
|
ການສ້າງລະບົບເຕືອນໄພຄື້ນຊູນາມີພາກພື້ນຕ້ອງເຮັດຕາມເງື່ອນໄຂທ້ອງຖິ່ນ
cri
Author: zl
ຕາມຂ່າວສານຊິນຮວາ:ວັນທີ 29 ມັງກອນ,ຢູ່ທີ່ເກາະພູເກັດຂອງໄທ,ທ່ານນາງວາສໂທຼມ ທູດພິເສດຂອງທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດກ່າວວ່າ,ການສ້າງລະບົບເຕືອນໄພຄື້ນຊູນາມີພາກພື້ນມະຫາສະໝຸດອິນເດຍຕ້ອງເລີ່ມຈາກສະພາບຕົວຈິງແລະຄຳຮຽກຮ້ອງລະອຽດຂອງບັນດາປະເທດໃນພາກພື້ນແຫ່ງນີ້,ເຮັດຕາມເງື່ອນໄຂຂອງທ້ອງຖິ່ນ.
ໃນກອງປະຊຸມການຮ່ວມມືພາກພື້ນຂັ້ນລັດຖະມົນຕີກ່ຽວກັບການຈັດວາງການເຕືອນໄພຄື້ນຊູນາມີທີ່ຈັດຂຶ້ນຢູ່ເກາະພູເກັດຂອງໄທ,ທ່ານນາງວາສໂທຼມໄດ້ຕາງໜ້າທ່ານອານນານກ່າວຄຳປາໄສ.ທ່ານນາງກ່າວວ່າ,ການສ້າງລະບົບເຕືອນໄພຄື້ນຊູນາມີແນວໃດຢູ່ມະຫາສະໝຸດອິນເດຍ ຄວນຢູ່ໃຕ້ການປະສານງານຢ່າງບັງເກີດຜົນຂອງສະຫະປະຊາຊາດ,ໃຫ້ປະເທດໃນພາກພື້ນດັ່ງກ່າວເປັນຜູ້ຕົກລົງ.
|
|
|