|
 |
(GMT+08:00)
2005-01-30 20:57:36
|
ຜູ້ນຳສຸດຍອດປາເລັສຕິນອິສຣາແອນມີຫວັງຈັດການພົບປະກັນພາຍໃນສອງອາທິດ
cri
ຕາມຂ່າວCRI: ວັນທີ 29 ມັງກອນ,ທ່ານເບເຄີ ໂຄສົກຂອງທ່ານຊາລົງ ນາຍົກລັດຖະມົນຕີອິສຣາແອນແລະທ່ານລິບເດ ຫົວຫນ້າຫ້ອງການນາຍົກລັດຖະມົນຕີ ລັດຖະບານປົກຄອງຕົນເອງຂອງປາເລັສຕິນຕ່າງກ່າວວ່າ,ການພົບປະຄັ້ງທຳອິດລະຫວ່າງທ່ານຊາລົງກັບທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນຈະຈັດຂຶ້ນພາຍໃນສອງອາທິດຂ້າງຫນ້າ.ໃນຂະນະດຽວກັນ,ທ່ານອັບບາສສືບຕໍ່ຢ້ຽມຢາມຊອກດານີ ເອຢິບ ຣັດເຊຍແລະຕວັກກີພາຍຫລັງເປັນປະທານອົງການອຳນາດແຫ່ງຊາດປາເລັສຕິນ.
ວັນທີ 29 ມັງກອນ,ທ່ານເບເຄີເວົ້າວ່າ,ເວລາລະອຽດຂອງການພົບປະລະຫວ່າງທ່ານຊາລົງກັບທ່ານອັບບາສຕ້ອງເບິ່ງລະດັບຜ່ອນຍານຂອງສະຖານະການປາເລັສຕິນອິສຣາແອນແລ້ວຈິ່ງຕົກລົງໄດ້,ອາດຈະແມ່ນກ່ອນແລະຫລັງວັນທີ 8 ກຸມພາ.
|
|
|