ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 11:04:22    
ປະຊາ​ຄົມ​ໂລກ​ເຫັນ​ວ່າການ​ເລືອກ​ຕັ້ງທົ່ວ​​ໄປ​ຂອງ​ອີຣັກມີ​ຄວາມ​ໝາຍ​ສຳຄັນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 30 ມັງກອນ, ປະຊາ​ຄົມ​ໂລກ​ພາກັນ​ທຳ​ປະ​ຕິ​ກິລິຍາ​ຕໍ່​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ​ເຫັນ​ວ່າ, ການ​ເລືອກ​ຕັ້ງ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ການ​ເລືອກ​ຕັ້ງທົ່ວ​ໄປທີ່​ຈັດຂຶ້ນ​ຢູ່​ອີຣັກ​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ອີຣັກຢ່ວງ​ໄປ​ສູ່​ປະຊາທິປະ​ໄຕ, ທົ່ວ​ໂລກ​ຕ້ອງ​​​ເຊີດ​ຊູ​ກຳລັງ​ໃຈ​ຊາວ​ອີຣັກ​ໃຊ້​ບັດ​ເລືອກ​ຕັ້ງມາ​ກຳນົດ​ອະນາຄົດ​ຂອງ​ຊາດຕົນ.

ໜັງສືພິມ​ສຳຄັນ​ຂອງ​ປະ​ເທດ​ອາ​ລັບ​ໃນ​ອ່າວ​ເປີ​ເຊຍ​ເຫັນ​ວ່າ, ການ​ເລືອກຕັ້ງທົ່ວ​ໄປ​ເທື່ອ​ນີ້​ມີ​ຄວາມ​ໝາຍສຳຄັນ​ຕໍ່​ຂະ​ບວນການ​ສ້າງສາ​ອີຣັກທາງການ​ເມືອງຄືນ​ໃໝ່, ​ແຕ່​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ສະ​ເພາະ​ໜ້າ​​ນີ້ເຮັດ​ໃຫ້ການ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​​ເຫັນ​ໄປ​ໃນ​ແງ່​ດີ​ບໍ່​ໄດ້.

ວັນ​ທີ 30 ມັງກອນ, ທ່ານ​ບຸ​ສ ປະ​ທານາ​ທິບໍດີອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ແມ່ນ​ສຳ​ເລັດ​ຜົນ, ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດ​ກໍ​ກ່າວ​ວ່າ, ອັດຕາ​ປ່ອນ​ບັດ​ສູງ​ຂອງ​ການ​ເລືອກຕັ້ງທົ່ວ​ໄປ​ຂອງ​ອີຣັກ​​ເທື່ອ​ນີ້​​ເປັນ​ການ​ໂຈມ​ຕີ​ຢ່າງ​ໜັກ​ຕໍ່​ລັດທິ​ກໍ່​ການ​ຮ້າຍ.

ມື້​ດຽວ​ກັນ, ທ່ານ​ເດີ​ຮຸບ ​ເຊັບ​ເຟີ ​ເລຂາທິການ​ໃຫຍ່​ກຸ່ມ​ນາ​ໂຕ​​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ກຸ່ມ​ນາ​ໂຕ​ຈະ​ໃຫ້ການ​ຊ່ອຍ​ເຫຼືອດ້ານຄວາມ​ປອດ​ໄພ​ຍິ່ງ​ຫລາຍ​ກວ່າ​ເກົ່າ​ແກ່​ອີຣັກພາຍ​ໃນບໍ່​ທໍ່​ໃດເດືອນ​ຂ້າງ​ໜ້ານີ້.