ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 11:24:21    
ຂະບວນ​ການ​ສ້າງຕັ້ງ​ອຳນາດ​ການ​ປົກຄອງ​ຂອງ​ອີຣັກຄືນ​ໃໝ່

cri Author: MO
ວັນ​ທີ 9 ​ເມສາ​ປີ 2003, ພາຍຫລັງ​ທະຫານ​ອາ​ເມ​ລິ​ກາ​ຍຶດຄອງ​ແບກ​ແດກ ນະຄອນຫລວງ​ອີຣັກ​ແລ້ວ, ​ເຈົ້າໜ້າ​ທີ່​ຍຶດຄອງ​ອາ​ເມ​ລິ​ກາ​ອັງກິດ​ກໍ​ໄດ້ລົງມື​ສ້າງ​ຕັ້ງ​ອົງການ​ຄຸ້ມ​ຄອງ​ຊົ່ວ​ຄາວ​ຢູ່​ອີຣັກ.

ວັນ​ທີ 13 ກໍລະກົດ​ປີ 2003, ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວ​ຄາວ​ອີຣັກທີ່​​ແຕ່ງ​ຕັ້ງ​ໂດຍທ່ານ​​​ເບຼ​ເມີ ຜູ້​ວ່າການ​ບໍລິຫານພົນລະ​ເມືອງ​ອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ການ​ສ້າງສາ​ອີຣັກຄືນ​ໃໝ່​ຫລັງ​ສົງຄາມ​ໄດ້ປະກາດ​ສ້າງຕັ້ງຂຶ້ນ​ຢູ່​ແບກ​ແດກ, ໜ້າ​ທີ່​ຕຳ​ແໜ່​ງຕົ້ນຕໍ​ແມ່ນ​​ໃຫ້​ຄຳ​ປຶກສາ​ແລະວາງ​ຂໍ້​ສະ​ເໜີ​ໃຫ້​ເຈົ້າໜ້າ​ທີ່​ການທະຫານ​ປະສົມ, ມີ​ສິດ​ອຳນາດ​ແຕ່ງຕັ້ງ​​ແລະປົດລັດຖະມົນຕີ​ຂອງ​ລັດຖະບານ​ຊົ່ວຄາວ, ທູ​ຕາ​ນຸທູດ​ປະຈຳ​ຕ່າງປະ​ເທດ, ​ເຂົ້າຮ່ວມ​ການວາງ​ນະ​ໂຍບາຍ​ແຫ່ງ​ຊາດ, ສຳ​ຫລວດພິຈາລະນາ​ງົບປະມານ​ການ​ເງິນ, ​ແລະ​ວາງ​ລັດຖະທຳ​ມະນູນ​ເປັນຕົ້ນ, ສິດ​ຕົກລົງ​ສຸດ​ທ້າຍ​ຢູ່​ນຳ​ທ່ານ​​ເບຼ​ເມີ.

ວັນ​ທີ 1 ກັນຍາ, ຄະນະ​ກຳມະການຄຸ້ມ​ຄອງ​ຊົ່ວຄາວປະກາດ​ລາຍ​ຊື່ລັດຖະມົນຕີ 25 ທ່ານ​ຂອງ​ລັດ​ຖະບານ​ຊົ່ວຄາວ​​ອີຣັກຊຸດ​ໃໝ່. ວັນ​ທີ 3 ກັນຍາ, ສະມາຊິກ​ຄະນະ​ລັດຖະບານ​ຊຸດ​ໃໝ່​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງຢູ່​ທີ່​ແບກ​ແດກ.

ວັນ​ທີ 16 ຕຸລາ, ສະພາຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ມະຕິ​ເລກທີ 1511 ກ່ຽວ​ກັບ​ການ​ສ້າງສາ​ອີຣັກ​​ຄືນ​ໃໝ່​ຫລັງ​ສົງຄາມເຊິ່ງອາ​ເມ​ລິ​ກາ​ຍຶ່ນ​​ໃຫ້​ນັ້ນ. ມະຕິ​ ​ກ່າວ​ເນັ້ນວ່າ, ການ​ຍຶດຄອງ​ອີຣັກພຽງ​ແຕ່​ແມ່ນ​ເລື່ອງ​ຊົ່ວຄາວ. ມະຕິ​ຍັງ​ໄດ້​ມອບ​ສິດ​ໃຫ້​ສ້າງກອງ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກກອງ​ໜຶ່ງຊຶ່ງ​ນຳ​ໂດຍ​ອ​າ​ເມ​ລິ​ກາ.

ວັນ​ທີ 15 ພະຈິກ, ທ່ານ​​ເບຼ​ເມີ​ເຊັນສັນຍາ​ກັບ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວຄາວ, ກຳນົດ​ຕາ​ລາງ​ເວ​ລາ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ອີຣັກສຳ​ເລັດ​ວຽກ​ງານ​ມອບ​ຮັບ​ອຳນາດ.

ວັນ​ທີ 8 ມີນາ​ປີ 2004, ຢູ່​ທີ່​ແບ​ກ​ແດກ,  ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວຄາວ​ເຊັນ​ເອກະສານ​ລັດຖະທຳ​ມະນູນ​ຊົ່ວຄາວ​ເຫຼັ້ມທຳ​ອິດ​ຫລັງ​ສົງຄາມ​ອີຣັກຢ່າງ​ເປັນ​ທາງ​ການ, ​​ໄດ້ໃຫ້​ຫລັກ​ອ້າງ​ອິງ​ສຳຄັນ​ແກ່ການ​ປະກອບ​ອຳນາດ​ຄືນ​ໃໝ່​ແລະ​ການ​ເຄື່ອນ​ໄຫວ​ທາງ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ອີຣັກພາຍ​ໃນ​ໄລຍະ​ຂ້າມ​ຜ່ານ.

ວັນ​ທີ 4 ​ເມສາ, ທ່ານ​​ເບຼ​ເມີ​ປະກາດ​ສ້າງຕັ້ງກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ.

ວັນ​ທີ 28 ພຶດສະພາ, ຄະນະ​ກຳມະການ​ຄຸ້ມ​ຄອງຊົ່ວຄາວສະ​ເໜີ​​ໃຫ້​ທ່ານອາ​ລາ​ວີ ຂອງ​ນິກາຍ​ຊີ​ອິດ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ​ອີຣັກ, ​ໄດ້ຮັບ​ການ​ສະໜັບສະໜູນຈາກ​ອາ​ເມ​ລິ​ກາ​ແລະ​ສະຫະ​ປະຊາ​ຊາດ.

ວັນ​ທີ 1 ມິຖຸນາ, ທ່ານ​ອາລາ​ວີ​ປະກາດ​ບັນຊີ​ລາຍ​ຊື່​ຂອງ​ສະມາຊິກ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ. ມື້​ດຽວ​ກັນ, ທ່ານຢາ​ວາ ຂອງ​ນິກາຍ​ຊຸນ​ນິດ, ​ເວລາ​ນັ້ນ​ເປັນ​ປະທານ​ຝຽນ​ປະຈຳ​ເດືອນ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວຄາວ​ເປັນ​ປະທານາທິບໍດີ​ອີຣັກຜູ້​ໃໝ່.

ວັນ​ທີ 8 ມິຖຸນາ, ສະພາຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເປັນ​ເອກະສັນ​ກັນ​ຜ່ານ​ມະຕິ​ເລກ 1546 ກ່ຽວ​ກັບ​ບັນຫາ​ອີຣັກ, ຮັບ​ຮອງ​ລັດຖະບານ​ຊົ່ວຄາວ​ອີຣັກ, ກຳນົດ​ວ່າ, ອາ​ເມ​ລິ​ກາ​ອັງກິດ​ສິ້ນ​ສຸດ​ການ​ຍຶດຄອງ​ອີຣັກກ່ອນ​ວັນ​ທີ 30 ມິຖຸນາ, ພ້ອມ​ທັງ​ມອບ​ສິດ​ໃຫ້​ກອງ​ທະຫານ​ນາໆ​ຊາດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ສືບ​ຕໍ່ປະຈຳ​ຢູ່​ອີຣັກ, ຈົນ​ຮອດສຳ​ເລັດ​ຂະ​ບວນວິວັດ​ທາງການ​ເມືອງ​ຂອງ​ອີຣັກ.

ວັນ​ທີ 28 ມິຖຸນາ, ​ເຈົ້າໜ້າ​ທີ່​ທະຫານ​ປະສົມ​ປະຈຳ​ອີຣັກຈັດ​ພິທີ​ນ້ອຍ​ຢ່າງ​ລັບໆ​ຢູ່​​ແບກ​ແດກ, ທ່ານ​​ເບຼ​ເມີ ​ຜູ້​ວ່າການ​ບໍລິຫານ​ພົນລະ​ເຮືອນສູງ​ສຸດ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຍື່ນ​ເອກະສານ​ກົດໝາຍ​ທີ່​ເປັນ​ສັນຍະ​ລັກ​ອະທິປະ​ໄຕ​ຂອງ​ອີຣັກ​ໃຫ້​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ສະພາບ​ການຖຶກຍຶດຄອງ​​ເປັນ​ເວລາ 14 ​ເດືອນ​ຂອງ​ອີຣັກ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ດ້ານ​ກົດໝາຍ.

ແຕ່ວັນ​ທີ 15 ຫາ​ວັນ​ທີ 18 ສິງຫາ, ອີຣັກຈັດ​ກອງ​ປະຊຸມ​ການ​ເມືອງ​ແຫ່​ງຊາດ​ພັນ​ຄົນ, ກອງ​ປະຊຸມ​ຄັ້ງນີ້​ໄດ້​ຜ່ານ​ການ​ປຶກສາ​ຫາລື​ກັນ​ກັບ​ພັກ​​ໃຫຍ່​ຕົ້ນຕໍ, ​ໄດ້​ກຳ​ເນີ​ດສະພາ​​ແຫ່ງ​ຊາດຊົ່ວຄາວ​ທີ່​ປະກອບ​ດ້ວຍສະມາຊິກ​ສະພາ 100 ຄົນ. ພາລະກຳ​ຕົ້ນຕໍ​ຂອງ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ແມ່ນ​ຕິດຕາມ​ກວດກາ​ລັດຖະບານ​ຊົ່ວຄາວ​ອີຣັກ, ​ແລະ​ຮັບຜິດຊອບກະກຽມ​​ວຽກການເລືອກຕັ້ງສະພາ​​ແຫ່ງ​ຊາດຂ້າມ​ຜ່ານ​ໃນ​​ເດືອນ​ມັງກອນ​ປີ 2005.