ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 11:38:39    
ກິນ​ເຂົ້າສາລີ​ຫຼາຍ​ສາມາດ​ປ້ອງ​ກັນ​ໂລກ​ຫົວ​ໃຈ​ແລະ​ໂລກ​​ມະ​ເຮັງ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ການຄົ້ນຄວ້າ​ລາຍ​ຫນຶ່ງ​ສະ​ແດ​ງ​ໃຫ້​ເຫັນ​ວ່າ,​ໃນ​ອາຫານ​ທັງ​ຫມົດ,​ເຂົາ​ສາລີ​ມີຄຸນ​ຄ່າທາດ​ບຳລຸງ​ແລະ​ຮັກສາ​ສຸຂະພາບ​ໄດ້​ດີ​ຫຼາຍ,ກິນ​ເຂົ້າສາລີ​​ເລື້ອຍໆ​ສາມາດ​ປ້ອງ​ກັນ​ໂລກ​ຫົວ​ໃຈ​ແລະ​​ໂລກມະ​​ເຮັງ


ການຄົ້ນຄວ້າ​ລາຍ​ນີ້​ກິນ​ເວລາ​ຫນຶ່ງ​ປີ,ບັນດາ​ຜູ່​ຊ່ຽວຊານ​ໄດ້​​ເອົາຕົວ​ເລກຄາດຫມາຍຕ່າງໆ​​ໃນ​ດ້ານ​ທາດ​ບຳລຸງ​​ແລະ​ບົດບາດ​ສຸຂະພາບ​ຂອງ​ເຂົ້າສາລີ ​ເຂົ້າຈ້າວ ​ແປ້ງ​ຫມີ່​ແລະ​ເຂົ້າ​ອື່ນໆ​ມາ​ທຽບ​ໃສ່ກັນ,​ແລ້ວ​ໄດ້​ປະກົ​ດ​ເຫັນ​ວ່າ,​ ເຂົ້າສາລີ​ມີມ​ວິຕາມິນ​ຫຼາຍ​ກວ່າ​ຫມູ່,ຫຼາຍກວ່າເຂົ້າຈ້າວ​ແລະ​ແປ້ງຫມີ່ 5​ເທົ່າ​ຮອດ​10 ​ເທົ່າ.


ພ້ອມ​ກັນ​ນັ້ນ,​ ​ເຂົ້າສາລີຍັງມີ​ວັດຖຸ​​ບຳລຸງ​ຮ່າງກາຍ​ຫຼາຍຢ່າງ​ ​ເຮັດ​ໃຫ້​ບັນດາ​ຜູ່​ຊ່ຽວຊານ​ຮູ້ສຶກດີໃຈ.ນອກຈາກ​ມີ ​ໂປຼຕິນ ​ໄຂມັນ​​ແລະ​ກາ​ໂລ​ຕິນ​ໃນ​ກາ​ລົດ,​ໃນ​ເຂົ້າສາລີ​ຍັງ​ມີ​ວັດຖຸ​ບຳລຸງ​ເຊັ່ນ:ວິຕາມິນ​ເບ​ສອງ​ແລະ​ວິຕາມິນ​ອື່ນໆ.ວັດຖຸ​ເຫຼົ່ານ​ນີ້​ມີ​ຜົນ​ດີ​ຫຼາຍ​ທີ່​ສຸດ​ຕໍ່​ການ​ປ້ອງ​ກັນ​ໂລກ​ຫົວ​ໃຈ​ແລະ​ໂລກມະ​ເຮັງ.


ການຄົ້ນຄວ້າ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄຸນ​ຄ່າ​ບຳລຸງ​ຂອງ​ເຂົ້າສາລີ​ພັນພິເສດ​ຕ້ອງ​ຫຼາຍກວ່າ​ເຂົ້າສາລີ​ທຳ​ມະ​ດາ.ຕົວ​ຢ່າງ​ຄື,​ ທາດໂປຼຕິນ ນ້ຳມັນ​ພືດ​ແລະ​ວິ​ຕາ​ມິນ​​ໃນ​ເຂົ້າສາລີ​ຫວານ​ຫຼາຍ​ກວ່າເຂົ້າສາລີ​ທຳ​ມະ​ດາ 1​ເທົ່າ ຮອດ2​ເທົ່າ,ທາດເຊ​ເລ​ນິອົມ​​ເຊິ່ງ​ຖືເປັນ​ທາດ​ແຫ່​ງ​ຊີວິດຫຼາຍກວ່າ 8ຮອດ10 ​ເທົ່າ,​ໃນທາດອາ​ມີ​ໂນ​ອາ​ສິດ 17 ຢ່າ​ງໃນ​ເຂົ້າສາລີ​​,ມີ 13 ຢ່າງ​ຫຼາຍ​ກວ່າ​ເຂົ້າສາລີ​ທຳ​ມະ​ດາ,ນອກ​ນີ້,ທາດ​ບຳລຸງ​ຊະນິດ​ຕ່າງໆ​ເຊັ່ນ:ທາດ​ນ້ຳແລະ​ວິຕາ​ມິນ​ເປັນຕົ້ນ​ກໍ່ຫຼາຍ​ກວ່າ​ເຂົ້າສາລີ​​ແກ່​ຕັ້ງ​ຫຼວງ​ຫຼາຍ,​ເພາະວ່າ​ໃນ​​​ເວລາການ​ເກັບ​ຮັກສາ,ວັດຖຸ​ທາດບຳລຸງ​ຂອງ​ເຂົ້າສາລີ​ຈະ​ຫຼຸດ​ຫນ້ອຍ​ລົງ​ຢ່າງ​​ໄວວາ.
 ເຂົ້າສາລີ​ມີ​ວັດຖຸາ​ຕ້ານຄວາມ​ແກ່​ຊະລາ7 ຊະນິດ,ນັກ​ໂພດ​ຊະນາ​ການ​ຊີ້​ອອກ​ວ່າ,​ໃນ​ທາດາ​​ບຳລຸງ 50 ກວ່າ​ຢ່າງທີ່​​ໄດ້ຜົນ​ທີ່​ສຸດນັ້ນ​,​ໃນເຂົ້າສາລີ​ມີ 7 ຢ່າງຄື:  ທາດ​ການ​ຊີ​ອົມ ວິ​ຕາ​ມິນ  ມາ​ເຍ່  ເຊ​ເລ​ນີອົມ ວິຕາມິນ​​ເອີແລະກົດ​ໄຂມັນ​ເປັນ​ຕົ້ນ


ເມື່ອ​ໄດ້ວິ​ເຄາະ​ເບິ່ງແລ້ວຮູ້​ວ່າ,​ເຂົ້າສາລີ​​ແຕ່ລະ100 ກຼາມມີ​ທາດ​ການ​ຊີ​ອົມເກືອ​ບ 300 ມີ​ລີກຼາມ,ພໍ​ປານ​ກັບ​ທາດ​ການ​ຊີ​ອົມ​​ໃນອາຫານ​ປະ​ເພດ​ນ້ຳນົມ.ທາດ​ການ​ຊີ​ອົມ​ອຸດົມສົມ​ບູນ​ໄດ້​ມີ​ປະສິດ​ທິຄຸນ​ຫຼຸດ​ຄວາມ​ດັນ​ຂອງ ເລືອດ​ໃຫ້​ຕ່ຳລົງ.ຖ້າ​ດູດ​ຮັບເອົາ​ທາດ​ການ​ຊີ​ອົມມື້​ລະ 1 ກຼາມ​,ຫຼັງ​ຈາກ 6 ອາທິດ​ ຄວາມດັນ​ຂອງ​ເລືອດ​ຈະ​ຫ່ອນ​ຫຼຸດ​ລົງ 9%,ນອກ​ນີ້, ກາ​ໂລ​ຕິນ​​ໃນ​ເຂົ້າສາລີ​​ເມື່ອຮັບ​ເຂົ້າ​ໃນຮ່າງ ກາຍຂອງ​ຄົນ​ເຮົາ​ແລ້ວ, ມັນຈະ​ກາຍປ່ຽນ​ເປັນ​ວີ​ຕາ​ມິ​ອາມີ​ບົດບາດ​ປ້ອງ​ກັນ​ມະ​ເຮັງ​ໄດ້​,​ເຍື້ອ​ໃຍ​​ໃນພືດສາມາດ​ເລັ່ງໃຫ້ວັດຖຸ​ທີ່​ພາ​ໃຫ້​ເປັນມະ​​ເຮັງແລະ​ວັດຖຸທາດ​ເບື່ອ​ອື່ນໆ​ຂັບ​ຖ່າຍ​ອອກຈາກ​ຮ່າງກາຍ​ໂດຍ​ໄວ,ສ່ວນວິຕາມິນ​​ເອີ​ທຳ​ມະ​ຊາດ​ມີ​ບົດບາດ​ຊຸກຍູ້​​ໃຫ້​ຈຸ​ລັງ​ແຕກ​ແຍກ ​ຜ່ອນ​ຄວາມເຖົ້າ​​ແກ່​ຊະລາ ຫຼຸດ​ໂກ​ເລັສ​ເຕລອນ​​​ໃນ​ເຊ​ລຸ​ມໃຫ້​ຫນ້ອຍ​ລົງ​ແລະ​ປ້ອງ​ກັນບໍ່​ໃຫ້​​​ເປັນ​ພະຍາດ​ຜິວຫນັງ,ຍັງ​ສາມາດຫຼຸດຜ່ອນສາຍ​ເລືອດ​ແດງ​ດ້ານ​ແລະສະຫມອງ​​ເສື່ອ​ມ.ພະນັກງານ​ຄົ້ນ​ຄວ້າ​ຊີ້​ອອກ​ວ່າ,​ ທາດ​ລູ​ແຕນ​ແລະທາດ​ສີເຫຼືອງ​ໃນ​ເຂົ້າສາລີ​ສາມາດ​ຕ້ານຕາ​​​ເຖົ້າ​ໄວ, ນອກ​ນີ້,ກິນ​ເຂົ້າສາລີ​​ເລື້ອຍໆ​ຍັງ​ສາມາດ​ລະງັບ​ບົດບາດຂ້າງຄຽງຂອງ​ຢາ​ຕ້ານ​ມະ​​ເຮັງ,ກະຕຸກ​​ຈຸ​ລັງ​​ໃນສະຫມອງ,​ເພີ່ມ​​ແຮງສະຫມອງ​ແລະ​ຄວາມ​ຊົງຈຳ​ຂອງ​ຄົນ​ເຮົາ.


ເຂົ້າສາລີ​ກິນ​ແນວ​ໃດຈຶ່ງ​ມີ​ທາດ​ບຳລຸງ​ຫຼາຍ​ກວ່າ​ຫມູ່? ນັກ​ໂພດ​ຊະນາ​ການສະເຫ​ນີວ່າ, ​ເຂົ້າສາລີ​ກິນສຸກ​ດີກ​ວ່າ​ກິນ​​ດິບ.​ເຖິງ​ວ່າ​ໃນ​ເວລາ​ປຸງ​ແຕ່ງ​ວິຕາມິນ​ໃນເຂົ້າສາລີ​ຈະ​ເສຍ​ຫາຍສ່ວນ​ຫນຶ່ງ​ກໍ​ຕາມ,​ພັດໄດ້​ຮັບ​ຢາ​ຕ້ານ​ການຫັນ​​ເປັນ​ອ໌ອກຊີ​ທີ່​ມີ​ທາດບຳລຸງ​ຫຼາຍ​ກວ່າ​,ບໍ່​ວ່າຈືນກິນ​ຫຼື​ວ່າ​ຕົ້ມກິນ,​ເຂົ້າສາລີ​ລ້ວນ​ແຕ່​ຈະ​ປ່ອຍ​ອອກວັດຖຸທາດ​ບຳລຸງ​ຫຼາຍ​ກວ່າ​ເກົ່າ,ພ້ອມ​ກັນ​ນັ້ນ,​ເຂົ້າສາລີ​ກໍ​ຈະ​ມີ​ທາດ​ບຳລຸງ​ຫຼາຍ​ຂຶ້ນ,ພ້ອມ​ກັນ​ນັ້ນ,​ເຂົ້າສາລີ​ທີ່​ປຸງ​ແຕ່ງ​ແລ້ວ,ຍັງ​ມີ​ທາດ​​ໄລ​ຊິນ​ທີ່​ມີ​ຜົນ​ປິ່ນປົວ​ໃນ​ລະດັບ​ໃດ​ຫນຶ່ງ​ຕໍ່​ໂລກ​ມະ​ເຮັງ