|
 |
(GMT+08:00)
2005-01-31 12:08:22
|
ອິສຣາແອນຈະຖອນທະຫານອອກຈາກບາງເມືອງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ
cri
Author: li
ຕາມຂ່າວ CRI: ວັນທີ 30 ມັງກອນ ທ່ານ ໂມຟາສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນກ່າວວ່າ,ອິສຣາແອນອາດຈະຖອນອອກຈາກບາງເມືອງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນພາຍໃນບໍ່ທໍ່ໃດມື້ຂ້າງໜ້ານີ້.
ທ່ານ ໂມຟາສ໌ ເວົ້າວ່າ,ທະຫານອິສຣາແອນຈະມອບສິດຄວບຄຸມຄວາມປອດໄພຂອງເມືອງເຫຼົ່ານີ້ໃຫ້ກອງທະຫານຮັກສາຄວາມປອາໄພຂອງປາເລັສຕີນ. ທ່ານຍັງເຜີຍໃຫ້ຮູ້ວ່າ,ຫຼັງຈາກປະຕິບັດແຜນການການເຄື່ອນໄຫວຝ່າຍດຽວແລ້ວ,ກອງທະຫານອິສຣາແອນຈະຖອນອອກຈາກແຖບກາຊາທັງໝົດ.
ໃນມື້ດຽວກັນ ເຈົ້າໜ້າທີ່ຄວາມປອດໄພຊັ້ນສູງຂອງປາເລັສຕີນຜູ້ໜຶ່ງກ່າວວ່າ,ຝ່າຍປາເລັສຕີນຈະເລີ່ມຈັດວາງກອງທະຫານຮັກສາຄວາມປອດໄພຢູ່ລາມາລາ,ຕູນການມ,ການກີລີຢາແລະເຈຣີໂຄຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນວັນທີ 2 ກຸມພາ,ແລ້ວຮັບເອົາສິດຄວບຄຸມຄວາມປອດໄພຂອງເມືອງເຫຼົ່ານີ້ຈາກກອງທະຫານອິສຣາແອນເປັນກ້າວໆ.
|
|
|