ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 12:17:49    
ລັດຖະບານ​ຊົ່ວ​ຄາວ​ພ້ອມ​ກົນ​ໄກ​ໝູນ​ເດີນ​ຂອງ​ອີຣັກ

cri Author: li
ລັດຖະບານ​ຊົ່ວ​ຄາວ​ຂອງ​ອີຣັກ​ແມ່ນ​ສ້າງຕັ້ງຂຶ້ນ​ເມື່ອ​ວັນ​ທີ 1 ມິຖຸນາປີ 2004 ​ໂດຍ​ອີງ​ຕາມ​ລັດຖະທຳ​ມະນູ​ນຊົ່ວຄາວ​ທີ່​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວຄາວ​ຂອງ​ອີຣັກ​ລົງ​ລາຍ​ເຊັນ​ເມື່ອ​ເດືອນ​ມີນາ​ປີ 2004. ພາລະ​ໜ້າ​ທີ່​ຂອງ​ລັດຖະບານ​ຊົ່ວ​ຄາວ​​ແມ່ນ​ຮັບ​ເອົາ​ອຳນາດ​ການ​ປົກຄອງ​ຈາກ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ແລະ​ອັງກິດ​ທີ່​ຍຶດຄອງ,​ແລະ​ກຳ​ອຳນາດ​ຈົນ​ເຖິງ​ອີຣັກ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ແລະ​ລັດຖະບານ​ຂ້າມ​ຜ່ານ​ຊຸດ​ໃໝ່​ຂອງ​ອີຣັກ​ໃນຕົ້ນປີ 2005.

​ໃນ​ດ້ານ​ຈັດ​ວາງ​ສະມາຊິກ,ລັດຖະບານ​ຊົ່ວຄາວ​ຍັງ​ຄົງ​ໃຊ້​ເບົ້າ​ແບບ​​ແບ່ງປັນ​ອຳນາດ​ຕາມ​ພັກ​ຝ່າຍ,ຊົນ​ເຜົ່າ​ແລະ​ນິກາຍ​ສາສະໜາ​ທີ່​ໃຊ້​ໃນ​ເວລາ​ສ້າງຕັ້ງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວ​ຄາວ​ຂອງ​ອີຣັກ.

ອີງ​ຕາມ​ລັດຖະທຳ​ມະນູນ​ຊົ່ວຄາວ,ອີຣັກ​ປະຕິບັດ​ລະບອບ​ໃຫ້​ປະທາ​ນາ​ທິບໍດີ​ແລະ​ນາຍົກ​ລັດຖະມົນຕີ​ແບ່ງປັນ​ອຳນາດ. ລັດຖະບານ​ຊົ່ວຄາວ​ມີ​ປະທານາທິບໍດີ​ຜູ້​ໜຶ່ງ,ຮອງ​ປະທານາທິບໍດີ​ສອງ​ຄົນ​ແລະ​ນາຍົກ​ລັດຖະມົນຕີ​ຜູ້​ໜຶ່ງ. ນາຍົກ​ລັດຖະມົນຕີ​ກຳ​ວຽກງານ​ຂອງ​ຄະນະ​ລັດຖະບານ,ປະທານາທິບໍດີ​ມີ​ລັກສະນະ​ພິທີການ​ໃນ​ລະດັບຫຼາຍ​ສົມຄວນ,​ແມ່ນ​ສັນຍະລັກ​ຂອງ​ຊາດ.

ທ່ານອາ​ລາ​ວີ ນາຍົກ​ລັດຖະມົນຕີ​ລັດຖະບານ​ຊົ່ວ​ຄາວ​ມາ​ຈາກ​ນິກາຍ​ຊີ​ອິດ​ທີ່​ກວມ​ປະຊາກອນ​ອີຣັກ​ປະມານ 60%,ທ່ານ ຢາ​ວາ ປະທານາທິບໍດີ​ມາ​ຈາກ​ນິກາຍ​ຊຸນນິດ​ຂອງ​ອີຣັກ. ທ່ານ ຈາ​ຟາ​ລີ ຜູ້ນຳ​ພັກ​ຮຽກຮ້ອງ​ອິສລາມ ​ເຊິ່ງ​ເປັນ​ພັກ​ການ​ເມືອງ​ນິກາຍ​ຊີ​ອິດ​ແລະ​ທ່ານ ຊາ​ວິສ ຜູ້ນຳຕົ້ນຕໍ​ຂອງ​ພັກ​ປະຊາທິປະ​ໄຕ​ເຄີດ ​ເປັນ​ຮອງ​ປະທານາທິບໍດີ.

​ໃນ​ສະມາຊິກ​ລັດຖະບານ​ຊົ່ວຄາວທີ່​ປະກອບ​ດ້ວຍ 33 ທ່ານ,ນອກ​ຈາກ​ທ່ານ​ນາຍົກ​ອາ​ລາ​ວີ​ແລ້ວ,ຍັງ​ໄດ້​ຕັ້ງຮອງ​ນາຍົກ​ລັດຖະມົນຕີ​ຜູ້ໜຶ່ງ​ແລະ​ລັດຖະມົນຕີ 31 ຄົນ,​ໃນ​ນັ້ນ ລວມມີ​ເພດ​ຍິງ 6 ຄົນ. ​ໃນ​ສະມາຊິກ​ຄະນະ​ລັດຖະບານ​ເຫຼົ່ານີ້,​ມີ​ເກືອບ 1 ສ່ວນ 3 ​ແມ່ນ​ສະມາຊິກ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊົ່ວຄາວ. ນອກ​ນີ້ ລັດຖະບານ​ຊົ່ວ​ຄາວ​ຍັງ​ໄດ້​ຮັບ​ເອົາ​ບຸກຄົນ​ວິຊາ​ການຫຼາຍຄົນ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ.

ອີງ​ຕາມ​ມະຕິ​ເລກ 1546 ຂອງ​ອົງການ​ສະຫະ​ປະຊາ​ຊາດ,ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ຮັບ​ເອົາ​ອຳນາດ​ການ​ປົກຄອງ​ຈາກ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ຊົ່ວຄາວ​ຂອງ​ກອງ​ທະຫານ​ປະສົມ​​ເຊິ່ງຊີ້ນຳ​ໂດຍ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 28 ມິຖຸນາ​ປີ 2004. ຫຼັງຈາກ​ຈັດ​ພິ​ທີ​ມອບ​ຮັບ​ອຳນາດ​ແລ້ວ,ທ່ານ​​ເບຼ​ເມີ ຜູ້​ວ່າການ​ບໍລິຫານ​ພົນລະ​ເຮືອນ​ສູງ​ສຸດ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ໜີ​ອອກ​ຈາກ​ອີຣັກກັບ​ຄືນ​ອາ​ເມ​ລິ​ກາ.

ອີງ​ຕາມ​ລັດຖະທຳ​ມະນູນ​ຊົ່ວຄາວ,​ເພື່ອ​ຕິດຕາມ​ລັດຖະບານ​ຊົ່ວ​ຄາວ​ແລະ​ທຳ​ການ​ກະກຽມ​ເພື່ອ​ຈັດຕັ້ງ​ລັດຖະ​ສະພາ​ຂ້າມ​ຜ່ານ​ຊຸດ​ໃໝ່​ໂດຍ​ຜ່ານ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ມັງກອນ​ປີ 2005,ອີຣັກ​ໄດ້​ໄຂ​ກອງ​ປະຊຸມ​ການ​ເມືອງ​ພົນລະ​ເມືອງພັນ​ຄົນ​ໃນ​ວັນ​ທີ 15 ສິງຫາ​ປີ 2004,​ອັນ​ໄດ້​ກຳນົດ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ທີ່​ປະກອບ​ດ້ວຍ​ສະມາຊິກ 100 ຄົນ.

ສິດ​ແລະໜ້າ​ທີ່ຕົ້ນຕໍ​ຂອງ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ຍັງ​ລວມມີ: ມີ​ສິດ​ຢັບຢັ້ງນະ​ໂຍບາຍ​ຂອງ​ລັດຖະບານ​ຊົ່ວຄາວ,ພິຈາລະນາ​ສຳຫຼວດ​ແລະ​ອະນຸມັດ​ງົບປະມານ​ຂອງ​ລັດຖະບານ​ສົກ​ປີ 2005 ​ແລະ​ຕັ້ງກະທູ້​ຖາມ​ສະມາຊິກ​ຄະນະ​ລັດຖະບານ. ຖ້າ​ປະທານາທິບໍດີ​ຫຼື​ຮອງ​ປະທານາທິບໍດີ​ຂອງ​ລັດຖະບານ​ຊົ່ວຄາວ​ເຖິງ​ແກ່​ກຳ​ໃນ​ໄລຍະ​ຮັບ​ຕຳ​ແໜ່​ງ,ສະພາ​ແຫ່ງ​ຊາດ​ຊົ່ວ​ຄາວ​ຍັງ​ຮັບຜິດຊອບ​ເລືອກ​ຕັ້ງ​ປະທານາທິບໍດີ​ແລະ​ຮອງ​ປະທານາທິບໍດີ​ຜູ້​ໃໝ່.