ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 16:31:12    
ຈີນ​ສ້າງ​ທີ​ມລົດຖີບ​ອາຊີບ​ທີ​ມທຳ​ອິດ(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ ຕົ້ນປີ​ນີ້, ສະມາຄົມ​ລົດຖີບ​ຈີນ​ແລະ​ທີມລົດຖີບ​ມາ​ໂຄ​ໂປ​ໂລຂອງ​ໂຮນ​ລັງ​ໄດ້​ຮ່ວມ​ກັນ​ສ້າງທີ​ມລົດຖີບ​ອາຊີບ​​ຈີນ​ທີ​ມທຳ​ອິດຢູ່​ເມືອງ​ຈູ​ໄຫ ທາງ​ພາກໃຕ້ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ. ​ເຖິງ​ວ່າ​ນີ້​​ເປັນ​ພຽງບາດກ້າວ​ນ້ອຍຂອງກິລາ​ລົດຖີບ​ຈີນບົນ​​ເສັ້ນ​ທາງ​ຫັນ​ເປັນ​ອາຊີບ​ທໍ່​ນັ້ນກໍ່ຕາມ, ​ແຕ່​ເວົ້າສຳລັບ​ນັກ​ກິລາແລະ​ຄູ​ຝຶກ​ລົດຖີບ​ຈີນ​ແລ້ວ, ພັດ​​ມີ​ຄວາມ​ສັ່ນ​ຄອນ​ແຮງ​ສົມ​ຄວນ. ​ໃນ​ລາຍການ​ພາກ​ນີ້ ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຈີນ​ສ້າງ​ທີ​ມລົດຖີບ​ອາ​ຊີບ​ທີ​ມທຳ​ອິດ.

ຈີນ​ເປັນ "ອານາຈັກ​ລົດຖີບ", ຄົນຈີນ​ສ່ວນຫຼາຍ​ຖື​ລົດຖີບ​ເປັນພາຫະນະ​ຄົມມະນາຄົມ​ປະຈຳ​ວັນ. ​ແຕ່​ວ່າ ລະດັບກິລາ​ລົດຖີບ​ຂອງ​ຈີນ​ພັດ​ບໍ່​ທັນ​ລະດັບ​ກ້າວໜ້າ​ຂອງ​ໂລກ​​ເທື່ອ, ຈົນ​ຮອດປະຈຸບັນ, ລະດັບ​ສູງທີ່​ສຸດ​ແມ່ນ​ນາງ​ຈຽງ​ຢົງ​ຮວາ​ຊິງ​ໄດ້ຫຼຽນ​ເງິນ​ໃນ​ການ​ແຂ່ງຂັນ​​ເພດ​ຍິງກາງສະໜາມ​​ໃນງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ. ​ໃນ​ລາຍການ​ແຂ່ງຂັນ​ແລ່ນ​ຕາມ​ທາງຫຼວງທີ່​ສະ​ແດງ​ເຖິງ​ລະດັບ​ລວມຂອງ​ກິລາ​ລົດຖີບ​ຂອງ​ປະ​ເທດ​ໜຶ່ງ, ນັກ​ກິລາ​ລົດຖີບ​ຈີນ​ບໍ່​​ເຄີຍມີ​ຊື່​ມີ​ສຽງ​ຈັກ​ເທື່ອ, ສ່ວນ​ໃນ​ງານ​ແຂ່ງຂັນ​ລະດັບ​ສູງ​ສຸດ​​ໃນ​ໂລກ​ຄື ງານ​ແຂ່ງຂັນ​ລົດຖີບ​ແລ່ນ​ອ້ອມ​ຝຣັ່ງ, ບໍ່​ເຄີຍເຫັນ​ມີ​ນັກ​ກິລາ​ລົດຖີບຈີນ​ຈັກ​ຄົນ​ເລີຍ.

ງານ​ແຂ່ງ​ຂັນ​ລົດຖີບ​ແລ່ນ​ຕາມ​ທາງຫຼວງ​ແມ່ນ​ລາຍການ​ແຂ່ງຂັນ​ປະ​ເພດ​ໜຶ່ງ​ທີ່​ລຳບາກ​ທີ່​ສຸດ ນັກ​ກິລາ​ລົດຖີບ​ຕ້ອງມີ​ຮ່າງກາຍ​ແຂງ​ແຮງ ມີ​ອຸປະ​ກອນ​ດີ​ແລະ​ມີ​ບົດຮຽນແຂ່ງ​ຂັນ​ຫຼາຍ, ຕ້ອງລົງທຶນຫຼາຍ, ​ ສະ​ເພາະ​ແຕ່​ຄ່າ​ອຸປະກອນລົດຖີບໃນ​ປີ​ໜຶ່ງ ນັກ​ກິ​ລາ​ຜູ່​ໜຶ່ງ​ກໍ​ຕ້ອງ​ການ 1 ​ແສນ​ຢວນ, ນອກ​ນີ້​ຍັງ​ມີຄ່າ​ໃຊ້​ຈ່າຍ​ອື່ນໆ ຄື​ການ​ຝຶກ​ແອບ​ແລະທາດ​ບຳລຸງ​ເປັນຕົ້ນ. ສະ​ນັ້ນ ​ໂດຍ​ຖອດ​ຖອນ​ເອົາ​ບົດຮຽນ​​ຄຸ້ມ​ຄອງ​ແລະ​ໃຊ້ລະບົບ​ຝຶກ​ແອບ​ອັນ​ສຸກ​ງອມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ການ​ຫັນ​ກິ​ລາ​ລົດ​ຖີບ​ເປັນ​ອາຊີ​ບໄດ້​ກາຍ​ເປັນ​ເສັ້ນທາງ​ຕ້ອງ​​ເປັນ​ໄປ​ຂອງ​ການ​ພັດ​ທະ​ນາ​ລິ​ກາ​ລົດ​ຖີບ​​ແລ່ນ​ຕາມທາງຫຼວງຂອງ​ຈີນ.

ການ​ຮ່ວມ​ມື​ກັບ​ຝ່າຍ​ໂຮ​ນລັງ​ສ້າງທີ​ມລົດຖີບ​ອາຊີບ​ເທື່ອ​ນີ້,ກໍ່​ແມ່ນ​ການ​ເລີ່​ມຕົ້ນ​ຂອງ​ການ​ກິລາ​ລົດຖີບຈີນຫັນເປັນອາຊີບ. ທ່ານຖຽນຈຸນຢົງ ຮອງຫົວໜ້າສະມາຄົມ​ລົດຖີບ​ຈີນ​ຕີ​ລາຄາ​​ວ່າ: ​ເວົ້າ​ສຳ​ລົບ​ກິ​ລາ​ລົດຖີບ​ຂອງ​ຈີນ​ແລ້ວ, ມື້ສ້າງ​ທີ​ມແມ່ນ​ມື້ໜຶ່ງ​ທີ່​​ເປັນ​ປະຫວັດ​ການ. ​ເພາະ​ວ່າ​ແຕ່​ດຽວ​ນີ້​ເປັນ​ຕົ້ນ​ໄປ, ​ກິລາລົດຖີບ​ຈີນ​ໄດ້​ເລີ່​ມໝູນ​ເດີນ​ແບບ​ອາຊີບ​ຢ່າງ​ແທ້​ຈິງ, ບໍ່ວ່າ​ຈະ​ແມ່ນ​ນັກ​ກິ​ລາ​ຫຼື​ຈະ​ແມ່ນຄູ​ຝຶກ, ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ໃນ​ດ້ານ​ທັດສະນະ​ການ​ຝຶກ​ແອບ​ແລະ​ການ​ແຂ່ງຂັນ.

ທີ​ມລົດຖີບ​ທີ່​ຊື່ວ່າ​ມາ​ໂຄ​ໂປໂລນີ້​ໄດ້​ຈົດ​ທະບຽນ​ຢູ່​ສະຫະພັນ​ລົດຖີບ​ສາກົນ​ເມື່ອ​ເດືອນ​ທັນວາ​ປີກາຍ​ນີ້, ​​ສະມາຄົມ​ລົດຖີບຈີນເປັນ​ຜູ່ຕິດຕາມ​ກວດກາ​. ​ເຖິງ​ວ່າ​ສະມາຄົມ​ລົດຖີບ​ຈີນ​ແລະ​ທີ​ມ​ລົດ​ຖີບ​ແຫ່ງ​ຊາດ​ທີ່​ຄຸ້ມ​ຄອງ​ດ້ວຍ​ສະມາຄົມ​ລົດຖີບ​ຈີນ​ເປັນ​ຝ່າຍ​ຮ່ວມ​ມື​ກໍ່​ຕາມ, ​ແຕ່​ທີ​ມ​ລົດ​ຖີບ​ມາ​ໂຄ​ໂປ​ໂລ​ມີ​ສິດ​ທຸລະ​ກິດ​​ໂດຍ​ເປັນ​ເຈົ້າຕົນ​ເອງ. ຕາມ​ສັນ​ຍາ​ທີ່​ສອງ​ຝ່າຍ​ເຊັນ​ກັນ, ສະ​ມາຄົມ​ລົດຖີບຈີນ​ສົ່ງ​ນັກ​ກິລາ 4 ຄົນ​ແລະ​ຄູ​ຝຶກ​ຜູ່ໜຶ່ງ​ໄປ​​ເປັນ​ສະ​ມາ​ຊິກ​ທີ​ມລົດຖີບ​ມາ​ໂຄ​ໂປ​ໂລ, ​ແຕ່​ບໍ່​ເຂົ້າ​ແຊກ​ວຽກ​ງານ​ຂອງ​ທີ​ມລົດຖີບ​ ຄື​ການ​ຄຸ້ມ​ຄອງ ການ​ທຸ​ລະ​ກິດ ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລະ​ການ​ຝຶກ​ແອບ​ຂອງ​ນັກ​ກິລາ​ເປັນ​ຕົ້ນ. ທ້າວ​ລີ​ຟູ​ອີ້ ນັກ​ກິລາ​ລົດ​ຖີບ​ທາງ​ຫຼວງ​ຜູ່​ດີ​ເດັ່ນ​ທີ່​ສຸດ​ຂອງ​ຈີນ ດຽວ​ນີ້​ເປັນ​ນັກ​ກິລາຜູ່ໜຶ່ງ​ໃນ​ທີ​ມລົດຖີບ​ມາ​ໂຄ​ໂປ​ໂລ, ​​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຕໍ່​ອະນາຄົດ, ​ເພິ່ນ​ເວົ້າວ່າ: ດີ​ໃຈຫຼາຍທີ່​ໄດ້​ມີ​ໂອ​ກາດ​ເຂົ້າ​ເປັນ​ສະ​ມາ​ຊິກ​ທີມ​ລົດຖີບ​ນີ້, ​ກິລາ​ລົດຖີບ​ທາງ​ຫຼວງ​ໄດ້​​ເປັນ​ຕົວ​ແທນ​ໃຫ້​ແກ່​ລະດັບ​​ກິລາ​ລົດຖີບ​ປະ​ເທດ​ໜຶ່ງ, ຢູ່​ໃນ​ຖານະ​ສຳ​ຄັນ​ກວ່າ​ໝູ່​ໃນ​ລາຍ​ການ​ແຂ່ງ​ຂັນ​ກິລາລົດຖີບ. ປະ​ເທດ​ຈີນເປັນ​ປະ​ເທດ​​ໃຫຍ່ດ້ານ​ລົດ​ຖີບ, ຜົນ​ງານ​ລົດຖີບ​​ແລ່ນ​ຕາມ​ທາງ​ຫຼວງ​ດີ​ຂຶ້ນ​ແລ້ວ, ຈຶ່ງ​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ ລະ​ດັບ​ກິ​ລາ​ລົດ​ຖີບ​ໄດ້​ສູງ​ຂຶ້ນ. ສະ​ນັ້ນ ກ່ອນ​ອື່ນ ຂ້າພະ​ເຈົ້າຫວັງ​ໃຫ້​ຕົນ​ເອງ​ມີ​ຄວາມ​ກ້າວໜ້າ, ຊົງ​ຕົວ​ຢູ່ຢ່າງ​ໝັ້ນຄົງ​ໃນ​ທີ​ມລົດຖີບ​ນີ້, ​ເປົ້າ​ໝາຍ​ຂັ້ນສຸດ​ທ້າຍ​ແມ່ນ​ຫວັງ​ໃຫ້​ກິລາ​ລົດ​ຖີບ​ຈີນ​ນອກ​ຈາກ​ລາຍ​ການ​ແຂ່ງ​ຂັນ​ກາງ​ສະ​ໜາມ​ແຂ່ງຂັນ​ແລ້ວ ລາຍ​ການ​ແລ່ນ​ຕາມ​ທາງ​ຫຼວງ​ກໍ່​ໃຫ້​ຊິງ​ໄດ້​ລາງ​ວັນ​ໃນ​ງານ​ແຂ່ງຂັນ​ລະດັບ​​ໂລກ​ຈົນຮອດ​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ.

​ເມື່ອ​ທຽບ​ກັບ​​ເມື່ອກ່ອນ​ແລ້ວ, ລາຍ​ຮັບ​ຂອງນັກ​ກິລາ​ໃນ​ທີ​ມລົດຖີບ​ອາຊີບ​ຈະ​ເພີ່ມ​ຂຶ້ນ​ຫຼາຍ. ຕາມ​ໄດ້​ຊາບ, ພາຍຫຼັງສ້າງຕັ້ງທີ​ມລົດຖີບ​ອາຊີບ​ແລ້ວ,  ຄຽງ​ຄູ່​ກັບ​ໂອກາດ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ເພີ່ມ​ຂຶ້ນ, ລາຍ​ຮັບ​ຈາກ​ການເຂົ້າຮ່ວມ​ການ​ແຂ່ງ​ຂັນ​ແລະ​ເງິນ​ລາງ​ວັນ​ລ້ວນ​ແຕ່​ຈະ​ເພີ່ມ​ຂຶ້ນ​ສົມ​ຄູ່​ກັນ. ທ່ານ​ຈຽງ​ໂກ​ເຟິງ ​ເຈົ້າໜ້າ​ທີ່​ສະມາຄົມ​ລົດຖີບ​ຈີນ​ສະ​ເໜີ​ວ່າ,ຕາມ​ແຜນ​ການ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ປະ​ຈຳ​ຂອງ​ທີ​ມລົດຖີບ​ອາຊີບ​ຂ້າມ​ທະ​ວີບ, ​ໃນ​ປີ 2005, ພຽງ​ແຕ່​ຢູ່​ອາ​ຊີ​ທໍ່​ນັ້ນ ທີ​ມ​ລົດ​ຖີບ​ມາ​ໂຄ​ໂປ​ໂລຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ 20 ​ເທື່ອ​ຫາ 30 ​ເທື່ອ, ສ່ວນ​ຢູ່​ເອີ​ລົບ ​ການ​ແຂ່ງ​ຂັນ​ຍິ່ງ​ມີ​ຫຼາຍ, ​ປະມານ​ອາ​ທິດ​ລະ​ສອງ​ເທື່ອ​.

ທີ​ມລົດຖີບ​ອາຊີບ​ມີ​ບົດບາດ​ຊຸກ​ຍູ້​ລະດັບ​ຂອງ​ນັກ​ກິລາ​ແລະ​ລາຍ​ຮັບ​ສູງ​ຂຶ້ນພ້ອມ​ກັນ​, ສ່ວນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ໂຮ​ນລັງ​ເທື່ອ​ນີ້​ກໍ​ສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ໄດ້ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ: ທີ​ມລົດຖີບ​ມາ​ໂຄ​ໂປ​ໂລ​ໂຮ​ນລັງ​ໄດ້​ເປີດ​ກວ້າງ​ຜົນ​ສະທ້ອນ​ຢູ່​ຈີນ, ພໍ່ຄ້າ​ອຸປະຖຳ​ທີ​ມລົດຖີບດັ່ງກ່າວ​ກໍ​ເລັງ​ສາຍຕາ​ໃສ່​ໂອກາດ​ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ຫວັງ​ຜ່ານ​ຈາກ​ທີ​ມລົດຖີບ​ຕີ​ເຂົ້າຕະຫຼາດຈີນ; ສ່ວນ​ຝ່າຍ​ຈີນ​ນັ້ນ ກໍ​ອາ​ໄສ​ທຶນ​ກ້ອນ​ໃຫຍ່​​ແລະ​ບົດຮຽນ​​ຝຶກ​ແອບ​ແລະຄຸ້ມ​ຄອງຂອງ​ທີ​ມລົດຖີບ​ອາຊີບ, ອົບຮົມ​ນັກ​ກິລາ​ລົດ​ຖີບ​ແລ່ນ​ຕາມ​ທາງ​ຫຼວງ, ​ເພື່ອ​ໃຫ້​​ໄດ້ຮັບຜົນ​ງານ​ທີ່​ມີ​ການບຸກທະລຸ​ຈົນຮອດ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008.

ຕາມ​ແຜນການ​ຂອງ​ສະມາຄົມ​ລົດຖີບ​ຈີນ, ທີ​ມລົດຖີບ​ມາ​ໂຄ​ໂປ​ໂລ​ພຽງ​ເປັນ​ບາດກ້າວ​ທຳ​ອິດ​ຂອງ​ຈີນ​ທີ່​ສົ່ງ​ນັກ​ກິລາ​ໜຸ່ມ​ໄປ​ຝຶກ​ແອບ​ຢູ່​ຕ່າງປະ​ເທດ, ຕໍ່​ໄປ​ພາຍ​ໜ້າ, ສະມາຄົມ​ລົດ​ຖີບ​ຈີນ​ຍັງ​ຈະ​ຮ່ວມ​ມື​ກັບ​ທີ​ມລົດຖີບ​ອື່ນໆ​ອີກ, ສົ່ງ​ນັກ​ກິລາ​ລົດຖີບ​ຫຼາຍກວ່າ​ເກົ່າ ​ເຊິ່ງ​ລວມ​ທັງ​ລາຍ​ການ​ແຂ່ງລົດຖີບ​ຕາມ​ທາງ​ພູ​ໄປ​ຝຶກ​ແອບ​ຢູ່ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ ສະ​ມາ​ຄົມ​ລົດຖີບ​ຈີນ​ຍັງ​ຈະ​ສ້າງ​ຕັ້ງທີ​ມລົດຖີບ​ອາຊີບທີ່​ຈີນ​ຄຸ້ມ​ຄອງ​ຝຶກ​ແອບ​ໝົດ​ໃນ​ເວລາ​ອັນ​ເໝາະ​ສົມ. ທ່ານ​ຖຽນ​ຈຸນ​ຢົງ ຮອງ​ຫົວ​ໜ້າ​ສະມາຄົມ​ລົດຖີບ​ຈີນ​ເວົ້າວ່າ: ນີ້​ພຽງ​ແຕ່​ແມ່ນ​ບາດກ້າວ​ທຳ​ອິດ​ທໍ່​ນັ້ນ, ຕໍ່​ໄປ​ພາຍ​ໜ້າ ພວກ​ຂ້າພະ​ເຈົ້າຍັງ​ຈະ​ໃຊ້​ຫຼາຍມາດ​ຕະການ, ຕົວ​ຢ່າງ​ຄື ສົ່ງ​ນັກ​ກິລາ​ຜູ່​ດີ​ເລີດ​ໄປ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ອື່ນໆຂອງ​ເອີ​ລົບ; ສ້າງຕັ້ງທີ​ມລົດຖີບ​ອາຊີ​ບ​ເພດ​ຍິງ​ແຂ່ງ​ຕາມ​ທາງ​ຫຼວງ​ທີມ​ທຳ​ອິດ​ຂອງ​ຈີນ; ຈັດ​ງານ​ແຂ່ງຂັນລົດຖີບ​ຊິງ​ລາງ​ວັນ​ໃຫຍ່​ອາ​ຊີບລະດັບ​ຊາດ, ດຳ​ເນີນ​ການ​ກິ​ລາ​ລົດ​ຖີບ​ຂອງ​ຈີນ​ໃຫ້​ດີ​ຢ່າງ​ແທ້​ຈິງ. ຖ້າ​ສາມາດ​ໝູນ​ເດີນ​ໄປ​ຢ່າງ​ປອດ​ໃສ​ແລະ​ປົກ​ກະ​ຕິ, ​ເຊື່ອ​ວ່າ​ອີກ 2-3 ປີ, ນັກ​ກິ​ລາ​ລົດ​ຖີບ​ແຂ່ງ​ຕາມ​ທາງຫຼວງຂອງ​ຈີນ​ຍ່ອມ​ຈະ​ມີ​ລະດັບ​​ສູງ​ຂຶ້ນ​ແບບ​ກ້າວ​ກະ​ໂດດ, ​ແລ້ວ​ຈະ​ດຳ​ເນີນ​ການ​ກິລາ​ລົດຖີບ​ແຂ່ງ​ຕາມ​ທາງ​ພູ ລົດຖີບ​ລໍ້​ນ້ອຍ​ໃຫ້​ເປັນ​ອາ​ຊີບ, ​ຍົກ​ລະ​ດັບ​ແຂ່ງ​ຂັນ​ລົດ​ຖີບ​ສັງ​ລວມຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ໃນ​ທີ່​ສຸດ​ດ້ວຍ​ວິ​ທີ​ປອດ​ໃສ​ແລະ​ມີ​ລະ​ບຽບ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ ລາຍການ​ໂລກ​ກິລາ​ຂອງ​ພວກ​ເຮົາ​ພາກ​ນີ້ ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດໜ້າ, ສະບາຍ​ດີ.