ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-31 20:37:19    
ໄພ​ຄຶ້ນ​ຊູ​ນາ​ມີ​ໄດ້​ປຸກ​ສະຕິ​ຄວາມ​ສ່ຽງ​ຂອງ​ຜູ້​ທ່ອງ​ທ່ຽວ​ຈີນ

cri
ຕາມ​ຂ່າວ​ຈາກ​ຫນັງສືພິມ​ເຢີ​ນຫມິນ​ຢື້​ປ້າວ​ສະບັບ​ວັນ​ທີ 31 ມັງກອນ:​ໄພ​ຄຶ້ນ​ຊູ​ນາ​ມີ​ບໍ່​ໄດ້​ຂັດຂວາງຄວາມ​ຢາກ​ໄປ​ທ່ຽວ​ຕ່າງປະ​ເທດ​ຂອງ​ຄົນ​ຈີນ,​ແຕ່​ໄດ້​ປຸກ​ແລະ​ເພີ່ມ​ສະຕິ​ຄວາມ​ສ່ຽງ​ຂອງ​ຄົນ​ທັງຫລາຍ.​ໃນ​ໄລຍະ​ມໍ່ໆ​ມາ​ນີ້,ຕະຫລາດ​ປະກັນ​ໄພ​ການທ່ອງທ່ຽວ​ຂອງ​ຈີນ​ປະກົດ​ມີ​ສະພາບ​ຄຶກຄັກ​ທີ່​ບໍ່​ຄ່ອຍ​ມີ​ໃນ​ຫລາຍ​ປີ​ມາ​ນີ້.

ຕາມ​ສະ​ເຫ​ນີວ່າ,ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ຈະ​ວຽນມາ​ເຖິງ,ຄົນ​ຈີນ​ບໍ່​ຫນ້ອຍ​ໄດ້​ວາງ​ແຜນ​ຈະ​ໄປ​ທ່ຽວ​ນອກໃນ​ຍາມ​ບຸນ​ກຸດ​ຈີນ,ສິ່ງ​ທີ່​ຕ່າງ​ກັບ​ທຸກ​ປີ​ທີ່​ຜ່ານ​ມານັ້ນ​ແມ່ນ,​ໄພຄຶ້ນ​ຊູ​ນາ​ມີ​​ໄດ້​ເຮັດ​ໃຫ້​ຄົນ​ທັງຫລາຍ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ປະກັນ​ໄພ​ທ່ອງທ່ຽວ​ປະ​ເພດ​ຕ່າງໆ.ບຸກຄົນ​ທີ່​ກ່ຽວ​ຂ້ອງ​ຄາດ​ຄະ​ເນ​ວ່າ,​​​ຜູ້​​ຈະອອກ​ໄປ​ທ່ຽວໃນ​ຍາມ​ບຸນ​ກຸດ​ຈີນນັ້ນ​ທີ່​ປະກັນ​ໄພ​ອຸບັດ​ຕິ​ເຫດ​ອາດ​ຈະ​ຈາກ 6%​ໃນ​ແຕ່​ກ່ອນ​ເພີ່ມ​ຂຶ້ນ​ຮອດ 20%.