ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 16:43:25    
ຜົນ​ກະທົບ​ທາງ​ລົບ​ຂອງຄື້ນ​ຊູ​ນາ​ມີທີ່​ມີ​ຕໍ່​ເສດຖະກິດ​ພາກ​ພື້ນ​ແມ່ນ​ມີ​ຈຳກັດ

cri Author: mo
ວັນ​ທີ 26 ທັນວາ​ປີ 2004, ມະຫາ​ສະໝຸດ​ອິນ​ເດຍ​​ໄດ້​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍ​ແຮງ​ແລະ​ພາ​ໃຫ້​ເກີດ​ຄື້ນ​ຊູ​ນາ​ມີ, ​ໄດ້​​ເຮັດ​ໃຫ້​ປະ​ເທດ​ອາຊີ​ຈຳນວນ​ໜຶ່ງ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ​ແລະ​​ມີ​ຄວາມເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ໜັກໜ່ວງ. ​ແຕ່​ທະນາຄານ​ພັດທະນາ​ອາຊີ​ເຫັນ​ວ່າ, ​ຜົນ​ກະທົບ​ຂອງໄພພິບັດ​ບັ້ນນີ້ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ກວມ​ລວມຂອງ​ປະ​ເທດ​ແລະພາກ​ພື້ນທີ່​ປະສົບ​ໄພ​ນັ້ນ​ແມ່ນ​ມີ​​ຈຳກັດ.

ຕາມ​ຊາບ​ວ່າ, ​ໃນ​ບັນດາ​ປະ​ເທດ​ທີ່​ປະສົບ​ໄພ​ນັ້ນ, ກະ​ວ່າ, ໜ້າ​ພຽງ​ເພີ່ມGDPຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ​ນີ້​ແລະ​ປີໜ້າ​ຈະ​ຫລຸດ​ລົງ0.2%; ລັດຖະບານ​ໄທ​ກໍ​ໄດ້​ຫລຸດ​ອັດຕາ​​ເພີ່ມ GDP ​ໃນ​ປີ 2005 ທີ່​ຄາດ​ໄວ້​ກ່ອນຈາກ 7% ກ່ອນ​ປະສົບ​ໄພ​ລົງ​ຮອດ 5.7%. ມານ​ດີ​ວ​ແລະ​ສີ​ລັງ​ກາ​ຍ້ອນ​ເນື້ອ​ທີ່​ແຫ່ງ​ຊາດ​ນ້ອຍ, ​ໃນ​ອົງ​ປະກອບ​ເສດຖະກິດ​ນັ້ນ, ການທ່ອງທ່ຽວ​ແລະ​ກະສິກຳ​ກວມ​ອັດຕາ​ສ່ວນ​ຂ້ອນ​ຂ້າງ​ຫລາຍ, ບວກ​ກັບ​ຂຸມ​ການ​ເງິນ​​ເດີມ​​ເລິກ, ​ເສດຖະກິດ​ຈະ​ຖືກ​ກະທົບຍິ່ງ​ຫລາຍ​ກວ່າ.

ກ່ຽວ​ກັບ​ຜົນສະທ້ອນ​ທາງ​ລົບ​ທີ່​ແຜ່ນດິນ​ໄຫວ​ແລະ​ຄື້ນ​ຊູ​ນາ​ມີ​ນຳ​ມາ​ໃຫ້​ເສດຖະກິດ​ແລະ​ສັງຄົມ​ຂອງ​ພາກ​ພື້ນ​ນີ້, ທະນາຄານ​ພັດທະນາ​ອາຊີ​ເຫັນ​ວ່າ, ​ໄພພິບັດ​ບັ້ນນີ້​ໄດ້​​ເຮັດ​ໃຫ້​ມີປະຊາກອນ​ຜູ້​ທຸກ​ຍາກ​ເພີ່ມ​ຂຶ້ນອີກ 2 ລ້ານ​ຄົນ, ນີ້​ຈະ​​ກະທົບ​ແຮງຕໍ່​ວຽກ​ງານ​ຫລຸດ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ອາຊີ. ມັນ​ອາດ​ຈະ​ສ້າງ​ບັນຫາ​ຕ່າງໆ​ເຊັນ​ຄົນ, ລະດັບ​ສຸຂະພາບ​ຂອງ​ປະຊາກອນ​​ຕ່ຳລົງ, ​ແລະ​ສິ່ງ​ແວດ​ລ້ອມ​​ສັງຄົມ​ຊຸດ​ຮ້າຍ​ລົງ​ເປັນຕົ້ນ.

ນັກ​ເສດຖະສາດ​ຂອງ​ທະນາຄານ​ພັດທະນາ​ອາຊີ​ເຫັນ​ວ່າ, ​ເຂດ​ປະສົບ​​ໄພ​ເທື່ອ​ນີ້​ຕົ້ນຕໍ​​ໂຮມ​ສູນ​ຢູ່​ແຄມ​ທະ​ເລ, ຫາກ​ບໍ່​ແມ່ນ​ເຂດ​ທີ່​ມີ​ການ​ເຄື່ອນ​ໄຫວ​ເສດຖະກິດ​ແລະ​ອຸດສາຫະກຳ​ໂຮມສູນ. ຕົວຢ່າງ​ຄື, ​ມູນ​ຄ່າ​ການ​ຜະລິດ​ຂອງແຂວງ​ອາ​ເຈະ​ແຫ່ງ​ອິນ​ໂດ​ເນ​ເຊຍ​ທີ່​ປະສົບ​​ໄພ​ໜັກໜ່ວງ​ກວ່າ​ໝູ່ກວມ​ພຽງແຕ່ 2%ຂອງGDPປະ​ເທດ​ດັ່ງກ່າວ, ຊັບພະຍາກອນຕົ້ນຕໍ​ຂອງ​ອິນ​ໂດ​ເນ​ເຊຍແມ່ນ​ອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳມັນ​ເຊື້ອ​ໄຟ​ທີ່​ບໍ່​ທັນ​ໄດ້​ຂຸດ​ຄົ້ນ​ພັດທະນາ, ສະນັ້ນບໍ່ຫ່ອນ​ຈະ​ຖືກ​ກະທົບ​ຈາກ​ໄພພິບັດ​ບັ້ນນີ້. ​ໃນ 6 ຈັງຫວັດ​ທີ່​ຢູ່​ແຄມ​ທະ​ເລ​ພາກ​ໃຕ້​ທີ່​ປະສົບ​ໄພ​ຂອງ​ໄທ, ຍອດ​ມູນ​ຄ່າການ​ຜະລິດ​ແມ່ນ 2 ຕື້​ໂດ​ລາ​ສະຫະລັດຕໍ່​ປີ, ກວມ​ພຽງແຕ່ 1.3% ຂອງGDP ທົ່ວ​ປະ​ເທດ​ໄທ. ນັກ​ເສດຖະສາດ​ຂອງ​ທະນາຄານ​ພັດທະນາ​ອາຊີ​ຍັງ​​ເຫັນ​ວ່າ, ພາຍ​ໃນ​ໄລຍະ​ສັ້ນໆຫລັງ​ໄພພິບັດ, ການທ່ອງທ່ຽວ​ຂອງ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ຈະ​ປະກົດມີ​ກະ​ແສ​ຕ່ຳ, ​ແຕ່​ບໍ່ຫ່ອນ​ຈະ​ບໍ່​ຈະເລີ​ນຂຶ້ນ​. ນອກຈາກ​ແຄມ​ທະ​ເລ​ແລະ​ເກາະດອນ​ທີ່​ປະສົບ​ໄພ​ແລ້ວ, ຊັບພະຍາກອນ​ທ່ອງທ່ຽວ​ສ່ວນ​​ຫລາຍ​ໃນ​ເຂດ​ແຄວ້ນ​ເຫຼົ່ານີ້​ບໍ່​ໄດ້​ຖືກ​ທຳລາຍ, ກະ​ວ່າ, ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວບໍ່ຫ່ອນ​ຈະ​ຫລຸດ​ລົງ​ຫລາຍ, ​ພຽງ​ແຕ່​ຢູ່​ປາຍທາງ​ທ່ອງ​ທ່ຽວ​ຈຶ່ງ​ມີ​ການ​ປ່ຽນ​ແປງ. ຢູ່​ເຂດ​ປະສົບ​ໄພ, ການ​ບໍລິການ​ແລະ​ສິ່ງ​ກໍ​ສ້າງ​ຂອງ​ການທ່ອງທ່ຽວ​ກໍ​ຄາດໝາຍຈະ​ສ້າງສາ​ຄືນ​ໃໝ່​ໂດຍ​ໄວ. ນອກ​ນີ້, ຜົນ​ສະທ້ອນ​ຈາກແຜ່ນດິນ​ໄຫວ​ແລະຄື້ນຊູ​ນາ​ມີກໍ​ແຕກຕ່າງ​ກັນ​ຫລາຍກັບ​ພະຍາດ​ລະບາດ​ຄື​ພະຍາດ​ຊາສ໌ທີ່​ມີ​ຜົນ​ສະທ້ອນ​ໃນ​​ໄລຍະ​ຍາວ​ນານ, ມັນ​ບໍ່ຫ່ອນ​ມີປັດ​ໃຈ​ບໍ່​ແນ່ນອນຕົກ​ຄ້າງ​ຢູ່, ນອກຈາກ​ເກີດ​​ມີ​ພະຍາດ​ລະ​ບາດ​ຢູ່​ເຂດ​ປະສົບ​ໄພ. ສະນັ້ນ, ຖ້າ​ປະສານ​ສົມທົບ​ກັບ​ການ​ສ້າງສາ​ຄືນ​ໃໝ່​ທີ່​ບັງ​ເກີດ​ຜົນແລະ​ມາດ​ຕະການ​ເຜີຍ​ແຜ່​ໂຄສະນາ, ຄວາມ​ໝັ້ນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຈະຖືກ​ຟື້ນ​ຟູ​ຂຶ້ນ​ໃນ​ອະນາຄົດອັນ​ໄກ້​ນີ້.

ຜູ່​ຊ່ຽວຊານ​ຂອງ​ທະນາຄານ​ພັດທະນາ​ອາຊີ​ຍັງ​ຊີ້​ອອກ​ວ່າ, ​ໃນ 3 ປີ​ທີ່​ຜ່ານ​ມາ, ອິນ​ໂດ​ເນ​ເຊຍ​ແລະ​ໄທ​ທີ່​ປະສົບ​ໄພ​ເທື່ອ​ນີ້​ລ້ວນ​ແຕ່​ໄດ້​ຮັກສາ​ທ່ວງທ່າ​​ເຕີບ​ໂຕ​ເສດຖະກິດ​ທີ່​ດີງາມ, ສະພາບ​ການ​ເງິນ​ກໍ​ມີ​ການປັບ​ປຸງ​ໃຫ້​ດີ​ຂຶ້ນ, ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດກໍ​ມີ​ພຽງພໍ, ສະນັ້ນຈຶ່ງມີ​ຄວາມ​ສາມາດ​ທົນ​ຕໍ່ການ​ຊຸກ​ທັ່ງ​ຂອງ​ໄພພິບັດ​ທີ່​ມີ​ຕໍ່​ເສດຖະກິດ. ນອກ​ນັ້ນ, ​ເງິນ​ບໍລິຈາກ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ທີ່​ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນສັນຍານັ້ນມີ​ຫລາຍ​ກວ່າ 5 ຕື້​ໂດ​ລາ​ສະຫະລັດ​, ​ທຶນຮອນ​ທີ່​​ໄດ້​ເອົາ​ໃຫ້​ແລ້ວ​ກໍ​ມີ 1 ຕື້​ໂດ​ລາ​ສະຫະລັດ​ແລ້ວ. ​ໂຄງການ​ສ້າງສາ​ຄືນ​ໃໝ່​ຫລັງ​ໄພພິບັດ​ກໍ​ຈະນຳ​ເຂົ້າ​ທຶນ​ຕ່າງປະ​ເທດ​, ນີ້​ຍ່ອມຈະ​ຊັກ​ຈູງ​ໃຫ້ວິ​ສາ​ຫະກິດ​ອຸດສາຫະກຳ​ແລະ​ຕະຫລາດ​ອຸປະກອນ​ກໍ່ສ້າງ​ຂອງ​ທ້ອງ​ຖິ່ນ​ເພີ່ມ​ຂຶ້ນ​ໃນ​ລະດັບ​ຕ່າງ​ກັນ.