ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 18:23:20    
ຝ່າຍ​ຈີນ​ຫວັງ​​ໃຫ້ການ​ເລືອກຕັ້ງຂອງ​ອີຣັກຊ່ອຍ​ຟື້ນ​ຟູ​ສະຖຽນລະ​ພາບຂອງ​ອີຣັກ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 1 ກຸມພາ ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກຊ່ອຍ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ຂອງ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ອີຣັກ,ຊ່ອຍ​ໃຫ້​ປະຊາຊົນ​ອີຣັກ​ບັນລຸ​ຄວາມ​ປາຖະໜາ​​ເປັນ​ເຈົ້າຂອງ​ບ້ານ​ເມືອງ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ສ້າງສາ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ອີຣັກຄືນ​ໃໝ່.

ວັນ​ທີ 30 ມັງກອນ ອີຣັກ​ໄດ້​ຈັດການ​ເລືອກ​ຕັ້ງທົ່ວ​ໄປ. ​ໃນ​ເວລາ​ທ່ານ​ຂົງຊວນ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ນັ້ນ ທ່ານ​ກ່າວ​ວ່າ,ການ​ເລືອກ​ຕັ້ງທົ່ວ​ໄປ​​ເທື່ອ​ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ສ້າງສາ​ອີຣັກຄືນ​ໃໝ່​​,ຝ່າຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ປິ​ຕິ​ຊົມ​ຊື່ນ​ທີ່​ການ​ເລືອກ​ຕັ້ງ​ໄດ້ຈັດ​ຂຶ້ນຕາມ​​ເວລາ​ກຳນົດ.