ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-02 15:16:00    
ສັງ​ເກດ​ເບິ່ງ​ການ​ທ່ອງ​ທ່ຽວ​ຂອງ​ອາ​ຊີ​ຫຼັງ​ໄພ​ຄື້ນຊູ​ນາ​ມີ

cri Author: q
CRIລາຍ​ງານ​ວ່າ,ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ປີ​ກາຍ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ລະດັບ​ຕ່າງ​ກັນ​ຕໍ່​ການທ່ອງທ່ຽວ​ຂອງ​ປະ​ເທດ​ອາຊີ​ອາ​ຄະ​ເນ​ແລະ​ອາຊີ​ໄຕ້​ທີ່​ປະສົບ​ໄພ.ບ່ອນ​ທ່ອງ​ທ່ຽວ​ຂອງ​ເກາະ​ພູ​​ເກັດ​ທີ່​ເປັນ​ບ່ອນ​ຕາກ​ອາກາດ​ຊື່​ດັງ​ຂອງ​ໄທ​​ມີ​ນັກ​ທ່ອງ​ທ່ຽວ​ໜ້ອຍ​ທີ່​ສຸດ​ໃນ​ຊົ່ວ​ໄລຍະ​ໜຶ່ງ.ສ່ວນ​ປະຈຸ​ບັນ,ຖ້າ​ທ່ານ​ໄປ​ຫາດ​ຊາຍ​ທະ​ເລ​ປາຕອງ​ທີ່​ມີ​ຊື່ສຽງກວ່າ​ໝູ່​ຂອງ​ເກາະ​ພູ​ເກັດ,ກໍ​ຈະໄດ້​ເຫັນ​ຟອງ​ທະ​ເລ​ຄ່ອຍໆ​ກະທົບ​ຝັ່ງ,ນັກ​ທ່ອງ​ທ່ຽວ​ຫຼິ້ນ​ຢູ່​ຫັ້ນ​ຢ່າງ​ເບີກບານ​ມ່ວນຊື່ນ.​ທຳ​ມະ​ດາແລ້ວ,​ເມື່ອ​ທຽບ​ກັບ​ເມື່ອ​ກ່ອນ​ທີ່​ມີ​ນັກ​ທ່ອງ​ທ່ຽວຢ່າງຫຼວງ​ຫຼາຍ​ພາຍ​ມາກ​ແລ້ວ,ອາດ​ເວົ້າ​ໄດ້​ວ່າ,ດຽວ​ນີ້ຢູ່​ຫາດຊາຍ​ທະ​ເລ​ປາຕອງ​​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ໜ້ອຍ​ຢູ່.

ຂ່າວ​ທີ່​ສົ່ງ​ມາ​ຈາກ​ກອງ​ປະຊຸມ​ສຸກ​ເສີນ​ຂອງອົງການ​ທ່ອງ​ທ່ຽວ​ໂລກ ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ,ພາກສ່ວນ​ການທ່ອງທ່ຽວ​ຂອງ​ປະ​ເທດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ຢູ່​ອາຊີ​ອາ​ຄະ​ເນ​ແລະ​ອາຊີ​ໃຕ້​ຕ້ອງ​ແກ້​ໄຂ​ບັນຫາ​ສຳຄັນ​ຢ່າງ​ຮີບ​ດ່ວນ​ດັ່ງນີ້: ໜຶ່ງ​ແມ່ນ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໃນ​ໂລກຫາຍ​ຄວາມ​ຮູ້ສຶກ​ບໍ່​ປອດ​ໄພທີ່​ມາທ່ອງທ່ຽວ​ຢູ່​ປະ​ເທດ​ເຫຼົ່າ​ນີ້​ໂດຍ​ໄວ.ສອງ​ແມ່ນ​ສະໜອງ​​ເງິນ​ທຶນ​ແລະ​ການ​ອົບຮົມ​ວິຊາ​ຊີບ,​ເພື່ອ​ແກ້​ໄຂບັນຫາ​ຫວ່າງ​ງານ​ຂອງ​ປະຊາຊົນ​ເຂດ​ປະສົບ​ໄພ​ໂດຍ​ໄວ.​ໃນ​ຂະນະ​ທີ່ຄື້ນຊູ​ນາ​ມີ​ເຮັດ​ໃຫ້ຫຼາຍ​ໆ​ຄົນ​ໝົດ​ທາງ​ທຳ​ມາ​ຫາ​ກິນ,ພາ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ຈຳນວນ​ຫຼວງ​ຫຼາຍນັ້ນ​ກໍ​ໄດ້​ເຮັດ​ໃຫ້​ເຂດ​ປະສົບ​ໄພ​ຂາດ​ເຂີນ​ຜູ້​ບໍລິການການທ່ອງທ່ຽວ.ຕົວ​ເລກ​ຂໍ້​ມູນ​ຂອງ​ລັດຖະບານ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ຜູ້​ບໍລິການ​ການທ່ອງທ່ຽວ​ທີ່​ມີ​ຢູ່​ແຕ່​ເດີມ​​ໃນ​ເຂດ​ປະສົບ​ໄພຂອງ​ໄທມີ30%​ໄດ້​​ເສຍ​ຊີວິດ​ຍ້ອນຄື້ນຊູ​ນາ​ມີ.

ແຕ່​ຄວນ​ເຫັນ​ໄດ້​ວ່າ,​ໄພພິບັດ​ຄື້ນຊູ​ນາ​ມີ​ເທື່ອ​ນີ້​ໄດ້​ນຳ​ເອົາ​ໂອກາດ​ພັດທະນາໃໝ່​ຈຳນວນ​ໜຶ່ງ​ມາ​ສູ່​ການທ່ອງທ່ຽວ​ຂອງ​ເຂດ​​ປະ​ສົບ​ໄພ.ຕົວຢ່າງ,ດັດ​ແກ້​ການ​ພັດທະນາ​ການທ່ອງທ່ຽວ​ເກີນສ່ວນ​ໃນ​ເມື່ອ​ກ່ອນ​ທີ່​ນຳ​ເອົາ​ກຳລັງ​ກົດ​ດັນຕໍ່​ສິ່ງ​ແວດ​ລ້ອມ.ກຳລັງ​ດູດ​ດຶງ​ຂອງ​ການທ່ອງທ່ຽວ​ຂອງ​ປະ​ເທດ​ອາຊີ​ອາ​ຄະ​ເນ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ພາບວິວ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ແລະ​ຮູບ​ຖານ​ດຳລົງ​ຊີວິດ​ຕາມ​ທຳ​ມະ​ຊາດ​ຂອງ​ໄທ​ເມືອງ​ທ້ອງ​ຖິ່ນ.ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ​ໄດ້​ອຳນວຍ​​ໂອກາດ​ ​ສ້າງສາ​ໃຫ້​ມະນຸດ​ກັບ​ທຳ​ມະ​ຊາດ​ຊົງ​ຕົວ​ນຳ​ກັນ​ຢ່າງ​ກົມກຽວ​ກັນ​ຕື່ມ​ອີກ.

ນອກ​ນີ້,ການ​ບໍລິຈາກ​ຂອງ​ປະຊາ​ຄົມ​ໂລກ​ແລະ​ເງິນ​ຊ່ອຍ​ເຫຼືອ​ຂອງລັດຖະບານ​ບັນດາ​ປະ​​ເທດ​ຈະ​ຊັກ​ຈູງກໍ່​ກະ​ແສ​ສູງ​ການ​ລົງທຶນ​ຮອບ​ໃໝ່​ຢູ່​ເຂດ​ທ່ອງ​ທ່ຽວ​ທີ່​ປະສົບ​ໄພ.ການ​ລົງທຶນ​ເຫຼົ່າ​ນີ້​ຈະ​ຫັນປ່ຽນເປັນ​ໂອກາດ​ປະກອບ​ອາຊີບ​ໃໝ່,ພື້ນຖານ​ໂຄງ​ລ່າງ​ທີ່​ດີກ​ວ່າ​ເກົ່າ​ແລະ​ແຜນການພັດທະນາ​ທີ່​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.ທັງ​ນີ້​​ເວົ້າ​ສຳລັບ​ການ​ພັດທະນາ​ໄລຍະ​ຍາວ​ຂອງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ກວມ​ລວມຂອງ​ທ້ອງ​ຖິ່ນ​ດັ່ງກ່າວ​ແລ້ວ​ລ້ວນ​ແຕ່​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ.ທະນາຄານ​ພັດທະນາ​ອາຊີ​ຄາດ​ຄະ​ເນ​ວ່າ,ຄື້ນຊູ​ນາ​ມີ​ເກືອບ​ບໍ່​ໄດ້​ເກີດ​ຜົນສຳ​ທ້ອນ​ຫຍັງ​ຕໍ່​ການ​ເຕີບ​ໂຕເສດຖະກິດ​ຂອງ​ອິນ​ເດຍ​ໃນ​2ປີ​ຂ້າງໜ້າ.ສ່ວນ​ລັດຖະບານ​ໄທ​ຄາດ​ຄະ​ເນ​ວ່າເສດຖະກິດ​​ຂອງໄທໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ5,7%,ພຽງ​ແຕ່​ຫຼຸດ​ລົງ0,3%​ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ​ເດີມ.

ຄຽງ​ຄູ່​ກັບ​ວັນເວລາ​ຜ່ານ​ໄປ,​ເງົາ​ມືດ​ຂອງ​ຄື້ນຊູ​ນາ​ມີ​ພວມ​ຄ່ອຍໆຈາງ​ຫາຍ​ໄປ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ບັນດາ​ຝ່າຍ,ພື້ນຖານ​ໂຄງ​ລ່າງ​ຂອງບ່ອນທ່ອງ​ທ່ຽວ​ຂອງ​ເຂດ​ປະສົບ​ໄພພວມ​ຟື້ນ​ຟູ​ຄືນ​ໃໝ່.ພາຍ​ໃຕ້​ການສະ​ໜັບສະ​ໜູນ​ຂອງ​ລັດຖະບານ,ວິ​ສາ​ຫະກິດ​ການທ່ອງທ່ຽວ​ຈຳນວນ​ໜຶ່ງ​ໄດ້​ຮ່ວມ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມຕ່າງໆ,ຕົວຢ່າງຄື,ບໍລິສັດ​ການບິນ​ໄທ​ໄດ້​ມອບ​ປີ້​ຍົນ​ຟີ​2ໝື່ນ​​ໃບ​ໃນ​​ເດືອນ​ມັງກອນ,​ໂຮງ​ແຮມ,​ບ້ານ​ພັກ​ແຮມ​ຈຳນວນ​ໜຶ່ງ​​ກໍ​ໄດ້​ໃຫ້ບໍລິການ​ດ້ວຍ​ລາຄາ​ຍ່ອມ​ເຍົາ.ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ຊຸກ​ຍູ້​ການ​ຟື້ນ​ຟູ​ການທ່ອງທ່ຽວ​ຢ່າງ​ແຂງ​ແຮງ.