ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-02 21:24:03    
ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ທີ່​ພວມ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ຂອງຈີນ

cri Author: li
ຕາມ​ຂ່າວ CRI: ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເກີດ​ຂຶ້ນ​ໃນ​ທ້າຍປີ 2004 ຍ້ອນ​ບໍ່​ໄດ້​ສົ່ງ​ສັນຍານ​ໄພຄື້ນຊູ​ນາ​ມີ​ຢ່າງ​ທັນ​ການ,ຄື້ນທະ​ເລ​ໄດ້​ກືນ​ເອົາ​ຊີວິດ​ເກືອບ 1 ​ແສນ 7 ໝື່ນ​ຄົນ. ບົດຮຽນ​ອັນນອງ​ເລືອດ​ເຮັດ​ໃຫ້​ສາທາລະນະ​ຊົນ​ໃນ​ທົ່ວ​ໂລກ​ຮັບ​ຮູ້​​ເຖິງ​ຄວາມ​ສຳຄັນ​ຂອງ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ທີ່​ມີ​ປະສິດທິພາບ​ສູງ.

ຕາມ​ມູນ​ເຫດ​ໃນ​ການ​ເກີດ​ຂຶ້ນ,ຄື້ນຊູ​ນາ​ມີ​ສາມາດ​ແບ່ງ​ອອກເປັນ​ສາມ​ປ​ະ​ເພດ​ຄື:ຄື້ນຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ,ຄື້ນຊູ​ນາ​ມີ​ຍ້ອນ​ພູ​​ໄຟ​ລະ​ເບີດ​ແລະ​ຄື້ນຊູ​ນາ​ມີ​ຍ້ອນ​ດິນ​ເຈື່ອນ. ​ໃນ​ນັ້ນ ອັດຕາ​ເກີດ​ຄື້ນຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ​ກວມ 95%,ກຳລັງ​ທຳລາຍ​ຂອງ​ມັນ​ກໍ​ແຮງ​ກວ່າ​ໝູ່,ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍກໍ​ແມ່ນ​ຢູ່​ໃນປ​ະ​ເພດ​ນີ້.

ທ່ານ​ເສີນ​ຢູ ນັກ​ຟິຊິກ​ສາດ​ໜ່ວຍ​ໂລກ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ບັນດິດ​ສະພາ​ບັນດິດ​ວິທະຍາ​ສາດ​ຈີນ​ໄດ້​ແນະນຳ​ເງື່ອນ​ໄຂ​ອັນ​ຈຳ​ເປັນຫຼາຍຂໍ້ຂອງ​ການ​ເກີດ​ຄື້ນຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ​ໃຫ້​ນັກ​ຂ່າວ​ຊາບຢ່າງ​ງ່າຍໆ,ທ່ານ​ເວົ້າ​ວ່າ:

"ການ​ເກີດ​ຄື້ນຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ​ຕ້ອງ​ມີ​ເງື່ອນ​ໄຂ​ສາມ​ຂໍ້,ຂາດ​ຂໍ້​ໃດ​ກໍ​ບໍ່​​ໄດ້. ​ເງື່ອນ​ໄຂຂໍ້​ທີ​ໜຶ່ງ​ແມ່ນ​ທະ​ເລ​ເລິກ,​ນ້ຳທະ​ເລ​ຕ້ອງ​ເລິກ​ກວ່າ 1000 ຮອດ 2000​ ​ແມັດ. ​ເງື່ອນ​ໄຂ​ຂໍ້ທີ​ສອງ​ແມ່ນ​ພື້ນ​ທະ​ເລ​ເກີດ​ແຜ່ນດິນ​ໄຫວ​ແຮງ,ຂັ້ນ 7 ລິ​ກ​ເທີ​ຫຼື້​ແຮງ​ກວ່າ​ນີ້​ກໍ​ອາດ​ຈະ​ເກີດ​ຄື້ນຊູ​ນາ​ມີ. ​ເງື່ອນ​ໄຂຂໍ້​ທີ​ສາມ​ແມ່ນ​ແຜ່ນດິນ​ໄຫວ​ພາ​ໃຫ້​ເປືອກ​ໂລກ​ຂຶ້ນໆ​ລົງໆ,​​ແລ້ວ​ນ້ຳ​ທະ​ເລ​​ສູງ​ຂຶ້ນຈາກ​ພື້ນ​ທະ​ເລ."

​ເມື່ອ​ຄື້ນຊູ​ນາ​ມີ​ຈໍ່​ຕົວ​ຂຶ້ນ​ແລ້ວ,ຄວາມ​ໄວ​ສູງ​ສຸດ​ສາມາດ​ບັນລຸ 1 ພັນ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ໄວ​ກວ່າ​ຍົນ​ໂດຍສານ​ອາຍ​ພົ່ນ.​ໃນຂະ​ບວນການ​ແຜ່ກະຈາຍ​ຄື້ນຊູ​ນາ​ມີ​​ນັ້ນ,ໜ້າ​ນ້ຳ​ທະ​ເລ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ​,​ເຮືອ​ທີ່​ແລ່ນ​ຢູ່​​ໜ້ານ້ຳທະ​ເລ​ກໍ​ບໍ່​ມີ​ຄວາມ​ຮູ້ສຶກ. ​ແຕ່​ວ່າ,​ໃນ​ເວລາ​ຄື້ນຊູ​ນາ​ມີ​ຄ່ອຍໆ​​ໃກ້​ຝັ່ງ​ນັ້ນ,ຍ້ອນ​ຄວາມ​ເລິກ​ຂອງ​ນ້ຳ​ທະ​ເລ​ຕື້ນ​ຂຶ້ນ​ຢ່າງ​ໄວ​ພະລັນ,ພະລັງງານ​ອັນ​ມະຫາສານ​ຖືກ​ປ່ອຍຕົວ​ອອກ​ຢ່າງ​ກະທັນຫັນ,ຄື້ນສູງ​ສຸດສາມາດ​ສູງ​ເຖິງ​ຫຼາຍ​ສິບ​ແມັດ,​ແລ້ວ​ເກີດ​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ອັນ​ມະຫາສານ.

ຜູ້ຊ່ຽວຊານ​ຊີ້​ອອກ​ວ່າ,ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ທີ່​ມີ​ປະສິດທິ​ພາບ​ສູງ​ຕ້ອງ​ສອດຄ່ອງ​ກັບ​ສາມ​ມາດຖານ​ດັ່ງ​ລຸ່ມ​ນີ້,ຄື: ໜຶ່ງ​ແມ່ນ​ສາມາດ​ວັດ​ແທກ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພື້ນ​ທະ​ເລ​ແລະ​ລະດັບ​ໜ້າ​ນ້ຳ​ທະ​ເລ​ປ່ຽນ​ແປງ​ຜິດ​ປົກກະຕິ; ສອງ​ແມ່ນ​ຜ່ານ​ຈາກ​ການ​ວິ​ໄຈ​ຕົວ​ເລກ​ທີ່ວັດ​ແທກ​​ໄດ້ມາ​ວິນິດ​ໄສ​ວ່າ​​ໄດ້ເກີດ​ຄື້ນຊູ​ນາ​ມີຫຼື​ບໍ່,​ແລະ​ຄິດ​ໄລ່​​ເວລາທີ່​ຄື້ນຊູ​ນາ​ມີ​ແຜ່ກະຈາຍ​ຮອດ​ຊາຍຝັ່ງທະ​ເລ​ຂອງປະ​ເທດ​ຕົນ​ພ້ອມ​ດ້ວຍຂອບ​ເຂດ​ແລະ​ຄວາມ​ແຮງ​ຂອງ​ຄື້ນຊູ​ນາ​ມີ; ສາມ​ແມ່ນ​ສົ່ງ​ສັນຍານ​​ໄພ​​ໃຫ້​ເຂດ​ທີ່​ຄື້ນຊູ​ນາ​ມີ​ຈະໄປ​ເຖິງນັ້ນຢ່າງ​ທັນ​ການ,​ແລະ​ເລີ່ມປະຕິບັດ​​ຕາມແຜນການ​ສຸກ​ເສີນ​ກ່ຽວ​​ກັບ​ຄື້ນຊູ​ນາ​ມີ.

ອີງຕາມ​ມາດຖານ​ຫຼາຍ​ລາຍ​ດັ່ງກ່າວ,​​ເລີ່ມ​ແຕ່​ຊຸມປີ 70 ສະຕະວັດ​ແລ້ວ​ນີ້​ເປັນຕົ້ນມາ ຈີນກໍ​ໄດ້​​ເພີ່ມ​ຄວາມ​ແຮງ​​ໃນ​ການ​ພະຍາກອນ​ຄື້ນຊູ​ນາ​ມີ,​ໄດ້​ສ້າງ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ຂອງ​ປະ​ເທດ​ຕົນ​ເທື່ອ​ລະ​ກ້າວ. ສູນ​ພະຍາກອນ​ສິ່ງ​ແວດ​ລ້ອມ​ທະ​ເລ​ແຫ່ງຊາດ​ຈີນ​ແມ່ນ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ທີ່​ຮັບຜິດຊອບ​ຄຸ້ມ​ຄອງ​ລະບົບ​ດັ່ງກ່າວ. ທ່ານ​ຢູຟູ​ຈຽງ ນັກ​ຄົ້ນຄວ້າຂອງ​ສູນ​ດັ່ງກ່າວ​ແນະນຳ​ວ່າ,ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ຂອງ​ຈີນ​ຕົ້ນຕໍ​ປະ​ກອບ​ດ້ວຍ​ສອງ​ສາຂາ​ລະບົບ:

"ໜຶ່ງ​ແມ່ນ​ລະບົບ​ຕິດຕາມ​ວັດ​ແທກ,ຕົວ​ເລກຂອງ​ລະບົບ​ຕິດຕາມ​ວັດ​ແທກ​ມາ​ຈາກ​ສະຖານີ​ຕິດຕາມ​ວັດ​ແທກ​ຢູ່​ເກາະ​ດອນ​ແລະ​ລຽບຝັ່ງ,ກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ແລະ​ສູນ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ປາຊິ​ຟິກ. ສອງ​ແມ່ນ​ລະບົບເຕືອນ​ໄພ."

ຕາມ​​ແນະນຳ​ວ່າ,ຈີນ​ໄດ້​ສ້າງ​ສະຖານີ​ຕິດ​ຕາມ​ວັດ​ແທກ​ທະ​ເລ 70 ກວ່າ​ແຫ່ງ​ຢູ່​ເກາະ​ທະ​ເລ​ແລະ​ແຄມ​ດອນ,ຕົວ​ເລກ​ຕິດຕາມ​ວັດ​ແທກ​ຈະ​ຜ່ານ​ດາວ​ທຽມສົ່ງ​​ໄປຮອດ​ລະບົບ​ຕິດຕາມ​ວັດ​ແທກ​ຢູ່​ປັກ​ກິ່ງ​​ໂດຍ​,​ນັກວິທະຍາສາດ​ທັງຫຼາຍ​ສາມາດ​ກວດເບິ່ງ​ການ​ປ່ຽນ​ແປງ​ຂອງ​ລະດັບ​​ນ້ຳ​ທະ​ເລ​ຢູ່​ມໍ່​ສະຖານີ​ຕິດຕາມ​ວັດ​ແທກ​ຢູ່​ທຸກ​ເວລາ. ນອກ​ນີ້,ລະບົບ​ຕິດຕາມ​ວັດ​ແທກ​ຍັງ​ໄດ້​ເຊື່ອມ​ຕໍ່​ກັບ​ສູນ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ປາຊິ​ຟິກ ​ເຊິ່ງ​ເປັນ​ອົງການ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ໃນ​ໂລກ,​ເພື່ອຈະ​​ໄດ້​ຮັບ​ຕົວ​ເລກ​ກ່ຽວ​ກັບ​ຄື້ນຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ​ທີ່​ແມ່ນ​ຢຳກວ່າ​ໝູ່​ຢູ່​ທຸກ​ເວລາ.

ທ່ານຫຼີ​ເຊຍ​ຄູນ ນັກ​ຄົ້ນຄວ້າ​ສູນພະຍາກອນ​ສິ່ງ​ແວດ​ລ້ອມ​ທະ​ເລ​ແຫ່ງ​ຊາດ​ຈີນ​ທີ່​ຮັບຜິດຊອບ​ພັນທະນາຊອຟ​ແວ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​​ໄດ້​ແນະນຳ​ວ່າ,​ເມື່ອ​​ໄດ້ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄື້ນຊູ​ນາ​ມີ​ແລ້ວ,ລະບົບ​ເຕືອນ​ໄພ​ກໍ​ຈະ​​ເຕືອນໄພ​ຢ່າງ​ອັດຕະ​ໂນ​ມັດ.

​ເມື່ອ​ໄດ້​ຮັບ​ສັນຍານ​ໄພ​ແລ້ວ,ພະນັກງານ​ພະຍາກອນ​ຄື້ນຊູ​ນາ​ມີ​ຂອງ​ຈີນ​ກໍ​ຈະ​ໃຊ້​ຄອມ​ພິວ​ເຕີ​ຄວາມ​ໄວ​ສູງວິ​ໄຈ​ຕົວ​ເລກ​ຕິດຕາມ​ວັດ​ແທກ,ຄິດ​ໄລ່​ເວລາ​ແລະ​ບ່ອນ​ທີ່​ແມ່ນ​ຢຳ​ທີ່​ຄື້ນຊູ​ນາ​ມີ​ຈະມາ​ຮອດ,​ໃນ​ທີ່​ສຸດ​ຜ່ານ​ຈາກ​ລະບົບ​​ໂທລະ​ຄົມດາ​ວທຽມ​ສົ່ງ​ສັນຍານ​ໄພ​ຄື້ນຊູ​ນາ​ມີ​ທີ່​ແມ່ນ​ຢຳ​ໃຫ້​ເຂດ​ແຄມ​ທະ​ເລ. ຈາກ​ນັ້ນ ​ເຂດ​ແຄມ​ທະ​ເລ​ຈະ​ປະຕິ​ບັດ​ຕາມ​ແຜນການ​ສຸກ​ເສີນ,ຜ່ານ​ຈາກ​ສື່​ມວນ​ຊົນ​ແຈ້ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄື້ນຊູ​ນາ​ມີ​​,ຍົກຍ້າຍ​ປະຊາຊົນ​ທີ່​ຢູ່​ເຂດ​ອັນຕະລາຍ​ຢ່າງ​ຮີບ​ດ່ວນ,​ເພື່ອຫຼຸດຜົນ​ເສຍ​ຫາຍ​ໃຫ້ໜ້ອຍ​ລົງ​ເຖິງ​ລະດັບ​ຕ່ຳ​ສຸດ.

ຜູ້​ຊ່ຽວຊານ​ທັງຫຼາຍຊີ້​ອອກ່າ,ການ​ບູລະນະ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ໃຫ້​ສົມບູນ​ຂຶ້ນນັ້ນ​ພຽງ​ແຕ່​ແມ່ນ​ວຽກ​ງານດ້ານ​ໜຶ່ງ​ໃນ​ການຫຼຸດ​ໄພຄື້ນຊູ​ນາ​ມີ​ເທົ່ານັ້ນ,ຈາກ​ບົດຮຽນ​ທາງ​ລົບ​ຂອງ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເທື່ອ​ນີ້ ສາມາ​ດ​ເຫັນ​ໄດ້​ວ່າ,ການ​​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ຄື້ນຊູ​ນາ​ມີ​​ໃຫ້​ສາທາລະນະ​ຊົນ​ຮູ້ແລະ​ຍົກ​ສະຕິ​ປ້ອງ​ກັນ​ໃຫ້​ສູງ​ຂຶ້ນນັ້ນ​ກໍ​ສຳຄັນທີ່​ສຸດ​ຄື​ກັນ. ຕໍ່​ໄປ​ພາຍ​ໜ້າ,​ເຂດ​ແຄມ​ທະ​ເລຂອງ​ຈີນ​ຈະຈັດການ​ເຄື່ອນ​ໄຫ​ວຊ້ອມ​ການ​ຍົກຍ້າຍ​ປະຊາຊົນໜີ​ຄື້ນຊູ​ນາ​ມີ​ຢູ່​ເລື້ອຍໆ,​ແລະ​ຕັກ​ເຕືອນ​ປະຊາຊົນ​​ທ້ອງ​ຖິ່ນ​ແລະ​ຜູ້​ທ່ອງ​ທ່ຽວ​ວ່າ,​ໃນ​ເວລາ​ຟອງ​ໃຫຍ່​ມາ​ຮອດນັ້ນ,ຕ້ອງ​ຖອຍ​ໄປຮອດ​ບ່ອນ​ທີ່​ຂ້ອນ​ຂ້າງ​ສູງ,ຫາກ​ບໍ່​​ແມ່ນ​ແລ່ນ​ໄປ​ສູ່​ຫາຍ​ຊາຍ​ເພື່ອເບິ່ງ​ຟອງ​ນ້ຳ​.