ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-03 15:56:29    
ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​​ເປັນ​ສິ່ງ​ທ້າ​ທາຍ​ກັບ​ບຸນ​ກິນ​ເຕັດ​ຫວຽດ​ນາມ

cri Author: da
ເວົ້າ​ສຳລັບ​ສາມັນ​ຊົນ​​ຫວຽດນາມ​ແລ້ວ,ຊີ້ນ​ສັດປີກ ​ໂດຍ​ສະ​ເພາະ​ແມ່ນຊີ້ນ​ໄກ່,​​ແຕ່​ໃດ​ມາກໍ​ແມ່ນ​ອາຫານ​ສຳຄັນ​ໃນ​ຍາມ​ບຸນ​ກິນ​ເຕັດ​ຫວຽດ​ນາມ​ໂດຍ​ຕະຫຼອດ.​ເມື່ອ​ຮອດ​​ເວລາ​ກ່ອນ​ບຸນ​ກິນ​ເຕັດ​ທຸກ​ປີ,​ແຕ່ລະ​ຄອບຄົວ​ລ້ວນ​ແຕ່​ຂ້ຽວ​ຊື້​ໄກ່​ເຮັດ​ອາ​ຫານ​ແຊບ​ຢູ່​ບ້ານ.​ແຕ່​ໃນ​ເວ​ລາບຸນ​ກິນ​ເຕັດ​ຫວຽດ​ນາມ​ໃກ້​ຈະ​ວຽນມາ​ເຖິງ​ນີ້,ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຊ້ຳ​ພັດ​ໄດ້​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ,​ປະຊາ​ຊົນ​ຫວຽດ​ນາມ​ຈຳ​ນວນ​ຫຼວງ​ຫຼາຍ​ຈຳ​ເປັນ​ວາງ​ແຜນ​ການ​ໃໝ່​ກ່ຽວ​ກັບ​ປຸງ​ແຕ່ງ​ອາ​ຫານ​ການ​ກິນ​​ໃນວັນ​ສິ້ນ​ປີ​ເກົ່າ​ແລ້ວ.

ຕາມ​ສະຖິຕິ​ຫຼ້າ​ສຸດ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດ​ນາມ,​ນັບ​ມາ​ຮອດ​ທ້າຍ​ເດືອນ​ມັງ​ກອນ​ປີ 2005,​ຝ່າຍ​ໂຮງໝໍ​ຂອງ​ຫວຽດ​ນາມ​ໄດ້ຢືນ​ຢັນ​ວ່າ ຜູ້​​ເປັນພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້​ເພີ່​ມຂຶ້ນ​ຮອດ 16 ຄົນ,​ໃນ​ນັ້ນມີ 11 ຄົນ​ໄດ້​ເສຍ​ຊີວິດ​.​ໃນ​ຂະນະ​ດຽວ​ກັນ,​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ມີ​ແຂວງ​ແລະ​ຕົວ​ເມືອງ​ເກືອບ​ເຄິ່ງ​ໜຶ່ງ​ໄດ້​​ເກີດ​ມີພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ເປັນ​ລຳດັບ,​ຍອດ​ຈຳ​ນວນ​ສັດ​ປີກທີ່​ຖືກ​ຂ້າ​ຫຼາຍ​ເຖິງ 8 ​ແສນ 3 ໝື່ນ​ກວ່າ​ໂຕ,​ຫວຽດ​ນາມ​ໄດ້​ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​​ແຜ່​ລະ​ບາດ​ຂ້ອນ​ຂ້າງ​ຮ້າຍ​ແຮງ​ໃນ​ອາຊີ​ແລ້ວ.

ພະຍາດ​ໄຂ້​ຫວັດ​ສັດ​ປີກ​ແຜ່​ບະ​ບາດ​ເຮັດ​ໃຫ້​ປວງ​ຊົນ​ຫວຽດ​ນາມ​ຮູ້ສຶກ​ວິຕົກ​ກັງ​ວົນ​ຫຼາຍ.​ໄທ​ເມືອງ​ຮ່າ​ໂນ້ຍ​ຫຼາຍ​ຄົນ​​ເວົ້າ​ວ່າ,ບຸນ​ກິນ​ເຕັດ​ຫວຽດ​ນາມ​ປີ​ນີ້ ພວກ​ເຂົາ​ເຈົ້າບໍ່​ຢາກ​ຊື້​ ​ສັດປີກ​ເປັນ​​ແລ້ວ.​ພ້ອມ​ກັນ​ນັ້ນ,​ເພື່ອ​ບໍ່​ໃຫ້​ບຸນ​ກິນ​ເຕັດ​ປີ​ນີ້​ເສຍ​ບັນຍາ​ກາດ​ຂອງ​ປີ​ໃໝ່,​ພວກ​ເຂົາ​ເຈົ້າ​ຈະຊື້​ຊີ້ນ​ໄກ່​ສຸກ​ແທນ​ຊີ້ນ​ໄກ່​ດິບ,​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ມີຄວາມ​ອັນ​ຕະ​ລາຍ​ທີ່​ຕິດ​ເຊື້ອ​ພະຍາດ​​ໃນ​ເວລາ​ຂ້າ​ໄກ່.

ຢູ່​ບັນດາ​ແຂວງ​ແລະ​ຕົວ​ເມືອງ​ພາກ​​ໃຕ້​ຫວຽດນາມ​ທີ່​ພະຍາດ​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ​​ແດ່ນັ້ນ,ປະຊາ​ຊົນ​ມີສະຕິ​ລະວັງ​ຕົວ​ສູງ​ກວ່າ​ຍາມທຳ​ມະ​ດາ.​ຢູ່​ເມືອງ​ໂຮ​ຈິ​ມິນ,​ເຖິງ​ວ່າ​ບຸນ​ກິນ​ເຕັດ​ໃກ້​ຊິ​ວຽນ​ມາ​ເຖິງ​,​ແຕ່​ປະຊາ​ຊົນ​ສ່ວນ​ຫຼາຍບໍ່​ຊື້​ຊີ້ນ​ໄກ່​ແລະ​ໄຂ່​ໄກ່,ຢູ່​ຕະຫຼາດ​ ​ເສລີ​ຫຼາຍ​ແຫ່ງ​ເກືອບ​ບໍ່​ມີ​ຄົນ​ຊື້.

ເວົ້າ​ສຳລັບ​ຜູ້​ບໍລິ​ໂພ​ກ​ແລ້ວ,​ເວລາ​ຊຸມ​ພາ​ເຂົ້າ​ບຸນ​ກິນ​ເຕັດ​ບໍ່​ມີ​ໄກ່ ຄື​ຈັ່ງ​ວ່າ​ກິນ​ອາ​ຫານ​ອື່ນໆ​ກໍ​ບໍ່​ແຊບ​ບໍ່​ນົວ,​ແຕ່​​ເວົ້າ​ສຳ​ລັບ​ຜູ້ຜະ​ລິດ​ສັດ​ປີກພັດ​​ໄດ້​ປະສົບ​ຄວາມ​ເສຍ​ຫາຍ​ຍິ່ງ​ຫຼາຍ​.ຕາມ​ສະ​ຖິຕິ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ,​​ແຕ່​ຫວຽດ​ນາມ​ເກີດ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໃນ​ປີ 2003 ​ເປັນ​ຕົ້ນ​ມາ,​ຢູ່​ທົ່ວ​ປະ​ເທດ​ໄດ້​ມີ​ສັດ​ປີກ 40 ລ້ານ​ກວ່າ​ໂຕ​ຕາຍ​ຍ້ອນ​ພະ​ຍາດ​ຫຼື​ຖືກ​ຂ້າ​,ຂະ​ແໜງ​ການ​ລ້ຽງ​ສັດ​ປີກ​ກໍ​​ໄດ້​ເສຍ​ຫາຍ 82 ລ້ານ​ກວ່າ​ໂດ​ລາ​ສະຫະ​ລັດ​ຍ້ອນ.

ຜູ້​ຮັບ​ຜິດ​ຊອບ​ຕະຫຼາດ​​ແຫ່ງ​ໜຶ່ງ​ຂອງ​ເມືອງ​ໂຮ​ຈິ​ມິນ​ກ່າວ​ວ່າ,ຍ້ອນ​ວ່າ​ປະຈຸ​ບັນ,​ປະຊາ​ຊົນ​ສ່ວນ​ຫຼາຍ​ໄປຊື້​ຊີ້ນ​ໄກ່​ທີ່​ຖືກ​ຄຸນ​ນະພາ​ບຢູ່​ຊູ​ເບີ​ມາ​ເກັດ,​ສະ​ນັ້ນ ດຽວ​ນີ້, ຕະ​ຫຼາດ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ຂາຍ​ໄກ່​ອີກ​ແລ້ວ​.ພ້ອມ​ກັນ​ນັ້ນ​,ນັກ​ທຸລະ​ກິດ​ຂອງ​ຊູ​ເບີ​ມາ​ເກັດ​ສ່ວນ​ໜຶ່ງ​ກໍ​ສະ​ແດງ​ວ່າ,ດຽວ​ນີ້,​ຊີ້ນ​ແລະ​ໄຂ່​ໄກ່​ເປັດ​ກໍຂາຍ​ບໍ່​ດີປານ​ໃດ,​ເມື່ອ​ທຽບ​ກັບ​​ເດືອນ​ມັງ​ກອນ​ແລ້ວ,​ດຽວ​ນີ້ ລາຄາໄກ່​ໃນ​ຊູ​​ເບີ​ມາ​ເກັດ​​ໄດ້​ຕ່ຳ​ລົງ 30% ​.

​​ເພື່ອ​ຮັບປະ​ກັນ​ປະຊາ​ຊົນ​ປາສະ​ຈາກ​ການຂົ່ມ​ຂູ່​ຈາກ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໃນ​ໄລຍະ​ບຸນ​ກິນ​ເຕັດ​ຫວຽດ​ນາມ,​ນະຄອນ​​ໂຮ​ຈິ​ມິນ​ໄດ້​ວາງ​ຂໍ້​ກຳນົດ​ທີ່​ກ່ຽວ​ຂ້ອງ​ວ່າ,ຫ້າມ​ລ້ຽງ​ໄກ່ ​ເປັດ ນົກ​ທາ​ແລະ​ສັດ​ປີກ​ອື່ນໆໃນ​ເຂດ​​ເທດສະ​ບານ​ເມືອງ,​ທວງ​ໃຫ້​ຜູ້​ລ້ຽງ​ຂົນ​ສົ່ງ​ສັດ​ປີກ​ໄປ​ຊານ​ເມືອງ​ຫຼື​ວ່າ​ຂ້າ​ຕາຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ພ້ອມ​ກັນ​ນັ້ນຍັງ​ກຳ​ນົດ​ວ່າ ​ໃນ​ຍາມ​ບຸນ​ ຫ້າມ​ບໍ່​ໃຫ້​ຈັດ​ງານ​ວາງສະ​ແດງ​ນົກ​ຫຼື​ການ​ແຂ່ງ​ຂັນ​ນົກ​ຢູ່ສະ​ຖານ​ທີ່​ບັນ​ເທີງ,​ແລະ​ກຳນົດ​ວ່າ​ຕ້ອງ​ລ້ຽງ​ແລະ​ຂ້າ​ສັດ​ປີກ​ຢູ່​ບ່ອນ​ກຳນົດ,​ເພື່ອ​ຮັບ​ປະກັນ​ໃຫ້ສັດ​ປີກ​ຖືກ​ຕາມ​ມາດ​ຖານ​ກວດ​ຄຸນ​ນະພາບ​ດ້ານ​ສາທາ​ລະນະ​ສຸກ.

ຫວ່າງ​ກ່ອນ​ນີ້ບໍ່​ດົນ ພາກສ່ວນ​ສາທາລະນະ​ສຸກ​ຫວຽດນາມ​ຊີ້​ອອກ​ວ່າ,ລະດູ​ໜາວ​ແມ່ນ​ໄລຍະ​ເກີດ​ພະຍາດ​​ໄຂ້ຫວັດ​ສັດ​ປີກ​ຫຼາຍ,ຂະນະ​ດຽວ​ກັນ​ນີ້ ກ່ອນ​ແລະ​ຫຼັງ​ບຸນ​ກິນ​ເຕັດ, ການ​ຂົນ​ສົ່ງ​ແລະ​ການ​ຊື້​ຂາຍ​ສັດ​ປີກ​ກໍ​ຈະ​ເພີ່ມ​ຂຶ້ນຫຼາຍ​,ດັ່ງ​ນັ້ນ ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະຍາດ​​ໄຂ້ຫວັດ​ສັດ​ປີກ​ກໍ​ກ້າວ​ເຂົ້າສູ່​ໄລຍະ​ຫົວລ້ຽວຫົວ​ຕໍ່​.ລັດຖະບານ​ຫວຽດນາມ​​ໄດ້ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊ່ອງ​ທາງ​ຊື້ຂາຍ​ແລະ​ຂົນ​ສົ່ງ​ສັດ​ປີກ,ຕິດຕາມຄວບຄຸມສະພາບ​​ໄຂ້ຫວັດ​ສັດ​ປີກ​ຢ່າງ​ເຄັ່ງ​ຄັດ,ຍົກ​ສູງ​ສະຕິ​ປ້ອງ​ກັນ​ແລະ​ຄວບ​ຄຸມຂອງ​ປວງຊົນ​ທີ່​ມີ​ຕໍ່​ພະຍາດໄຂ້​ຫວັດ​ສັດ​ປີກ,ພ້ອມ​ກັນນັ້ນຍັງ​ຮຽກຮ້ອງ​ຂະ​ແໜງ​ການ​ຕ່າງໆ​ເພີ່ມ​ທະວີ​ການ​ກວດກາ​ແລະ​ແຈ້ງ​ຂ່າວ​ສະພາບພະຍາດ​ໄຂ້ຫວັດ​ສັດ​ປີກ,ດັບ​ເຊື້ອ​ພະຍາດຢູ່ເຂດ​ເກີດ​ພະຍາດ​ແລະ​ສະຖານ​ທີ່​ລ້ຽງສັດ​ເລື້ອຍໆ,ຕິດຕາມ​ຄວບ​ຄຸມ​ການຂົນ​ສົ່ງສັດ​ປີກ​ແລະ​ໄຂ່​ສັດ​ປີກ​ຢ່າງ​ເຄັ່ງ​ຄັດ,​​ຫ້າມຂາຍສັດ​ປີກ​ທີ່​ຕິດ​ເຊື້ອ​ພະຍາດ​ຢ່າງ​ເຄັ່ງ​ຄັດ​ ​ຂ້າ​ສັດ​ປີກ​ທີ່ຕິດ​ເຊື້ອ​ພະຍາດ​ຢ່າງ​ເດັດດ່ຽວ.

​ແຕ່​ວ່າ,ສື່​ມວນ​ຊົນ​ຫວຽດນາມ​ລາຍ​ງານ​ວ່າ,​ຢູ່​ຊົນນະບົດ​ຫວຽດ​ນາມ​ບາງ​ແຫ່ງ,​ຍ້ອນມະ​ຫາຊົນ​ຂາດ​ສະຕິ​ປ້ອງ​ກັນພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ເຫດ​ການ​ຄົນ​ຕາຍ​ຍ້ອນ​ກິນ​ຊີ້ນສັດ​ປີກ​ນັ້ນ ຍັງ​ເກີດ​ຂຶ້ນບໍ່​ແລ້ວ​ຈັກ​ເທື່ອ.

​ໂດຍ​ປະ​ເຊີນ​ສະຖານະ​ການອັນ​ຮ້າຍ​ແຮງ​ດັ່ງ​ກ່າວ​ນີ້,ປະຊາຊົນ​ຈີນ​​ເຊື່ອ​ວ່າ,ພາຍ​ໃຕ້​ການ​ນຳພາ​ແລະຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ແລະຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຫວຽດ​ນາມ,​ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​ຈົ່ງ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ໄວ​,ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ອັນ​ເປັນ​ປົກ​ກະຕິ.