ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-03 16:46:28    
ເອຢິບ​ປະ​ກາດ​ວ່າ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ສີ່​ຝ່າຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​8​ກຸມ​ພາ

cri Author: q
ຕາມ​ຂ່າວCRI,ວັນ​ທີ​2ກຸມພາ,ທຳນຽບປະທານາທິບໍດີ​ເອຢິບ​​ໄດ້​ອອກ​ຖະ​ແຫຼ​ງການ,ປະ​ກາດ​ວ່າ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ4​ຝ່າຍຄື​ເອຢິບ,ຊອກ​ດາ​ນີ,ອິສຣາ​ແອນ​ແລະ​ປາ​ເລັສ​ຕິນ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊາມ​ແອນ​ເຊັກເມືອງ​ທ່ອງ​ທ່ຽວ​ແຄມ​ທະ​ເລ​ແດງ​ຂອງ​ເອຢິບ​​ໃນ​ວັນ​ທີ8​ກຸມພາ​.

ຖະ​ແຫຼ​ງການ​ຂຽນ​ວ່າ,ປະຈຸ​ບັນ,ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ພວມ​ຢູ່​ໃນ​ໄລ​ຍະ​ສະ​ດຸ້ງ​ໄວ,​ເພື່ອ​ກຳ​ໂອກາດ​ອັນ​ລ້ຳ​ຄາ​ໃນ​ສະ​ເພາະ​ໜ້າ​ນີ້,​ເຮັດ​ໃຫ້​ຂະ​ບວນວິວັດ​ສັນ​ຕິ​ພາບ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ຢ່າງ​ເດັ່ນ​ຊັດ,​ທ່ານ​ມູບາ​ລັກ​ປະ​ທາ​ນາ​ທິບໍດີ​ເອຢິບ​ໄດ້​ເຊີນ​ສົມ​ເດັດ​ອັບ​ດູ​ນລາ​ລັດ​ຊະ​ການ​ທີ​ສອງ ​ເຈົ້າ​ຊີວິດ​ຊອກ​ດາ​ນີ,ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ແລະ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ສີ່​ຝ່າຍ​ເທື່ອ​ນີ້.

ວັນ​ທີ2​ກຸມພາ,ທ່ານ​ຄູ​​ໄລ ນາຍົກລັດຖະມົນ​ຕີ​ລັດຖະບານ ປາ​ເລັສຕິນປົກຄອງຕົນ​ເອງ​ກ່າວ​ວ່າ,ຫວັງ​ໃຫ້​ປາ​ເລັສຕິ​ນອິສຣາ​ແອນຈົ່ງເຊັນ​ສັນຍາ​ຢຸດ​ຍິງສອງ​ຝ່າຍ​ໃນ​ໄລຍະ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ.

ຕາມ​ໄດ້​ຊາບ,ທ່ານ​ຊາ​ລົງ​ແລະສົມ​ເດັດ​ອັບ​ດູ​ນລາ​ລັດຊະການ​ທີ​ສອງ​ລ້ວນ​ແຕ່​ໄດ້​ກ່າວ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້.