ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້ ຂ້າພະເຈົ້າຈະເລົ່ານິທານປະຫວັດສາດເລື່ອງ "ຄົ່ງເສິງຈີ້" ແປວ່າ "ກົນເມືອງເປົ່າ" ທີ່ເກີດຂຶ້ນໃນສະໄໝສາມກົ໊ກຂອງຈີນສູ່ທ່ານຟັງ, ຫວັງວ່າທ່ານຄົງຈະມ່ວນນຳ.
"ກົນເມືອງເປົ່າ" ນີ້ ໝາຍເຖິງຍຸດທະວິທີຕໍ່ສູ້ທີ່ປິດບັງກຳລັງອ່ອນແອຂອງຝ່າຍຕົນ ເພື່ອລວງຕາຝ່າຍກົງກັນຂ້າມ. ໃນການສູ້ລົບກັນລະຫວ່າງກົ໊ກສູກັບກົ໊ກເວີ້ຍສະໄໝສາມກົ໊ກ, ຂົງເບ້ງຂອງກົ໊ກສູເຄີຍໃຊ້ຍຸດທະວິທີດັ່ງກ່າວຕໍ່ຊືໝາອີ້ຂອງກົ໊ກເວີ້ຍ.
ພາຍຫຼັງໝາຊູ້ເສຍເຈຖິງແລ້ວ, ສະພາບການສູ້ລົບຂອງຝ່າຍສູໄດ້ຊຸດຮ້າຍລົງຢ່າງໄວພະລັນ. ແມ່ທັບຄຽງຂ້າງຂົງເບ້ງໄດ້ຖືກແຕ່ງໄປແນວໜ້າໝົດແລ້ວ, ຜູ່ຢູ່ຄຽງຂ້າງຍັງເຫຼືອແຕ່ເຈົ້າໜ້າທີ່ຝ່າຍພົນລະເຮືອນແລະພົນທະຫານພຽງ 2500 ຄົນເທົ່ານັ້ນ. ແຕ່ໃນຂະນະນີ້, ຊືໝາອີ້ພວມນຳພາກອງທະຫານຈຳນວນ 1 ແສນ 5 ໝື່ນຄົນມຸ່ງໜ້າມາສູ່ເມືອງຊີເສິງ, ນີ້ແມ່ນການຫຼອນໂຈມຕີທີ່ສະເທືອນຂວັນແລະກະທັນຫັນ.
ໃນເວລານີ້, ຂົງເບ້ງສູ້ກໍ່ບໍ່ໄດ້ ຈະເຝົ້າກໍ່ບໍ່ໄດ້; ເປີດປະຕູຍອມຈຳນົນກໍ່ບໍ່ໄດ້, ຖິ້ມເມືອງໜີໄປຍິ່ງບໍ່ເປັນ. ບໍ່ມີທາງເລືອກອື່ນອີກແລ້ວ, ຂົງເບ້ງຈຳເປັນຕ້ອງໃຊ້ກົນເມືອງເປົ່າເຊິ່ງສ່ຽງຕໍ່ຄວາມອັນຕະລາຍທີ່ສຸດ.
ຂົງເບ້ງນັ່ງຢູ່ເທິງຫໍປະຕູເມືອງ, ເຮັດໃຈສະຫງົບ, ໄຕ້ທູບດີດຂິມ. ຢູ່ຂ້າງຊ້າຍມີເດັກຖືດາບຜູ່ໜຶ່ງ; ຢູ່ຂ້າງຂວາມີເດັກຖືໄມ້ປັດຝຸ່ນຜູ່ໜຶ່ງ. ຢູ່ນອກແລະໃນປະຕູເມືອງ, ມີສາມັນຊົນຫຼາຍຄົນພວມກົ້ມຫົວປັດກວາດຖະໜົນຢ່າງບໍ່ຟ້າວບໍ່ຟັ່ງ, ເໝືອນດັ່ງບໍ່ມີຜູ່ອື່ນຢູ່ອ້ອມຂ້າງ. ຊືໝາອີ້ນຳພາກອງທະຫານບຸກມາຮອດໜ້າປະຕູເມືອງ, ໄດ້ຍິນສຽງຂິມທີ່ອ່ອນຊ້ອຍແລະທຳນອງສົດໃສ, ເລີຍສັນນິຖານວ່າ ຂົງເບ້ງໃຈສະຫງົບໜິ້ງປານນ້ຳບໍ່ມີຟອງ, ອາດຈະມີທະຫານລີ້ຊ່ອນຢູ່ໃນຕົວເມືອງ, ເລີຍນຳພາກອງທະຫານຖອນໜີໄປຕາມທາງພູເບື້ອງເໜືອ.
ພາຍຫຼັງກົນເມືອງເປົ່າໄດ້ຮັບຜົນສຳເລັດແລ້ວ, ຂົງເບ້ງວິເຄາະວ່າ: "ຊືໝາອີ້ຄິດວ່າຂ້າພະເຈົ້າເປັນຄົນມີສະຕິລະວັງຕົວສູງ, ຈະບໍ່ກ້າສ່ຽງໄພຄືແນວນີ້; ເມື່ອໄດ້ເຫັນສະພາບຄືແນວນີ້ແລ້ວ ກໍສົງໄສວ່າມີທະຫານລີ້ຊ່ອນຢູ່, ຈຶ່ງຖອນໜີໄປ." ຂົງເບ້ງວິເຄາະຈິດໃຈຂອງຊືໝາອີ້ຖືກຕ້ອງໝົດ. ໂດຍຢູ່ຕໍ່ໜ້າຂົງເບ້ງ ເຊິ່ງເປັນຄູ່ສັດຕູທີ່ເກັ່ງກວ່າຕົນເອງ, ຊືໝາອີ້ບໍ່ກ້າປະໝາດ, ຈຶ່ງຕົກລົງຖອນທະຫານໜີໄປ.
ຂົງເບ້ງໄດ້ຄາດຄະເນເຖິງຈິດໃຈອັນສັບສົນຂອງຊືໝາອີ້ທີ່ມັກລະແວງສົງໄສ ຂີ້ຢ້ານແລະມີຄວາມຂັດແຍ່ງໃນໃຈ, ສະນັ້ນຈຶ່ງຕັ້ງແກ້ງສ້າງບັນຍາກາດທີ່ເຮັດໃຫ້ຄົນສົງໄສ, ເຜີຍໃຫ້ເຫັນຈຸດອ່ອນແອຂອງຕົນທີ່ເຫຼືອເຊື່ອ, ເມື່ອຊືໝາອີ້ເຫັນແລ້ວຍິ່ງສົງໄສ, ເລີຍເກີດຄວາມລັ່ງເລໃຈບໍ່ກ້າບຸກໄປໜ້າ, ແລ້ວຕັດສິນໃຈຖອນກອງທະຫານໜີໄປ ໃນທີ່ສຸດ.
ຂົງເບ້ງໃຊ້ກົນເມືອງເປົ່າຫຼອກຊືໝາອີ້ຢ່າງສຳເລັດຜົນ, ປ່ຽນທ່າຮັບ ເປັນທ່າບຸກ. ທັງນີ້ໄດ້ສະແດງໃຫ້ເຫັນສະຕິປັນຍາແລະຄວາມເກັ່ງກ້າສາມາດຂອງຂົງເບ້ງຢ່າງສູງສົ່ງ, ອີກດ້ານໜຶ່ງ, ກໍໄດ້ສະແດງໃຫ້ເຫັນວ່າຂົງເບ້ງມີໃຈກ້າຫານເໜືອຜູ່ອື່ນ. ເມື່ອເປັນແນວນີ້, ພວກເຮົາລອງຄິດເບິ່ງວ່າ, ຖ້າມີຂອດໃດປະກົດມີຂໍ້ພິລຸດ, ພາໃຫ້ກອງ ທະຫານລັດເວີ້ຍບຸກເຂົ້າໄປໃນເມືອງແລ້ວ, ຜົນຢ້ອນຫຼັງຈະເປັນໄປແນວໃດ ໄພອັນຕະ ລາຍຈະເປັນໄປແນວໃດ. ສະນັ້ນ ໃນບັ້ນລົບໃນທຸກສະໄໝ, ມີໜ້ອຍຄົນທີ່ກ້າໃຊ້ກົນເມືອງເປົ່າຄືແນວນີ້.
ວິທີທີ່ຂົງເບ້ງຮັບມືກັບຊືໝາອີ້ນັ້ນບໍ່ແມ່ນບັນຫາຫຍໍ້ທໍ້, ຫາກແມ່ນເລື່ອງຕັ້ງໜ້າອີ່ຫຼີ. ນະທີ່ນີ້, ໃຜໆກໍ່ເຫັນໄດ້ວ່າຂົງເບ້ງມີສະຕິປັນຍາຢູ່ເໜືອຊືໝາອີ້. ຍ້ອນແນວນັ້ນ ຄົນທັງຫຼາຍຈຶ່ງຖືຂົງເບ້ງເປັນສັນຍາລັກແຫ່ງສະຕິປັນຍາ.
ເອົາລະ ທ່ານຜູ່ຟັງທີ່ໂຄລົບ, ລາຍການນິທານສຸພາສິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້,ຂອບໃຈທ່ານທີ່ຮັບຟັງ, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.
|