ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-04 10:42:12    
ລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ​ໂປ​ໂລຍ​ກ່າວ​ວ່າ​ອາດ​ຈະ​ຖອນ​ທະ​ຫານ​ປະ​ຈຳ​ອີ​ຣັກ​ທັງ​ໝົດ​ກ່ອນ​ທ້າຍ​ປີ​ນີ້

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ3​ກຸມພາ,ທ່ານສະມາດຊິນສກີລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໂປ​ໂລ​ຍກ່າວ​ວ່າ,ຖ້າວ່າ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ບໍ່​ຜ່ານ​ມະຕິ​ໃໝ່,​ໂປ​ໂລ​ຍຈະ​ຖອນ​ ​ທະຫານ​ປະຈຳ​ອີຣັກທັງ​ໝົດ​ກ່ອນ​ທ້າຍ​ປີ​ນີ້.

ທ່ານສະມາດຊິນສກີກ່າວ​ວ່າ,ຖ້າວ່າ​ກ່ອນ​ທ້າຍ​ປີ​ນີ້,ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ຜ່ານ​ມະຕິ​ກ່ຽວ​ກັບ​ກອງ​ທະຫານ​ຕ່າງປະ​ເທດ​ປະຈຳ​ອີຣັກ,ກອງ​ທະຫານ​ໂປ​ໂລຍ​ປະ​ຈຳ​ອີຣັກ​ກໍ​ຈະ​ຖອນ​ອອກ​ຈາກ​ອີຣັກ​ໃນທ້າຍ​ເດືອນ​ທັນວາ.ທ່ານ​ຍັງ​ກ່າວ​ວ່າ,ຖ້າວ່າ​ລັດ​ຖະ​ບານ​ອີຣັກ​ຕົກ​ລົງ​ຮຽກ​ຮ້ອງ​ໃຫ້​ກອງ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ,​ມັນ​ກໍ່​ບໍ່​ອາດ​ປັດ​ປ່າຍ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຖອນ​ທະຫານ​ໂປ​ໂລ​ຍອອກ​ຈາກ​ອີຣັກໂດຍໄວ.