ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-05 16:59:35    
ອົງການ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີ​ຣັກ​ກ່າວ​ວ່າ​ຈະ​ເປີດ​ການ​ຫຼອນ​ໂຈມ​ຕີ​ບັ້ນ​ໃໝ່

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ກຸມພາ, ອົງການ​ອານ ​ເຄດາ​ອີຣັກເຊິ່ງ​ນຳ​ພາ​ໂດຍ​ຈາ​ຄາ​ວີ​ໄດ້​ອອກ​ຖະ​ແຫຼງການ​ໃນ​ອິນ​ເທີ​ເນັດວ່າ, ອົງການ​ດັ່ງກ່າວຈະ​​ເປີດການ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ການ​ທະ​ຫານ​ບາງ​​ແຫ່ງ​ຢູ່​ອີຣັກພາຍ​ໃນ​ບໍ່​ທໍ່​ໃດ​ມື້​ຂ້າງ​ໜ້າ.

ຖະ​ແຫຼງການກ່າວ​ເຕືອນ​ຊາວ​ອີຣັກຢ່າ​​ເຂົ້າມໍ່​ຖານ​ທັບ ຄ້າຍ​ທະຫານ ກອງລົດ​ຍົນ​ແລະ​ສະ​ຖານ​ທີ່​ກວດກາ​ຂອງ​ທະຫານ​ອາ​ເມ​ລິ​ກາ. ຖະ​ແຫຼງການ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ດ້ວຍ​ກຳ​ລັງ​ອາ​ວຸດ​ຂອງ​ອົງການ​ດັ່ງກ່າວ​ຈະ​ບໍ່​ຢຸດເຊົາ, ຈົນ​ໄດ້​ຮັບ​ໄຊຊະນະ.

ປະຈຸ​ບັນ ຍັງ​ຢືນຢັນ​ບໍ່​ໄດ້ວ່າ​ຖະ​ແຫຼງການ​ຂອງ​ອົງການ​ອານ​ ​ເຄດາ​ອີຣັກ​ແມ່ນ​ແທ້​ຫຼື​ບໍ່. ​ແຕ່​ກ່ອນ​ໜ້ານີ້ ອົງການ​ດັ່ງກ່າວ​ເຄີຍ​ກ່າວ​ວ່າ​ຮັບຜິດຊອບ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີ​ວິດ ການ​ລອບ​ສັງຫານ ການ​ລັກ​ພາ​ຕົວ​ແລະ​ຂ້າ​ຕົວ​ປະ​ກັນ​ຫຼາຍ​ເທື່ອ​ທີ່​ແນ​ໃສ່​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ທະຫານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ.