ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-05 17:47:06    
ທ່ານ​ຊາ​ລົງ​ທວງ​ໃຫ້ປາ​ເລັສ​ຕີນ​ພະຍາ​ຍາມ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ອິສຣາ​ແອນ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 4 ກຸມ​ພາ, ທ່ານ​ຊາ​ລົງ ນາຍົກ​ລັດຖະ​ມົນຕີ​ອິສຣາ​ແອນ​​ໄດ້​ຕິຕຽນ​ປາ​ເລັສ​ຕີນ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ອິສຣາ​ແອນ​ຂອງຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ນັ້ນຍັງ​ບໍ່ພຽງ​ພໍ.

ທ່ານ​ຊາ​ລົງ​ເວົ້າ​ວ່າ,​ຝ່າຍ​ອິສຣາ​ແອນ​ໄດ້​ໃຊ້​ມາດ​ຕະການ​ສະ​ໜັບສະ​ໜູນ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ໂດຍ​ຕະຫຼອດ,​ແຕ່​ຝ່າຍ​ປາ​ເລັສ​ຕີນ​ນອກຈາກ​​ໄດ້​ຈັດ​ວາງ​ກອງ​ຕະຫຼວດ​ຢູ່​ແຖບ​ກາຊາ​ແລ້ວ,ບໍ່​ໄດ້​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ໃດໆ​ໂຈມ​ຕີ​ພວມ​ປະກອບ​ອາວຸດ.​ທ່ານ​ຍັງ​ທວງ​ໃຫ້​ຝ່າຍ​ປາ​ເລັສ​ຕີນ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ຫຼອນ​​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ຂອງ​ພວກ​ປະກອບ​ອາວຸດທີ່​ມີ​ຕໍ່​ອິສຣາ​ແອນ ກ່ອນ​ຈະ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິ​ພາບ​ກັບ​ອິສຣາ​ແອນ.