ຕາມຂ່າວCRI: ວັນທີ 6 ກຸມພາ, ໄທເລີ່ມຈັດການເລືອກຕັ້ງໃນຂອບເຂດທົ່ວປະເທດ, ຜູ່ມີສິດເລືອກຕັ້ງ 44 ລ້ານ 8 ແສນຄົນຈະປ່ອນບັດໃນສະຖານີປ່ອນບັດ 8 ໝື່ນກວ່າແຫ່ງ, ເລືອກຕັ້ງສະມາຊິກສະພາຜູ່ແທນລາດສະດອນ 500 ທ່ານ. 36 ພັກການເມືອງໄດ້ເຂົ້າຮ່ວມການເລືອກຕັ້ງເທື່ອນີ້. ຈະສະເຫຼີຍຜົນການເລືອກຕັ້ງໃນເບື້ອງຕົ້ນໃນຕອນຄ່ຳມື້ນີ້.
ບຸກຄົນວິເຄາະເຫັນວ່າ, ພັກໄທຮັກໄທອາດຈະໄດ້ຮັບໄຊຊະນະອີກ, ທ່ານທັກສິນ ຊິນນະວັດ ປະທານພັກໄທຮັກໄທ ນາຍົກລັດຖະມົນຕີຊຸດປະຈຸບັນກໍ່ມີຫວັງຈະດຳລົງຕ່ຳແໜ່ງອີກວາລະໜຶ່ງ.
|