ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-06 17:27:30    
ຜົນການ​ເລືອກ​ຕັ້ງທົ່ວ​ໄປ​ຂອງອີຣັກຈະ​ປະກາດ​ພາຍໃນ 5 ມື້​ຂ້າງ​ໜ້າ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 5 ກຸມພາ,ຢູ່​ແບກ​ແດັດ,ທ່ານຟາຣິດ ອາ​ຢາ ໂຄສົກ​ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ​ຂອງ​ອີຣັກ​ເວົ້າວ່າ,ວຽກ​ງານນັບບັດເລືອກ​ຕັ້ງທົ່ວ​ໄປ​ຂອງອີຣັກກຳລັງ​ດຳ​ເນີນ​ຢ່າງ​ເຄັ່ງຮ້ອນ,ຜົນ​ສຸດ​ທ້າຍ​ຈະ​ປະກາດພາຍ​ໃນ 5 ມື້​ຂ້າງ​ໜ້າ.

ທ່ານຟາ​ຣິດ ອາ​ຢາ​ເວົ້າວ່າ,ຜົນ​ສຸດ​ທ້າຍຈະ​ປະກາດ​ໃນ​ວັນ​ທີ 9 ຫຼື​ວັນ​ທີ 10 ກຸມພາ,ຖັດຈາກ​ນັ້ນ,ບັນດາພັກທີ່​​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ ສາມາດ​ກ່າວ​ຟ້ອງ​ຕໍ່​ປະກົດ​ການ​ຜິດ​ກົດ​ລະບຽບ​ການ​ເລືອກ​ຕັ້ງ​ເຊັ່ນ​ສໍ້​​ໂກງ​ເປັນຕົ້ນພາຍ​ໃນ 9 ມື້.ຫຼັງ​ຈາກ​​ໄລຍະ​ກ່າວ​ຟ້ອງສິ້ນ​ສຸດ​ລົງ​ແລ້ວ,ຄະນະ​ກຳມະການ​ເລືອກ​ຕັ້ງທົ່ວ​ໄປ​ຈະ​ຕັດສິນ​ຜົນ​ນັບ​ບັດ,ຜົນ​ນີ້​ຈະ​​ເປັນ​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ​ສຸດ​ທ້າຍ​ທີ່​ມີ​ຜົນ​ສັກສິດ​ທາງ​ກົດໝາຍ.