ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 10:09:39    
ສະຫະລັດ​ຫວັງ​ໃຫ້​ປາ​ເລັສ​ຕິນ​ກັບ​ອິສ​ລາ​ແອນ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ໂດຍ​ກົງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 6 ກຸມພາ, ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມຢາມ​ຢູ່​ອິສລາ​​ແອນກ່າວ​ວ່າ, ອາ​ເມ​ລິ​ຫາ​ຫວັງ​ໃຫ້​ປາ​ເລັສ​ຕິນ​ອິສ​ລາ​ແອນ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ສັນຕິພາບ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ໂດຍ​ກົງ.

​ໃນ​ມື້​ດຽວ​ກັນ ທ່ານ​ຊາ​ລົງ ນາຍົກລັດຖະມົນຕີ ທ່ານ​ຄາ​ຊາ​ຟ ປະທານາທິ​ບໍ​ດີ​ແລະ​ທ່ານ​ຊິນ​​ແວນ ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສລາ​ແອນ​ຕ່າງ​ໄດ້​ພົບ​ປະ​ທ່ານ​ນາງ​ໄລ​ສ໌. ​ໃນ​ການ​ພົບ​ປະ, ທ່ານ​ນາງ​ໄລ​ສ໌​ໄດ້​ຮຽກຮ້ອງ​ໃຫ້​ອິສລາ​ແອນ​ປະຕິບັດ​ແຜນ​ການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວຕາມ​ຕາລາງເວລາ​ທີ່​ໄດ້ກຳນົດ​ໄວ້, ​ແລະ​ຮັກສາ​ສະພາບ​ປະຈຸ​ບັນ​ຂອງ​ເຢ​ຣູ​ຊາ​ເລັມ.

ຝ່າຍ​ອິສລາ​ແອນ​ກ່າວ​ວ່າ, ການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຂອງ​ອົງ​ການ​ປະ​ກອບ​ອາ​ວຸດ​ປາ​ເລັສຕິ​ນອາດ​ຈະ​ທຳລາຍ​ຂະ​ບວນວິວັດ​ສັນຕິພາບ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິສ​ລາ​ແອນ.