|
![](/images/spacer.gif) |
(GMT+08:00)
2005-02-07 11:16:17
|
ຂັ້ນນຳປາເລັສຕີນໄດ້ກ້ເຊັນສັນຍາຢຸດຍິງກັບບັນດາຝ່າຍປາເລັສຕີນ
cri
Author: da
ຕາມຂ່າວCRI:ວັນທີ 6 ກຸມພາ,ທ່ານຊາອາສ໌ ລັດຖະມົນຕີການຕ່າງປະເທດລັດຖະບານປາເລັສຕີນປົກຄອງຕົນເອງໄດ້ເວົ້ານຳວົງການໜັງສືພິມວ່າ, ຂັ້ນນຳປາເລັສຕີນກັບບັນດາຝ່າຍປາເລັສຕີນໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະສັນກັນກ່ຽວກັບການຢຸດຍິງ,ແລະໄດ້ຜ່ານຮັບຮອງສັນຍາຂອບສະບັບໜຶ່ງ.
ແຕ່ໃນຂະນະດຽວກັນນີ້ ທ່ານຊາອາສ໌ກ່າວເນັ້ນວ່າ,ຝ່າຍປາເລັສຕີນຈະບໍ່ຢຸດຍິງແຕ່ຝ່າຍດຽວຢ່າງເດັດຂາດ,ເວັ້ນແຕ່ອິສຣາແອນໃຫ້ຄຳໝັ້ນສັນຍາຢຸດຍິງຢ່າງເປັນທາງການແລະຮອບດ້ານ,ຖອນທະຫານກັບຄືນສູ່ເສັ້ນຊາຍແດນກ່ອນເກີດການປະທະກັນລະຫວ່າງປາເລັສຕີນກັບອິສຣາແອນເມື່ອປີ 2002,ແລະປິດດ່ານແລະສະຖານີກວດກາທີ່ສະກັດກັ້ນຊາວປາເລັສຕີນເຂົ້າອອກ.
ມຶ້ດຽວກັນ,ອົງການປະກອບອາວຸດຕົ້ນຕໍຂອງປາເລັສຕີນສ່ວນໜຶ່ງໄດ້ກ່າວວ່າ,ການປ່ອຍຊາວປາເລັສຕີນທີ່ຖືກອິສຣາແອນກັກຂັງນັ້ນ ແມ່ນເງື່ອນໄຂສຳຄັນອັນໜຶ່ງໃນການກ້າວເຖິງຂັ້ນເຊັນສັນຍາຢຸດຍິງຮອບດ້ານກັບອິສຣາແອນ.
|
|
|