ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 17:37:18    
ພັກ​ໄທ​ຮັກ​ໄທ​ໄດ້​ຮັບ​ໄຊ​ຊະ​ນະ​ໃຫຍ່​ຫຼວງ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ຜູ້​ແທນ​ລາດ​ຊະ​ດອນ​ຂອງ​ໄທ

cri Author: da
ຕາມ​ຂ່າວ​CRI:​ການ​ປ່ອນ​ບັດ​​ເລືອກ​ຕັ້ງສະ​ພາຜູ້​ແທນ​ລາດ​ຊະ​ດອນ​ຂອງ​ໄທ​ໄດ້​ສີ້​ນສຸດ​​ໃນ​ຕອນ​ບ່າຍ​ວັນ​ທີ 6 ກຸມ​ພາ​.ຕອນ​ຄ່ຳ​ມື້​ດຽວ​ກັນ,​ທ່ານ​ທັກ​ສິນ ຊິນນະ​ວັດ ນາ​ຍົກ​ລັດຖະ​ມົນຕີ​ໄທ​ປະກາດ​ວ່າ,​ພັກ​ໄທຮັກ​ໄທທີ່​ທ່ານ​​ເອງ​ເປັນ​ຫົວໜ້າ​ໄດ້​ຮັບ​ທ່າ​ແຮງ​ດ້ວຍ​ທົ້ນ​ໃນ​ການ​ເລືອກ​ຕັ້ງ.​ທ່ານ​ບັນ​ຢັດ ​ບັນ​ທັດ​ຖານ ປະ​ທານ​ພັກ​ປະຊາ​ທິປັດ ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ໄທ​ໄດ້​ຮັບ​ຮອງ​ວ່າ​ໄດ້ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ເທື່ອ​ນີ້.

ການ​ເລືອກ​ຕັ້ງ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ຂອງ​ໄທ​ເທື່ອ​ນີ້​ລວມມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທັງ​ໝົດ 2298​ ຄົນ​ທີ່​ສັງ​ກັດ 36 ພັກ​ການ​ເມືອງ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ເອົາ 500 ທີ່​ນັ່ງ​ໃນ​ສະ​ພາ​ຜູ້​ແທນ​ລາດ​ຊະ​ດອນ.​ການ​ແຂ່ງ​ຂັນ​ຕົ້ນຕໍ​ແມ່ນ​ດຳ​ເນີນ​ຢູ່ລະ​ຫວ່າງ​ພັກ​ໄທ​ຮັກ​ໄທທີ່​ຄອງ​ອຳ​ນາດ ພັກ​ປະຊາ​ທິ​ປັດ​ທີ່​ບໍ່​ຄອງ​ອຳນາດ​ແລະ​ພັກ​ມະຫາ​ຊົນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່.​ເຖິງ​ວ່າ​ຜົນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ຍັງ​ບໍ່​ທັນ​ໄດ້​ປະ​ກາດ​,​ແຕ່​​ການ​ສຳ​ຫຼວດ​ຂອງ​ບັນດາ​ຝ່າຍ​ແລະ​ສະ​ຖິຕິ​ປະຈຸ​ບັນ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ພັກ​ໄທ​ຮັກ​ໄທ​ທີ່​ນຳ​ໂດຍ​ທ່ານ​ທັກ​ສິນ ຊິນ​ນະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີຊຸດ​ປະຈຸ​ບັນຈະ​ໄດ້​ 399 ທີ່​ນັ່ງ​ໃນ​ສະ​ພາ​ຜູ້​ແທນ​ລາດ​ຊະ​ດອນ​,​ກາຍ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ທີ່​ນັ່ງ​ໃນ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ.​ພັກ​ໄທ​ຮັກ​ໄທກໍ​ຈະ​ກາຍ​ເປັນ​ພັກ​ການ​ເມືອງ​ທີ່​ໄດ້​ສິດ​ຄອງ​ອຳ​ນາດ​ແຕ່​ພັກ​ດຽວ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ທຳ​ອິດ​ຂອງ​ໄທ.​ທ່ານ​ທັກ​ສິນ​ກໍ​ຈະ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນຕີ​ໄທຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ທີ່​ເຮັດ​ວຽກ​ຄົບ​ອາຍຸ​ຕຳ​ແໜ່ງ​ແລະ​ຈະ​ດຳ​ລົງ​ຕຳ​ແໜ່ງ​ອີກ​ວາລະ​ໜຶ່ງ.

ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ,​​ແຕ່​ຂຶ້ນ​ຄອງ​ອຳນາດ​​ໃນ​ຕົ້ນປີ 2001 ມາ​ນີ້,​ພັກ​ໄທ​ຮັກ​ໄທ​ທີ່​ນຳ​ໂດຍ​ທ່ານ​ທັກ​ສິນ​ໄດ້ປະຕິ​ຮູບ​ຢ່າງ​ຕັ້ງ​ໜ້າ,​ໃຊ້​ນະ​ໂຍ​ບາຍ​ທີ່​ບັງ​ເກີດ​ຜົນໃນ​ຂົງ​ເຂດ​ວຽກ​ງານ​ພາຍ​ໃນ​ແລະຕໍ່​ຕ່າງປະ​ເທດ,ນີ້​ແມ່ນ​ສາຍ​ເຫດ​ຕົ້ນຕໍ​ເຮັດ​​ໃຫ້​ພັກ​ນີ້​​ໄດ້​ຮັບ​ໄຊ​ຊະນະ.

​ໃນ​ດ້ານ​ວຽກ​ງານ​ພາຍ​ໃນ​,ລັດ​ຖະ​ບານ​ທັກ​ສິນ​​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ການ​ບໍລິ​ຫານ​ແຫ່ງ​ລັດ​ແຕ່​​ເດືອນ​ຕຸລາ​ປີ 2002 ​ເປັນ​ຕົ້ນ​ມາ,ມີ​ຈຸດ​ປະ​ສົງ​ຢາກ​ປ່ຽນ​ແປງ​ວິທີ​​ເກົ່າ​ໃນ​ການ​ຄຸ້ມ​ຄອງ​ອົງ​ການ​ຈັດ​ຕັ້ງ​ແຫ່ງ​ຊາດ​,​ເພີ່​ມທະວີ​ການ​ຕິດ​ຕາມ​ຄວບ​ຄຸມຂະ​ແໜງ​ການ​ຕ່າງໆ​ຂອງ​ລັດຖະບານ,ສ້າງ​ລັດຖະ​ບານ​ທີ່​ປອດ​ໄສ​ແລະ​ມີ​ສະມັດ​ຖະ​ພາບ​ສູງ.​ໃນ​ໄລຍະ​ຄອງ​ອຳ​ນາດ, ​ທ່ານ​ທັກສິນ​ໄດ້​ປັບປຸງ​ຄະນະລັດຖະບານ 10 ​ເທື່ອ ​,​ເຮັດ​ໃຫ້​ກົງຈັກ​ລັດຖະບານກະທັດ​ຮັດ,ອັນ​ໄດ້​ຍົກ​ສູງ​ສະມັດຖະພາບ​ການ​ຄອງ​ອຳນາດ.

​ໃນ​ຂະນະ​ດຽວກັນ​ນີ້,ລັດຖະບານ​ທັກສິນ​ຍັງ​ໃຊ້​ມາດ​ຕະການ​ຕ່າງໆ​ນາໆ,​ເຊັ່ນ:​ສ້າງ​ຕັ້ງ​ທະນາ​ຄານ​ປະ​ຊາ​ຊົນ,​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ​ແລະ​ຂ​ະໜາດ​ນ້ອຍ;​ ແກ່​ຍາວ​ເວ​ລາ​ຊຳລະ​ໜີ້​ສິນ​ຂອງ​ຊາວ​ກະສິ​ກອນ​ອອກ​ໄປ​ອີກ 3 ປີ; ສ້າງ​ກອງ​ທຶນ​ລ້ານ​ບາດ​ພັດ​ທະນາ​ຊົນ​ນະ​ບົດ;​ແລະ​ປະຕິ​ບັດ​ແຜນ​ການປີ່​ນປົວ 30 ບາດ​ເປັນ​ຕົ້ນ,​ ຫຼຸດ​ພາ​ລະ​ແລະ​ເພີ່ມ​ລາຍ​ຮັບ​ຂອງ​ປະຊາ​ຊົນ,​ດັ່ງ​ນັ້ນ,​ລັດຖະ​ບານ​ທັກ​ສິນ​ຈຶ່ງ​ໄດ້​ຄວາມ​ໄວ້​ວາງ​ໃຈ​ຈາກ​ປະ​ຊາ​ຊົນ.

​ໃນ​ດ້ານ​ເສດຖະກິດ,ລັດຖະບານ​ທັກສິນ​​ໄດ້​ໃຊ້​ມາດ​ຕະການ,ເພີ່ມ​ທະວີ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​​,ສົ່ງ​ເສີມ​ການ​ບໍລິ​ໂພກ,​ຊັກ​ຈູງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຢູ່​ພາຍ​ໃນ,​​ເພີ່ມ​ທະວີ​ການ​ສົ່ງ​ອອກ,​ເຮັດ​ໃຫ້​ເສດ​ຖະ​ກິດ​​ໄທ​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ,​ໜີ້​ສິນ​ຕ່າງ​ປະ​ເທດ​ກໍ​ຫຼຸດ​ໜ້ອຍ​ລົງ,​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ກໍ​ເພີ່ມ​ຂຶ້ນ,​ຕະ​ຫຼາດ​ຫຸ້ນ​ກະ​ເດື່ອງ​ດີ​ຂຶ້ນ.

​ໃນ​ວຽກ​ງານການ​ຕ່າງປະ​ເທດ,​ລັດຖະບານ​ທັກ​ສິນ​ໄດ້​ປະຕິບັດນະ​ໂຍບາຍບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,​ໄດ້​ສ້າງ​ການ​ພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ ແລະ​ການ​ຮ່ວມ​ມື​ທີ່​ດີງາມກັບ​ມຽນມາ ສິງກະ​ໂປ ລາວ ຫວຽດນາມ ກຳ​ປູເຈຍ​ແລະ​ມາ​ເລ​ເຊຍ;ລັດຖະບານ​ໄທ​ປະ​ຕິ​ບັດນະ​ໂຍບ​າຍການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ,ຫຼຸດ​​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ,​ໃນ​ຂະ​ບວນວິວັດ​​​ເພີ່ມ​ທະວີ​ການ​​ເຊື່ອມ​ໂຢງ​ຂອງພາກ​ພື້ນ​,​​ເພີ່ມ​ທະວີການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ເງິນ​ຂອງ​ອາຊີ,ຊຸກຍູ້​ຂະ​ບວນ​ການ​ເຈ​ລະ​ຈາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ ອິນ​ເດຍ ຍີ່​ປຸ່ນ ອາ​ເມ​ລິ​ກາ​ແລະ​ອົສ​ຕຼາລີ​ເປັນ​ຕົ້ນ,​ລັດ​ຖະ​ບານ​ທັກ​ສິນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ມີ​ຜົນ​ສັກ​ສິດ.

ພາຍຫຼັງ​ການ​ເລືອກ​ຕັ້ງສະພາ​ຜູ້​ແທນ​ລາດ​ຊະ​ດອນຂອງ​ໄທ​ສິ້ນ​ສຸ​ດລົງ​ແລ້ວ,ບັນດາ​ຝ່າຍຂອງ​ໄທ​ແລະ​ຫາງ​ສຽງ​ອາຊີ​ອາ​ຄະ​ເນ​ໄດ້​ທຳ​ປະຕິກິລິຍາຢ່າງ​ກວ້າງຂວາງ​ຕໍ່​​ໄຊຊະນະ​ຂອງພັກ​ໄທຮັກ​ໄທ​.ຊັ້ນຄົນກາງ​ແລະ​ລຸ່ມ​ຄອງ​ຄອຍ​ທ່ານ​ທັກສິນ​ແລະ​ພັກ​ໄທຮັກ​ໄທ​ສືບ​ຕໍ່​ ​ພະຍາຍາມ​ລົບ​ລ້າງ​ຄວາມທຸກ​ຍາກ.ພັກຝ່າຍຄ້ານ​​ເວົ້າວ່າ,ຕໍ່​ໄປ​ພາຍ​ໜ້າ ຈະ​ຊອກຫາ​ວິທີ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ລັດຖະບານ,​ເພື່ອ​ບັນລຸ​ຄວາມ​ກ້ຳ​ເກິ່ງ​ກັນ​ຂອງ​ສິດ​ອຳນາດ,ປ້ອງ​ກັນ​ບໍ່​ໃຫ້​ພັກໜຶ່ງ​ຢູ່​ໃນ​ທ່າ​ກວມ​ໝດແຕ່​ຝ່າຍ​ດຽວ.ຫາງ​ສຽງ​ອາຊີ​ອາຄະ​ເນ​ເຫັນ​ວ່າ,ພັກ​ໄທຮັກ​ໄທ​ໄດ້​ຮັບ​ໄຊ​ຊະນະ​ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ຄວາມ​ສືບ​​ເນື່ອງ​ຂອງ​ນະ​ໂຍບາຍຂອງ​ໄທ​ທີ່​ປະຕິບັດຢູ່ປະຈຸ​ບັນ​ຂອງ​ໄທ,​ແລະຮັກສາ​​ເສດຖະກິດ​ການ​ເມືອງ​ແລະ​ສັງຄົມ​​ຂອງ​ໄທ​ໃຫ້​ມີສະຖຽນ​ລະ​ພາບ.