ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 18:24:32    
ຢູ່​ອີຣັກ​ເກີດ​ເຫດການ​ລະ​ເບີດ​ແບບ​ຂ້າ​ຕົວ​ຕາຍ​ຢ່າງ​ໜ້ອຍ 26 ຄົນ​ເສຍ​ຊີວິດ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 7 ກຸມພາ ຢູ່​ເມືອງ​ບາ​ກູບາ ​​ເມືອງ​ເອກ​ແຂວງ​ດີ​ຢາ​ລາ​ແລະ​ເມືອງ​ໂມ​ຊູນ ​ເມືອງ​ສຳຄັນ​ຢູ່​ພາກ​ເໜືອ​ຂອງ​ອີຣັກຕ່າງ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ຂ້າ​ຕົວ​ຕາຍ,ຢ່າງ​ໜ້ອຍ​ເຮັດ​ໃຫ້ 26 ຄົນ​ເສຍ​ຊີວິດ.

ວັນ​ທີ 7 ກຸມພາ ທ່ານ​ຈູ​ບູຣີ ຜູ້​ຮັບຜິດຊອບ​ພະ​ແນ​ກ​ຕຳຫຼວດບາ​ກູບາ​ເວົ້າວ່າ,ວັນ​ທີ 7 ກຸມພາ ຜູ້ຫຼອນ​ໂຈມ​ຕີ​ແບບ​ຂ້າ​ຕົວ​ຕາຍ​ຜູ່​ໜຶ່ງ​ໄດ້​ຂັບ​ລົດ​ແລ່ນ​ເຂົ້າພະ​ແນ​ກ​ຕຳຫຼວດບາ​ຄູບາ,​ແລ້ວ​ລະ​ເບີດ​ລູກ​ລະ​ເບີດ​ໃນ​ລົດ,ຢ່າງ​ໜ້ອຍ​ເຮັດ​ໃຫ້​ຕຳຫຼວດ 14 ຄົນ​ເສຍ​ຊີວິດ,13 ຄົນ​ບາດ​ເຈັບ.

ຕອນ​ເຊົ້າວັນ​ທີ 7 ກຸມພາ ຜູ້ຫຼອນ​ໂຈມ​ຕີ​ແບບ​ຂ້າ​ຕົວ​ຕາຍ​ຜູ້​ໜຶ່ງ​ໄດ້​ບຸກ​ເຂົ້າ​ໂຮງໝໍຫຼັງໜຶ່ງ​ຢູ່​ໂມ​ຊູນ ​ເມືອງ​ພາກ​​ເໜືອ​ອີຣັກ,​ແລະ​ໄດ້​ລະ​ເບີດ​ລູກ​ລະ​ເບີດ​ທີ່​ຕິດ​​ຕົວ,ຢ່າງ​ໜ້ອຍ​ເຮັດ​ໃຫ້​ຕຳຫຼວດ 12 ຄົນ​ເສຍ​ຊີວິດ 4 ຄົນ​ບາດ​ເຈັບ.

ນັບ​ມາ​ຮອດ​ປັດຈຸບັນ ຍັງ​ບໍ່​ມີ​ອົງການ​ຈັດຕັ້ງ​ໃດໆ​ປະກາດ​ວ່າ​ຮັບຜິດຊອບ​ຕໍ່​ເຫດການ​ລະ​ເບີດ​ສອງ​ລາຍ​ດັ່ງກ່າວ.