ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 21:09:55    
ເງິນ​ກຸສົນ​ທີ່ວົງ​ການ​ສາສະໜາ​ຂອງ​ຈີນບໍລິຈາກ​ໃຫ້​ເຂດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ໄດ້​ຮຽບຮ້ອຍ​​ໃນ​ຂັ້ນ​ພື້ນ​ຖານ​ແລ້ວ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ກຸມພາ ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ຄຸ້ມ​ຄອງ​ວຽກ​ງານ​ສາສະໜາ​​ແຫ່ງ​ຊາດ​ຈີນ​ວ່າ,ປັດຈຸບັນ,ເງິນ​ກຸສົນ​ກ້ອນ​ໃຫຍ່ທີ່ວົງ​ການ​ສາສະໜາ​ຂອງ​ຈີນບໍລິຈາກ​ໃຫ້​ເຂດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ໄດ້​ຮຽບຮ້ອຍ​​ໃນ​ຂັ້ນພື້ນຖານແລ້ວ,ສ່ວນ​ໜຶ່ງ​ໄດ້​ມອບ​ໃຫ້​ສະພາ​ກາ​ແດງ​ຈີນຫຼືສະມາຄົມ​ກຸສົນ​ຈີນ,ສ່ວນ​ໜຶ່ງ​ໄດ້​ສົ່ງ​ຮອດ​ເຂດ​ປະສົບ​ໄພ​ໂດຍ​ຜ່ານ​ຊ່ອງ​ທາງ​ອື່ນ.

ຕາມ​ຊາບ​ວ່າ,ວົງ​ການ​ສາສະໜາພຸດ​ຂອງ​ຈີນ​ໄດ້​ບໍລິຈາກ​ເງິນ 11 ລ້ານ 7 ​ແສນ​ກວ່າ​ຢວນ,ຜູ້​ບໍລິຈາກ​ຕົ້ນຕໍ​​ແມ່ນ​ວັດວາອາ​ຮາມ​ຕ່າງໆ​ເຂດ​ໃນ​ຈີນ,ສາສະ​ນິກະ​ຊົນ​ສາສະໜາ​ພຸດ​ແລະ​ວົງ​ການ​ສາສະໜາ​ພຸດ​ຂອງ​ໄຕ້​ຫວັນ. ນອກ​ນີ້ ຕາມ​ສະຖິຕິ​ບໍ່​ຄົບ​ຖ້ວນ,ສາສະ​ນິກະ​ຊົນ​ວົງ​ການ​ສາສະໜາ​ເຕົາ,ສາສະໜາ​ອິສລາມ,ສາສະໜາ​ໂລ​ມັງ​ກະ​ໂຕ​ລິກ​ແລະ​ສາສະໜາ​ຄຼິສຕຽນ​ກໍ​ໄດ້​ຈັດຕັ້ງການ​ແພ່​ເອົາ​ເງິນ​ດ້ວຍຮູບ​ການ​ຕ່າງໆ,​ໄດ້​ບໍລິຈາກ​ເງິນຫຼາຍລ້ານ​ຢວນ​ໃຫ້​ເຂດ​ປະສົບ​ໄພ.