|
 |
(GMT+08:00)
2005-02-07 21:19:12
|
ອາເມລິກາຈະສະໜອງ 40 ລ້ານໂດລາສະຫະລັດໃຫ້ປາເລັສຕີນ
cri
Author: li
ຕາມຂ່າວ CRI: ວັນທີ 7 ກຸມພາ ທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາທີ່ພວມຢ້ຽມຢາມປາເລັສຕີນປະກາດວ່າ,ອາເມລິກຈະສະໜອງການຊ່ອຍເຫຼືອເສດຖະກິດ 40 ລ້ານໂດລາສະຫະລັດແກ່ປາເລັສຕີນພາຍໃນສາມເດືອນຂ້າງໜ້າ.
ວັນທີ 7 ກຸມພາ ພາຍຫຼັງທ່ານນາງໄລສ໌ພົບປະທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນຢູ່ລາມາລາ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນແລ້ວ,ທ່ານນາງໄດ້ປະກາດຂໍ້ຕົກລົງດັ່ງກ່າວ. ທ່ານນາງໄລສ໌ເວົ້າວ່າ,ການພົບປະລະຫວ່າງປະມຸກລັດ 4 ຝ່າຍກ່ຽວກັບສັນຕິພາບຕາເວັນອອກກາງທີ່ຈະຈັດຂຶ້ນໃນໄວໆນີ້ແມ່ນບາດກ້າວສຳຄັນແຫ່ງການປະຕິບັດຂະບວນວິວັດສັນຕິພາບຕາເວັນອອກກາງປາເລັສຕີນອິສຣາແອນຄືນໃໝ່,ອາເມລິກາຍິນດີໃຫ້ການຊ່ອຍເຫຼືອແກ່ປາເລັສຕີນແລະອິສຣາແອນ. ທ່ານນາງໄລສ໌ຍັງປະກາດວ່າ,ທ່ານອັບບາສແລະທ່ານຊາລົງລ້ວນແຕ່ໄດ້ຮັບເອົາຄຳເຊີນທີ່ຈະໄປຢ້ຽມຢາມອາເມລິກາໃນລະດູໃບໄມ້ບົ່ງປີນີ້.
|
|
|