ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 21:54:25    
ສຸກ​ຂະ​ພາບ​ຂອງ​ຄົນ​ກັບ​ສະ​ຫນາມ​ແມ່​ເຫັຼກ​ຂອງ​ຫນ່ວຍ​ໂລກ

cri
ຄັນ​ເວົ້າ​ເຖິງ​ແມ່​ເຫຼັກຄື​ຊິ​ບໍ່ມີ​ໃຜ​ບໍ່​ຮູ້​ຕິ​ເນາະ,​ແຕ່​ທ່ານ​ຮູ້​ບໍ່​ວ່າ,​ແມ່​ເຫຼັກກໍ​ຍັງ​ປົວພະຍາດໄດ້,ອັນ​ນີ້​ບໍ່​ແມ່ນ​ສິ່ງ​ທີ່​ປະດິດ​ຂຶ້ນ​ໃຫມ່​ຫຍັງ​ດອກ,ຢູ່​ປະ​ເທດ​ຈີນ​ເພິ່ນ​ເຄີຍ​ບັນທຶກ​ການ​ໃຊ້​ຫິນ​ແມ່​ເຫຼັກປົວ​ພະຍາດ​ໄວ້​ເປັນ​ລາຍ​ລັກອັກສອນ​ມາ​ໄດ້ 2 ພັນ​ກວ່າ​ປີ​ແລ້ວ,​ໃນ​ວິທະຍາສາດ​ສະ​ໄຫມ​ນີ້​ຄື:​ແຕ່​ຊຸມ​ປີ 60 ​ເປັນຕົ້ນມາ,ກໍ​ໄດ້​ມີ​ວິຊາ​ແມ່​ເຫຼັກຊີວະ​ຊາດ​ຈໍ່​ຕົວ​ຂຶ້ນ​ເປັນລຳດັບ​ມາ​ແລ້ວ,ວິຊາ​ແມ່​ເຫຼັກຊີວະ​ຊາດ​ແມ່ນ​ວິທະຍາສາດ​ທີ່​ຄົ້ນຄວ້າ​ລັກສະນະ​ແມ່ເຫຼັກຂອງ​ຊີວະ​ຊາດ​ແລະ​ການ​ຫມູນ​ໃຊ້​ແມ່​ເຫຼັກດັ່ງກ່າວ.​ໃຜໆ​ກໍ່​ຮູ້​ແລ້ວ​ວ່າ,ຫນ່ວຍ​ໂລກ​ເຮົາ​ນີ້​ແມ່ນ​ສະຫນາມ​ແມ່​ເຫຼັກອັນ​ກວ້າງ​ໃຫຍ່,​ໂດຍ​ເອົາ​ຂວັ້ນ​ເຫນືອ​ແລະ​ຂວັ້ນ​ໃຕ້​ເປັນ​ໃຈກາງ​ແ​ລ້ວ​ເປັ່ງ​ແຮງ​ແມ່​ເຫຼັກອອກ​ຢ່າງ​ແຮງ​ກ້າ,ມັນ​ມີ​ການ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນ​ທີ່​ສຸດ​ກັບ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ແລະ​ສຸກຂະພາບ​ຂອງ​ຄົນ​ເຮົາ​ກໍ​ຄື​ກັນ​ກັບ​ແສງຕາ​ເວັນ ອາກາດ​ແລະ​ນ້ຳ,​ໃນ​ເວລາ​ຄວາມ​ແຮງ​ລວມຂອງ​ສະຫນາມ​ແມ່​ເຫຼັກຫນ່ວຍ​ໂລກ​ອ່ອນ​ແຮງ​ລົງ​ນັ້ນ,ຄວາມສຸກ​ງອມ​ດ້ານ​ເພດ​ຂອງ​ຄົນ​ເຮົາ​ກໍ​ຈະ​ໄວ​ເຂົ້າ,ຄວາມ​ເຕີບ​​ໂຕ​ທາງ​ຮ່າງກາຍ​ພັດ​ຊ້າລົງ,ອັດຕາ​ເປັນ​ພະຍາດ​ທີ່​ມັກ​ເປັນບາງ​ຢ່າງ​ເຊັ່ນ:​ເລືອດ​ດັນ​ສູງ,​ໂລກ​ຫົວ​ໃຈ​ແລະ​ສະຫຼົບກໍ​ມີ​ສ່ວນ​ພົວພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ສະຫນາມ​ແມ່​ເຫຼັກຫນ່ວຍ​ໂລກ,ຢູ່​ເຂດ​ທີ່​ສະຫນາມ​ແມ່​ເຫຼັກ​ແຮງ​ຕັ້ງຫຼາຍຫມື່ນ,​ເຖິງ​ຫຼາຍ​ແສນ​ໂວ​ນຂອງ​ແຮງ​ໄຟຟ້າ​ນັ້ນ,​ແລ້ວ​ໄດ້​ສັງ​ເກດ​ເຫັນ​ວ່າ,ພວກ​ເຂົາ​ເຈົ້າ​ແມ່ນ​ນັກ​ກະ​ຕຸ້ນ​ໃຈງ່າຍ​ທັງ​ເມື່ອຍ​ໄວ​ແລະ​ສະຫມອງ​ກໍ​ບໍ່​ໄວ​ປານ​ໃດ.ມະນຸດ​ເຮົາ​ແມ່ນ​ດຳລົງ​ຊີວິດ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ວົງ​ຊີວະ​ຊາດ,ສະຫນາມ​ແມ່​ເຫຼັກທຳ​ມະ​ຊາດ​ຂອງ​ຫນ່ວຍ​ໂລກ​ນີ້,ຈິ່ງ​ໄດ້​ພາ​ໃຫ້​ຮ່າງກາຍ​ຂອງ​ຄົນ​ເຮົາ​ກໍ​ມີ​ສະຫນາມ​ແມ່​
ເຫຼັກ​ໄປ​ໃນ​ຕົວ​,ຄົນ​ທັງຫຼາຍປະກົດ​ເຫັນ​ວ່າ,ບໍ່​ພຽງ​ແຕ່​ຢູ່​ໃນ​ຫມາກ​ຫົວ​ໃຈ​ແລະ​ຢູ່​ໃນ​ສະຫມອງ​ມີ​ສະຫນາມ​ແມ່​ເຫຼັກທໍ່ນັ້ນ,ຢູ່​ຕາມ​ກ້າມ​ຊີ້ນ,ທ້ອງ, ​ແຂນ​ຂາ​ແລະ​ອື່ນໆ​ກໍ​ມີ​ສະຫນາມ​ແມ່​ເຫຼັກຄື​ກັນ,ຈົນກະທັ້ງຢູ່​ໃນ​ຮາກ​ຜົນ​ຕາມ​ຫນັງ​ຫົວ​ກໍ​ມີ​ສະຫນາມ​ແມ່​ເຫຼັກຂອງ​ມັນ,ຕາມ​ວັດ​ແທກ​ເຫັນ​ວ່າ,ສະຫນາມ​ແມ່​ເຫຼັກຢູ່​ຫນ້າ​ເອິກ​ຂອງ​ຄົນ​​ເຮົາທໍ່​ກັບ​ປະມານ 1 ສ່ວນ​ລ້ານ​ຂອງ​ແຮງ​ແມ່​ເຫຼັກຫນ່ວຍ​ໂລກ,ຫມາກ​ຫົວ​ໃຈ ປອດ,ສະຫມອງ ກ້າມ​ຊີ້ນ​ແລະ​ປະສາດ​ກໍ​ມີ​ສະຫນາມ​ແມ່​ເຫຼັກສີ​ຄ່ອຍໆ​ທີ່​ບໍ່​ເທົ່າ​ທຽມ​ກັນ,ຈາກ​ການຄົ້ນຄວ້າ​ຍັງ​ສັງ​ເກດ​ເຫັນ​ວ່າ,ການ​ເຄື່ນ​ອ​ໄຫວ​ຂອງ​ຈຸ​ລັງ​ໃນ​ຮ່າງກາຍ​ຄົນ​ເຮົາ​ກໍ​ຖືກ​ຜົນສະທ້ອນ​ຂອງ​ແມ່​ເຫຼັກຄື​ກັນ,ຈາກ​ການຄົ້ນຄວ້າ​ຍັງ​ສັງ​ເກດ​ເຫັນ​ວ່າ.ການ​ເຄື່ອນ​ໄຫວຂອງ​ຈຸ​ລັງ​ໃນ​ຮ່າງກາຍຄົນ​ເຮົາ​ກໍຖືກ​ຜົນ​ສະທ້ອນ​ແມ່​ເຫຼັກຄື​ກັນ,ຈຸ​ລັງ​ທີ່​ເກີດ​​ໃຫມ່​ເປັນ​​ໂຕ​ມົນໆ​ແມ່ນ​ມີ​ແມ່​ເຫຼັກຫຼາຍກວ່າ​ຫມູ່,ຈຸ​ລັງ​ທີ່​ເຖົ້າ​ແລ້ວ​ເປັນ​ຮູບ 3 ຫຼ່ຽມມີ​ແມ່​ເຫຼັກຫນ້ອຍ​ກວ່າ​ຫມູ່,​ແມ່​ເຫຼັກທີ່​ປົນ​ຢູ່​ໃນ​ເລືອດ​ຂອງ​ຜູ່​
ຫນຸ່ມ​ຜູ່​ນ້ອຍ​ນັ້ນ​ແມ່ນ​ມີ​ຫຼາຍກວ່າ​ຂອງ​ຜູ່​ເຖົ້າຜູ່​​ແກ່​ຫຼາຍ​ເທົ່າ​ຫຼືຈົນ​ຮອດ 1​0 ກວ່າ​ເທົ່າ,ສະນັ້ນ,​ເລືອດ​ຂອງ​ຊາວ​ຫນຸ່ມ​ຈິ່ງ​ຂຸ້ນ​ແຫຼວພໍ​ດ້າມ​ພໍດີ,ມີ​ພະລັງ​ຊີວິດ​ແຮງ,
ເລືອດ​ຂອງ​ຜູ່​ເຖົ້ານັ້ນຍ້ອນ​ມີ​ແມ່​ເຫຼັກຫນ້ອຍ,​ເລືອດ​ຈິ່ງ​ເປັນນ້ຳຫນຽວໆ,ພະລັງ​ຊີວິດ​ຈິ່ງ​ອ່ອນ,ຈົນ​ພາ​ໃຫ້​ຫມາກ​ຫົວ​ໃຈ​ຮັບ​ພາລະ​ຫນັກ​ແລະ​ມັກ​ເປັນ​ພະຍາດ​ສາຍ​ເລືອດ​ສະຫມອງ,ດັ່ງນັ້ນ,ຊີວິດ​ອັນ​​ເປັນ​ປົກກະຕິ​ຂອງ​ຄົນ​ເຮົາ​ຈິ່ງ​ຕ້ອງ​ອາ​ໄສ​ສິ່ງ​ແວດ​ລ້ອມ​ສະຫນາມ​ແມ່​ເຫຼັກອັນ​ທ່ຽງ​ຫມັ້ນ.ຖ້າ​ຫາກ​ດຳລົງ​ຊີວິດ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ບໍ່​ມີ​ສະຫນາມ​ແມ່​ເຫຼັກຢ່າງ​ຍາວ​ນານ ກໍ​ຈະ​ເປັນ​ພະຍາດ​ຂາດ​ແມ່​ເຫຼັກ,ຖ້າ​ສະຫນາມ​ແມ່​ເຫຼັກ​ໃນ​ສິ່ງ​ແວດ​ລ້ອມ​ເກີດ​ສົນລະວົນ,ກໍ​ຈະ​ເປັນ​ຜົນ​ກະທົບ​ຕໍ່ຮ່າງ
ກາຍ​ຂອງ​ຄົນ​ເຊັ່ນ​ດຽວ​ກັນ.