|
 |
(GMT+08:00)
2005-02-08 15:40:34
|
ປາເລັສຕີນອິສຣາແອນຈະເຊັນສັນຍາຢຸດຍິງໃນໄລະພົບປະຂັ້ນສຸດຍອດ 4 ຝ່າຍຕາເວັນອອກກາງ
cri
Author: li
ຕາມຂ່າວ CRI: ການພົບປະຂັ້ນສຸດຍອດ 4 ຝ່າຍຕາເວັນອອກກາງຄືເອຢິບ,ຊອກດານີ,ປາເລັສຕີນແລະອິສຣາແອນຈະຈັດຂຶ້ນຢູ່ຊາມຊາອິກໃນແຫຼມຊີນາຍຂອງເອຢິບໃນວັນທີ 8 ກຸມພາ. ວັນທີ 7 ກຸມພາ ທ່ານເອເລຄັດ ລັດຖະມົນຕີກະຊວງວຽກງານເຈລະຈາຂອງປາເລັສຕີນກ່າວວ່າ,ຜູ້ນຳປາເລັສຕີນແລະອິສຣາແອນອາດຈະປະກາດການເຊັນສັນຍາຢຸດຍິງຢ່າງເປັນທາງການໃນໄລຍະພົບປະກັນຂັ້ນສຸດຍອດ.
ທ່ານເອເລຄັດເວົ້າວ່າ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດຊາດປາເລັສຕີນແລະທ່ານຊາລົງ ນາຍົກລັດຖະມົນຕີອິສຣາແອນຈະປະກາດສິ້ນສຸດການປະທະກັນດ້ວຍກຳລັງຮຸນແຮງໃນໄລຍະພົບປະກັນ. ທ່ານເວົ້າວ່າ,ປາເລັສຕີນແລະອິສຣາແອນຈະຮ່ວມກັນຈັດຕັ້ງຄະນະກຳມະການ,ຮັບຜິດຊອບຈັດວາງມາດຖານປ່ອຍຕົວຊາວປາເລັສຕີນທີ່ຖືກອິສຣາແອນກັກຂັງນັ້ນ,ກວດກາຂະບວນການອິສຣາແອນຖອນອອກຈາກຕາເວັນຕົກແມ່ນ້ຳຈໍແດນ.
|
|
|