ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-08 18:22:40    
ຕຳຫຼວດ​ອີຣັກ​ຖືກຫຼອນ​ໂຈມ​ຕີຢ່າງ​ຕໍ່​ເນື່ອງ ຢ່າງ​ໜ້ອຍ​ມີ 30 ຄົນ​ຕາຍ

cri Author: da
ຕາມ​ຂ່າວCRI:ວັນ​ທີ 7 ກຸມພາ,ຢູ່​ບາ​ຄູບາ ​ເທດ​ສະບາ​ນ​ແຂວງ​ດີ​ຢາ​ລາ​ແລະ​ເມືອງ​ໂມ​ຊູ​ນເມືອງ​ສຳຄັນທາງ​ພາກ​​ເໜືອ​ຂອງ​ອີຣັກ​ໄດ້​ເກີດ​ເຫດການລະ​ເບີດຕໍ່​ເນື່ອງ​ກັນ,ຢ່າງ​ໜ້ອຍ​ເຮັດ​ໃຫ້ 30 ຄົນ​ຕາຍ, 30 ກວ່າ​ຄົນ​ບາດ​ເຈັບ.ຜູ້​ຕາຍ​ແລະ​ບາດ​ເຈັບ​ສ່ວນ​ຫຼາຍ​ແມ່ນ​ຕຳຫຼວດ.

ຕອນ​ເຊົ້າມື້​ດຽວ​ກັນ,ຜູ້​ລະ​ເບີດແບບສະຫຼະ​ຊີບ​ຜູ້ໜຶ່ງ​ໄດ້​ລ່ວງ​ເຂົ້າ​ໂຮງໝໍ​ຫຼັງ​ໜຶ່ງ​ຢູ່​ໂມ​ຊູນ,​ແລ້ວຈູດ​ລະ​ເບີດທີ່​ຖື​ຕິດ​ໂຕ,ຢ່າງ​ໜ້ອຍມີຕຳຫຼວດ 12 ຄົນ​ເສຍ​ຊີ​ວີ​ດ,​ບາດ​ເຈັບ 18 ຄົນ.ອົງການ​ອານ​ເຄດາ​ຈີ​ຮາດອີຣັກທີ່​ນຳ​ໂດຍທ່ານ​ຈາ​ຄາວີ ບຸກຄົນຜູ້ທີ​ສາມ​ຂອງ​ອົງການ​ນີ້​ໄດ້​ອອກ​ຖະ​ແຫຼ​ງກາ,​ປະກາດ​​ຮັບຜິດຊອບ​ຕໍ່​ເຫດການ​ດັ່ງກ່າວ.ຖະ​ແຫຼ​ງການ​ຍັງ​ກ່າ​ວວ່າ ອົງການ​ດັ່ງກ່າວ​ຈະຫຼອນ​ໂຈມ​ຕີ​ຜູ້​ທີ່​ຮ່ວມ​ມື​ກັບ​ທະຫານ​ອາ​ເມ​ລິ​ກາຍິ່ງຫຼາຍກວ່ານີ້.

ອີຣັກຫາ​ກໍ່​ຈັດການ​ປ່ອນ​ບັດ​​ເລືອກ​ຕັ້ງທົ່ວ​ໄປ​ໃນ​ວັນ​ທີ 30 ມັງກອນ,ປະຈຸ​ບັນ,ວຽກ​ງານ​ນັບ​ບັດຍັງ​ດຳ​ເນີນ​ຢູ່,​ແຕ່​ເຫດການ​ຫຼອນ​ໂຈມ​ຕີທີ່​ເກີດ​ຂຶ້ນຢ່າງຕໍ່ເນື່ອງພາຍ​ໃນ​ອາທິດ​ນີ້​,ໄດ້ເຮັດ​ໃຫ້​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກປົກຄຸມໄປດ້ວຍ​ເງົາ​ມືດ​ອີກ​​ເທື່ອ​ໜຶ່ງ.