![]( /mmsource/images/2005/02/08/deng1.jpg)
ເນື່ອງໃນໂອກາດບຸນກຸດຈີນຈະວຽນມາເຖິງ,ເມື່ອງເຈີງໂຈວຂອງຈີນໄດ້ປະດັບປະດາເຂດກາງເມືອງດ້ວຍໂຄມໄຟຢ່າງສວຍງາມຮຸ່ງເຮືອງ,ຢູ່ບ່ອນໃດກໍປ່ຽມລົ້ນໄປດ້ວຍບັນຍາກາດມ່ວນຊື່ນໃນຍາມບຸນ. ໂຄມໃຫຍ່ທີ່ວາງໄວ້ຢູ່ສະໜາມຫຼວງລູເຊິງນະຄອນເຈີງໂຈວປະຈັກຕາຄົນທີ່ສຸດ. ໂຄມນີ້ສູງ 12 ແມັດ,ມີເສັ້ນຜ່າກາງ 10 ແມັດ,ປະກອບດ້ວນໂຄມນ້ອຍ 3000 ໜ່ວຍ.
![]( /mmsource/images/2005/02/08/deng2.jpg)
ໄຟນີອອນທີ່ເບັດເປັນຮູບໄກ່ຜູ້ຢູ່ຖະໜົນເມືອງເຈີງໂຈວປະສານສົມທົບກັບໂຄມໄຟແດງ. ຢູ່ສະໜາມຫຼວງວັດທະນະທຳຂອງວິສາຫະກິດຂະໜາດໃຫຍ່ແຫ່ງໜຶ່ງໃນເມືອງລາຍອູແຂວງຊານຕົງ,ກຳແພງໂຄມໄຟທີ່ສູງ 5 ແມັດ ຍາວ 40 ແມັດປະກອບດ້ວຍໂຄມແດງ 600 ໜ່ວຍ,ໃຫຍ່ໂຕມະໂຫລານທີ່ສຸດ.
![]( /mmsource/images/2005/02/08/deng3.jpg)
ຕອນຄ່ຳວັນທີ 4 ກຸມພາ ຢູ່ສວນສາທາລະນະນ້ຳບໍ່ປາວທູເມືອງຈີນານໄດ້ຈັດພິທີໄຕ້ໄຟສີ,ນັກທ່ອງທ່ຽວຫຼາຍຄົນຍ່າງຜ່ານໂຄມໄຟສີແຫ່ງໜຶ່ງ.
|